Sunday, January 26, 2025

ມາ​ຮູ້​ນຳ​ກັນ ເປັນ​ຫຍັງ? ຮີດ 12 ຄອງ 14 ຈຶ່ງ​ສຳ​ຄັນ​ຕໍ່​ກັບ​ປະ​ຊາ​ຊົນ​ລາວ​

ຄົນຜູ້ເຖົ້າຜູ້ແກ່ ບໍ່ວ່າສະໄຫມໃດ? ມັກເວົ້າໃຫ້ຄົນສະໄຫມໃຫມ່ ຫລື ຄົນຮຸ່ນລູກຮຸ່ນຫລານຂອງຕົນສະເຫມີໆ ວ່າ “ຄົນຊູມື້ນີ້ປະຮີດປະຄອງຫລືວ່າ “ຄົນສະໄຫມນີ້ ບໍ່ຖືຮີດຖືຄອງ ຫລືວ່າ “ລະຮີດຫມອງ ລະຄອງເສົ້າດັ່ງນີ້ເປັນຕົ້ນ ແຕ່ກໍບໍ່ໄດ້ຊີ້ແຈງວ່າ ຮີດຄອງນັ້ນແມ່ນຫຍັງແດ່? ແຕ່ກໍເຄີຍໄດ້ຍິນ ເພິ່ນເວົ້າຢູ່ສະເຫມີວ່າ ຮີດ 12 ຄອງ 14 ຮີດຍີ່ຄອງຈຽງ ຮີດເຂົ້າຂອງເຂີຍ ຮີດຜົວຄອງເມຍ ຮີດພະຄອງຈົວ ຮີດບ້ານຄອງເມືອງ ດັ່ງນີ້ເປັນຕົ້ນ.

ເພື່ອເປັນການເຜີຍແຜ່ໃຫ້ຄົນສະໄຫມໃຫມ່ ໄດ້ຮູ້ຈັກຮີດຄອງດັ່ງກ່າວນັ້ນ ຂ້າເຈົ້າຈິ່ງໄດ້ຊອກຄົ້ນຂຽນ ຮີດ 12 ລົງໃນຫນັງສືພິມໄຜ່ຫນາມ ຕະຫລອດ 12 ຮີດ ຫລື 12 ເດືອນ ແລະ ບັດນີ້ ໄດ້ແກ້ໄຂຕື່ມແຖມສ່ວນທີ່ຍັງຂາດເຂີນຢູ່ແດ່ນັ້ນໃຫ້ບໍລິບູນ ແລ້ວຈັດພິມເປັນເຫລັ້ມຂຶ້ນ ໂຮມທັງ 12 ຮີດ ຢູ່ໃນເຫລັ້ມດຽວກັນ ທັງນີ້ ເພື່ອສະດວກແກຜູ້ຕ້ອງ ການຄົ້ນຄວ້າສຶກສາຫາຄວາມຮູ້ ບູຮານໃນດ້ານຕາງໆ.

ຄວາມຈິງ ທີ່ຄົນບູຮານຜູ້ເຖົ້າ ຜູ້ແກ່ເວົ້າວ່າ ຄົນສະໄຫມນີ້ ປະຮີດ ປະຄອງ ຫລື ບໍ່ຖືຮີດຖືຄອງນັ້ນກໍແມ່ນຢູ່ ເພາະ​ວ່າຮີດຄອງປະເພນີບູຮານ ລາງຮີດລາງຄອງນັ້ນ ມັນບໍ່ທັນສະໄຫມ ຫລ້າຫລັງ ຫລືຂັດຕໍ່ຄວາມຈະເລີນ ຂັດຕໍ່ຄວາມເປັນຈິງ ເຮັດແລ້ວບໍ່ມີປະໂຫຍດອັນໃດ ດັ່ງປະເພນີການຢູ່ກໍາເດືອນ ຕ້ອງນອນຂາງໄຟ ກິນນ້ໍາຮ້ອນທຸກເວລາ ເປັນເດືອນໆ ຫລືປະເພນີ ທີ່ຖືວ່າ ເດືອນ 6 ບໍ່ໃຫ້ຂີ່ມ້າ ເດືອນຫ້າບໍ່ໃຫ້ກົ່ນເສົາເຮືອນ ຫາມຜີບໍ່ໃຫ້ຂ້າມຂົວ ເຫລົ່ານີ້ເປັນຕົ້ນ ແຕ່ຮີດຄອງປະເພນີອັນດີ ຕົວຢ່າງຮີດ 12 ທີ່ກ່າວໃນຫນັງສືນີ້ ກໍບໍ່ເຫັນຜູ້ໃດປະລະເລີຍ ເຫັນແຕ່ດັດແປງ ສົ່ງເສີມກັນຢູ່ສະເຫມີ ແຕ່ວ່າອາດມີ.

ລາງຄົນ ຍັງບໍ່ຮູ້ຈັກຕົ້ນສາຍປາຍເຫດຂອງຮີດ 12 ຫລື ປະເພນີບຸນປະຈໍາ ເດືອນທັງ 12 ເດືອນ ໃນປີຫນຶ່ງໆນັ້ນວ່າ ເປັນມາຢ່າງໃດ ບໍ່ແຕ່ທໍ່ນັ້ນ ອາດຈະມີຜູ້ຢາກຮູ້ຕື່ມອີກວ່າ ຄອງ 14 ຮີດຍີ່ຄອງຈຽງ ຮີດເຂົ້າຄອງເຂີຍ ຮີດຜົວຄອງເມຍ ຮີດພະຄອງຈົວ ຮີດບ້ານຄອງເມືອງ ນັ້ນເປັນຢ່າງໃດ?

– ສະນັ້ນ ຂ້າເຈົ້າຜູ້ຂຽນ ຈະໄດ້ຊອກຄົ້ນຫາເອົາຮີດຄອງເຫລົ່ານັ້ນ ມາຂຽນໄວ້ເພື່ອໃຫ້ທ່ານຜູ້ຕ້ອງການຮູ້ ຕ້ອງການສຶກສາ ໄດ້ອ່ານໃນໂອກາດ ຕໍ່ໄປ ແຕ່ໃນສະບັບນີ້ ຈະຂໍບັນຍາຍແຕ່ຮີດ 12 ຫລືປະເພນີບຸນປະຈໍາເດືອນທັງ 12 ເດືອນນີ້ຟັງກ່ອນ ການບັນຍາຍປະເພນີບຸນ ປະຈໍາເດືອນ ຫລື ຮີດ 12 ນີ້ ຂ້າເຈົ້າບໍ່ໄດ້ບັນຍາຍ ພິທີການບຸນ ຫລືວິທີບຸນ ຫລືວິທີເຮັດບຸນນັ້ນໆ ໂດຍລະ ອຽດ ເພາະເຫັນວ່າ ບັນດາຊາວລາວທັງຫລາຍ ຜູ້ທີ່ເຄີຍເຮັດບຸນເຫລົ່ານັ້ນ ມາທຸກໆປີ ຄົງຈະເຂົ້າໃຈດີ ແລະອີກປະການຫນຶ່ງ ວິທີການເຮັດບຸນປະຈໍາ ເດືອນທັງ 12 ເດືອນນີ້ ກໍອາດຕ່າງກັນແດ່ເລັກໆນ້ອຍໆ ຕາມທ້ອງຖິ່ນທີ່ມີຄວາມຈະເລີນແຕກຕ່າງກັນ ຈຶ່ງບໍ່ສາມາດບັນຍາຍ ໃຫ້ລະອຽດໄດ້.

ແຕ່ສ່ວນສໍາຄັນ ທີ່ຂ້າເຈົ້າບັນຍາຍໃນຫນັງສືນີ້ ແມ່ນມູນເຫດທີ່ພາໃຫ້ ເຮັດບຸນນັ້ນໆ ອັນນີ້ ກໍເພື່ອໃຫ້ຜູ້ອານໄດ້ຮູ້ຕົ້ນເຫດຄວາມເປັນມາ ຂອງບາງ ບຸນ​ຕ່າງໆປະຈໍາເດືອນທັງ 12 ເດືອນ ຕາມຄວາມເປັນຈິງນັ້ນເອງ. ສະນັ້ນ, ຈິ່ງຫວັງວ່າ ຫນັງສືນີ້ ຈັກເປັນອຸປະກາລະແກ່ນັກຮຽນ ແລະ ນັກຄົ້ນຄວ້າ ສຶກສາເປັນອັນມາກ ແຕ່ເຖິງແນວໃດກໍດີ ຂ້າເຈົ້າຍັງເຂົ້າໃຈຢູ່ວ່າ ມູນເຫດຂອງບຸນຕ່າງໆ ທີ່ບັນຍາຍໄວ້ໃນຫນັງສືນີ້ ອາດຈະບໍ່ກົງກັບຕໍາລາ ຫລື ຄວາມເຫັນຂອງທ່ານນັກຮູ້ລາງທ່ານ ຈິ່ງຂໍອະໄພມາໃນທີ່ນີ້ດ້ວຍ.

ທີ່​ມາ: ໜັງ​ສື​ຮີດ 12 ເຊິ່ງ​ຂຽນ​ໂດຍ ມະ​ຫາ ສິ​ລາ ວິ​ຣະ​ວົງ​ສ໌

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ