Saturday, November 15, 2025
Kbank Laos โอน รับ จ่าย

ມາຮູ້ຈັກ “ຄອງ 14” ​ສຳ​ລັບ​ພ​ຣະ​ສົງ​ອົງ​ຄະ​ເຈົ້າ ທີ່​ຢູ່​ໃນ​ວັດ​ວາ​ພຸດ​ທະ​ສາ​ສະ​ໜາ

ໃນຄອງ 14 ຂອງສົງ ມີກ່າວໄວ້ຫຍໍ້ໆ ດັ່ງຕໍ່ໄປນີ້ ແຕ່ບໍ່ເຫັນມີບຸນວິສາຂະເລີຍ ຄື :

1. ໃຫ້ພະສັງຄະເຈົ້າ ສູດຮຽນທໍາຄໍາສອນຂອງພະພຸດທະເຈົ້າ ແລະ ຮັກສາສິນ 227 ຢ່າໃຫ້ຂາດ.

2. ໃຫ້ບົວລະບັດ​ກຸຕິວິຫານ ປັດຕາດ ກວາດ​ຍູ ຢ່າໃຫ້ວັດເສົ້າຫມອງ.

3. ໃຫ້ປະຕິບັດຈັດທໍາໄປຕາມສັດທາຊາວບ້ານນິມົນ ມີການທໍາບຸນໃຫ້ທານ ບວດຫົດ ເປັນຕົ້ນ.

4. ເຖິງລະດູເດືອນ 8 ໃຫ້ເຂົ້າວັດສາຕະຫລອດ 3 ເດືອນ ຈົນເຖິງເດືອນ 11 ແຮມຄໍ່າ 1 ແຕ່ເດືອນ 11 ແຮມ 1 ໄປເຖິງເດືອນ 12 ເພັງ ໃຫ້ຮັບຜ້າກະຖິນ ຮັກສາຄອງຜ້າ ເຖິງ 4 ເດືອນ.

5. ອອກວັດສາແລ້ວ ລະດູເຫມັນຕະ (ລະດູຫນາວ) ພິກຂຸສັງຄະເຈົ້າ  ເຂົ້າປະລິວາສະກໍາ ໆລໆ (ເຂົ້າກັມ).

6. ໃຫ້ທ່ຽວບິນທະບາດ ຕາມບ້ານນ້ອຍບ້ານໃຫຍ່ ຢ່າຂາດ

7. ໃຫ້ສູດມົນພາວະນາທຸກຄືນວັນ ຢ່າຂາດ ໆລໆ

8. ເຖິງວັນສິນດັບສິນເພັງ ໃຫ້ປະຊຸມກັນອຸໂປສົດສັງຄະກໍາ ຢ່າຂາດ ໆລໆ

9. ເຖິງເທດສະການປີໃຫມ່ ທາຍົກໄຫວ້ຂີ່ວໍ ແຫ່​ນ້ຳໄປສົງພະພຸດທະຮູບ ພະທາດເຈດີ ໆລໆ.

10. ສັງກາດປີໃຫມ່ ພະເຈົ້າແຜ່ນດິນໄຫວ້ພະ ໃຫ້ສົງນ້ໍາໃນພະລາຊະວັງ ແລະ ບາສີ ສັງຄະເຈົ້າ.

11. ສັດທາຊາວບ້ານນິມົນສິ່ງໃດ ອັນບໍ່ຜິດຄອງວິໄນ ກໍໃຫ້ປະຕິບັດຕາມ ໆລໆ

12. ເປັນສະມະນະໃຫ້ພ້ອມກັນສ້າງວັດວາອາຮາມ ພະທາດເຈດີ ໆລໆ

13. ໃຫ້ຮັບທານຂອງທາຍົກ ຄືສັງຄະພັດ ສະຫລາກກະພັດ ເປັນຕົ້ນ

14. ພະເຈົ້າແຜ່ນດິນ ເສນາຂ້າລາຊະການ ມີສັດທານິມົນມາປະຊຸມກັນ ໃນສິມແຫ່ງ ໃດແຫ່ງຫນຶ່ງ ໃນວັນເດືອນ 11 ເພັງ ເປັນກາລະອັນໃຫຍ ຢ່າໄດ້ຂັດຂີນ.

ທີ່ມາ: ປຶ້ມຮີດ 12 ຄອງ 14 ໂດຍ ຂຽນໂດຍ ມະຫາ ສີລາ ວີຣະວົງສ໌

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.