Wednesday, March 19, 2025

ອັດຕະປືສົ່ງອອກ ງົວ-ຄວາຍ ມູນຄ່າ 6 ຕື້ກວ່າກີບ

ປີ 2018 ຜ່ານມາແຂວງອັດຕະປື ສາມາດສົ່ງອອກສິນຄ້າສັດລ້ຽງປະເພດ ງົວ-ຄວາຍ ອອກຂາຍຢູ່ຕ່າງປະເທດ ແລະຕ່າງແຂວງຈໍານວນ 5.160 ໂຕ, ເປັນມູນຄ່າ 6,51 ຕື້ກີບ, ໃນຂະນະດຽວກັນນັ້ນ ສັດລ້ຽງຢູ່ແຂວງອັດຕະປື ເກີດມີການລະບາດຂອງພະຍາດສັດເປັນຕົ້ນ: ພະຍາດເຕົ້າໂຮມເລືອດງົວ-ຄວາຍ ແລະພະຍາດປາກເປື່ອຍລົງເລັບມີສັດຕິດພະ ຍາດເຖິງ 2.738 ໂຕ, ປິ່ນປົວດີ 2.324 ໂຕ ແລະຕາຍ 596 ໂຕ.

ທ່ານ ແສງພະຈັນ ພີມພາພົງສະຫວັດ ຫົວໜ້າຂະແໜງລ້ຽງສັດ ແລະການປະມົງ ພະແນກກະສິກໍາ ແລະປ່າໄມ້ ແຂວງອັດຕະປື ໄດ້ລາຍງານຕໍ່ ກອງປະຊຸມສະຫຼຸບ ວຽກງານລ້ຽງສັດ ແລະ ການປະມົງທົ່ວແຂວງ ອັດຕະປືບໍ່ດົນມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ວຽກງານການລ້ຽງ ສັດ ແລະການປະມົງ ພາຍໃນ ແຂວງອັດຕະ ປື ແມ່ນບໍ່ສາມາດປະ ຕິບັດບັນລຸຕາມຄາດ ໝາຍໄດ້ຍ້ອນວ່າການ ລ້ຽງສັດຂອງປະຊາ ຊົນສ່ວນຫຼາຍຍັງລ້ຽງ ສັດແບບປ່ອຍຕາມທໍາມະຊາດຢູ່, ເຮັດ ໃຫ້ການຄຸ້ມຄອງສັດລ້ຽງມີຄວາມ ຫຍຸ້ງຍາກ, ໂດຍສະເພາະແມ່ນການສັກ ຢາກັນພະຍາດໃຫ້ສັດ, ຊຶ່ງການສັກຢາ ປະຕິບັດໄດ້ພຽງ 65% ຂອງແຜນການ, ສ່ວນອັດຕາສະເລ່ຍການສະໜອງຊີ້ນ, ປາ, ໄຂ່, ໃຫ້ແກ່ການບໍລິໂພກ ໄດ້ພຽງແຕ່ 90,55% ຂອງແຜນການ ແຕ່ເຖິງຢ່າງໃດກໍ່ຕາມໃນ 1 ປີຜ່ານມາ ຈໍານວນສັດລ້ຽງທົ່ວແຂວງ ອັດຕະປືກໍ່ຖືວ່າຍັງເພີ່ມຂຶ້ນ ປະຈຸບັນທົ່ວ ແຂວງມີສັດລ້ຽງທັງໝົດ 332.393 ໂຕ, ທຽບໃສ່ປີ 2017 ເພີ່ມຂື້ນ ຄວາຍ 2%,ງົວ 8%, ໝູ 4%, ແບ້ 13%, ມ້າ 2%, ປາ 6% ແລະສັດປີກ 11%, ການ ຄຸ້ມຄອງການປະມົງ ແລະສັດນໍ້າເພີ່ມຂຶ້ນ 11%, ທົ່ວແຂວງມີເນື້ອທີ່ລ້ຽງປາ ທັງ ໝົດ 63,8 ເຮັກຕາ, ມີໜອງປາ 1.363 ໜອງ, ຜົນຜະລິດທັງໝົດ 3.168 ໂຕນ, ການລ້ຽງສັດແບບເປັນຟາມມີການ ຂະຫຍາຍຕົວເພີ່ມຂຶ້ນມີຟາມລ້ຽງສັດທັງ ໝົດ 44 ຟາມ, ເປັນຟາມຂອງບໍລິສັດ, ຜູ້ປະກອບການ ແລະຂອງປະຊາຊົນ.

ທ່ານ ແສງພະຈັນ ພິມພາພົງສະຫວັດ ຫົວໜ້າຂະແໜງລ້ຽງສັດ ແລະການປະມົງ ພະແນກກະສິກໍາ ແລະປ່າໄມ້ ແຂວງອັດຕະປື ຍັງໄດ້ໃຫ້ຮູ້ຕື່ມວ່າ: ເພື່ອຮັບປະກັນການບໍລິໂພກຊີ້ນໃຫ້ໄດ້ຢູ່ໃນລະດັບ 55 ກິໂລຕໍ່ຄົນຕໍ່ປີ, ໃນປີ 2019 ນີ້ ແຂວງອັດຕະປື ຈະສູ້ຊົນໃນການຜະລິດ ເພື່ອສະໜອງທາດຊີ້ນໃຫ້ໄດ້ 8.074 ໂຕນ, ໂດຍຈະສຸມໃສ່ສົ່ງເສີມການລ້ຽງສັດໃຫຍ່ປະເພດ ງົວ-ຄວາຍ ແລະສົ່ງ ເສີມການລ້ຽງສັດນ້ອຍ ແລະປາ ໄປຄຽງ ຄູ່ກັບການເອົາໃຈໃສ່ເຝົ້າລະວັງການ ລະບາດຂອງພະຍາດສັດດ້ວຍການສັກ ຢາປ້ອງກັນໃຫ້ໄດ້ 70% ຂອງຈໍານວນຝູງສັດ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.