Monday, May 19, 2025
Kbank Laos โอน รับ จ่าย

ລາວຂຶ້ນທະບຽນແຮງງານໄດ້ແລ້ວ 95 ພັນກວ່າຄົນ

ໃນກອງປະຊຸມສະຫຼຸບວຽກງານ ຄຸ້ມຄອງແຮງງານປະຈຳປີ 2018 ແລະວາງທິດທາງແຜນການປະຈຳປີ 2019, ທີ່ຈັດຂຶ້ນທີ່ກະຊວງແຮງງານ ແລະສະ ຫວັດດີການສັງຄົມ (ຮສສ), ໂດຍການ ເປັນປະທານຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ຮສສ, ຊຶ່ງ ໃນບົດສະຫຼຸບການ ຈັດຕັ້ງປະຕິບັດໜຶ່ງປີທີ່ຜ່ານມາພາກ ສ່ວນທີ່ກ່ຽວຂ້ອງສາມາດກວດກາ ແລະ ເກັບກຳແຮງງານຕາມຫົວໜ່ວຍແຮງ ງານທັງໝົດທົ່ວປະເທດໄດ້ທັງໝົດ 85 ພັນກວ່າຄົນ.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າ ກົມຄຸ້ມຄອງແຮງງານ ໄດ້ຜ່ານບົດສະ ຫຼຸບວຽກງານໃນໄລຍະໜຶ່ງປີທີ່ຜ່ານມາ ວ່າ: ໃນໄລຍະໜຶ່ງປີທີ່ຜ່ານມາ, ກົມຄຸ້ມ ຄອງແຮງງານໃນນາມເປັນເສນາທິການ ໃຫ້ແກ່ຄະນະນຳກະຊວງ ຮສສ, ພ້ອມກັນ ນັ້ນກໍໄດ້ເອົາໃຈໃສ່ປະຕິບັດບົດບາດ, ໜ້າທີ່, ສິດ ແລະຕາມແຜນການເຄື່ອນໄຫວວຽກຄຸ້ມຄອງແຮງງານ ໂດຍອີງໃສ່ສະພາບເງື່ອນໄຂ ແລະສິ່ງອຳນວຍ ຄວາມສະດວກ ຊຶ່ງກົມສາມາດຍາດມາ ໄດ້ຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການຮັບຮອງ ແລະປະກາດໃຊ້ແຈ້ງການ ກ່ຽວກັບແຮງງານຂັ້ນຕ່ຳສຸດຂອງຜູ້ ອອກແຮງງານຈາກ 9 ແສນມາເປັນ 1,1 ລ້ານກີບ, ປັບປຸງແຜນງານກວດກາ ແຮງງານແຫ່ງຊາດຄືນໃໝ່, ສຳເລັດ ການຮັບຮອງ ແລະປະກາດໃຊ້ດຳລັດ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານ ແຮງງານ, ສຳເລັດການຮ່າງແຈ້ງການເຖິງບັນດາຫົວໜ່ວຍແຮງງານທີ່ດຳເນີນທຸລະກິດ, ການຜະລິດ ແລະການບໍລິການ ໃນຂອບເຂດທົ່ວປະເທດໃຫ້ເກັບກຳບັນຊີຜູ້ອອກແຮງງານໄວໜຸ່ມທີ່ມີອາຍຸລະ ຫວ່າງ 14 ຫາຕໍ່າກວ່າ 18 ປີ ແລະອື່ນໆ.

ນອກຈາກນັ້ນ ຍັງວຽກການຄຸ້ມຄອງ ແຮງງານເປັນວຽກໜຶ່ງທີ່ມີຄວາມສຳຄັນ ໂດຍສະເພາະການຄຸ້ມຄອງແຮງງານ ລາວຢູ່ຕ່າງປະເທດ ຊຶ່ງທູດແຮງງານໄດ້ ໃຫ້ຄຳປຶກສາແກ່ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານກ່ຽວກັບການນຳເຂົ້າ ແລະຈັດສົ່ງແຮງງານລາວມາເຮັດວຽກ ແບບຖືກກົດໝາຍຕາມລະບົບ MOU 1,54 ພັນຄັ້ງ ແລະໃຫ້ຄຳແນະນຳແກ່ ຜູ້ໃຊ້ແຮງງານ, ຜູ້ອອກແຮງງານກ່ຽວ ກັບກຳນົດເວລາທີ່ຈະເປີດສູນ, ຂັ້ນຕອນ, ການປະກອບເອກະສານ ແລະການປັບ ສະຖານະພາບແຮງງານລາວ 1,08 ພັນຄັ້ງ, ປຶກສາຫາລືກັບກະຊວງແຮງ ງານໄທ ໃນການຮ່ວມກັນແກ້ໄຂບັນຫາແຮງງານລາວໄປເຮັດວຽກແບບຜິດກົດໝາຍ, ກວດກາເອກະສານ, ຄວາມຕ້ອງ ການຂອງຜູ້ໃຊ້ແຮງງານໄທທີ່ຕ້ອງການ ແຮງງານລາວແບບຖືກກົດໝາຍ ຈິ່ງຮູ້ວ່າຜູ້ໃຊ້ແຮງງານທີ່ຕ້ອງການນຳເຂົ້າແຮງງານລາວທັງໝົດ 1,89 ພັນຄົນ, ຂະນະທີ່ຄວາມຕ້ອງການທັງໝົດມີ 25,77 ພັນຄົນ, ພ້ອມກັນນັ້ນ ຍັງໄດ້ເອົາ ໃຈໃສ່ໃນການຮຽກຮ້ອງຄວາມເປັນທຳ ໃຫ້ກັບແຮງງານລາວທີ່ເສຍຊີວິດໃນຂະນະທີ່ກຳລັງປະຕິບັດໜ້າທີ່ອີກດ້ວຍ.

ທ່ານ ພົງໄຊສັກ ອິນຖາລາດ ໃຫ້ຮູ້ອີກວ່າ: ສະເພາະການປະຕິບັດວຽກ ການກວດກາແຮງງານ ແລະເຜີຍແຜ່ກົດ ໝາຍແມ່ນໄດ້ເອົາໃຈໃສ່ລົງກວດກາ ແລະຊຸກຍູ້ການຈັດຕັ້ງປະຕິບັດກົດໝາຍ ແຮງງານຢູ່ບັນດາຫົວໜ່ວຍແຮງງານ ຕ່າງໆໃນທົ່ວປະເທດໄດ້ທັງໝົດ 2,06 ພັນຄັ້ງ, ມີ 3,12 ພັນຫົວໜ່ວຍແຮງ ງານ, ໃນນີ້ ມີຂະແໜງອຸດສາຫະກຳ 911 ຫົວໜ່ວຍ, ກະສິກຳ 360 ຫົວໜ່ວຍ ແລະຂະແໜງບໍລິການ 1,84 ພັນຫົວ ໜ່ວຍ, ລວມມີແຮງງານລາວ ແລະຕ່າງ ປະເທດທັງໝົດ 85,35 ພັນຄົນ, ເປັນ ຍິງ 35,19 ພັນຄົນ, ເປັນແຮງງານລາວ 62,88 ພັນຄົນ ແລະແຮງງານຕ່າງ ປະເທດ 22,47 ພັນຄົນ, ໃນນັ້ນ ໄດ້ເຂົ້າ ປະກັນສັງຄົມ 22,28 ພັນຄົນ ແລະ ມີສັນຍາແຮງງານ 33,36 ພັນຄົນ.

ທີ່​ມາ: ນສພ ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້