Monday, May 19, 2025
Kbank Laos โอน รับ จ่าย

ງານວາງສະແດງສິນຄ້າເຟີນິເຈີວຽງຈັນ ຄ​າດ​ຄະເນການ​ຈໍ​ລະ​ຈອນ​ຊື້-ຂາຍ​ສິນ​ຄ້າ 20 ຕື້ກີບ

ງານວາງສະແດງເຟີນິເຈີວຽງຈັນຄັ້ງທີ 4 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນແລງວັນທີ25ມີນາ 2019 ທີ່ສູນການຄ້າລາວ-ໄອເຕັກ ໂດຍເຂົ້າຮ່ວມຂອງທ່ານພັນທອງພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າ,ທ່ານກອງມາລາພົມມາໄລຮອງປະທານສະມາຄົມເຟີນິເຈີລາວ, ມີຜູ້ປະກອບທຸລະກິດເຟີນິເຈີແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານກອງມາລາພົມມາໄລກ່າວວ່າ: ງານວາງສະແດງສິນຄ້າເຟີນິເຈີວຽງຈັນຄັ້ງທີ4ຖືວ່າມີຄວາມຫມາຍຄວາມສຳຄັນເປັນຢ່າງຍິ່ງຕໍ່ການຈະເລີນເຕີບໂຕຂອງຂະແຫນງທຸລະກິດເຟີນິເຈີ, ເປັນການເຕົ້າໂຮມເອົາຜົນງານຫລືຜະລິດຕະພັນເຟີນິເຈີທີ່ເປັນຫົວຄິດປະດິດສ້າງຂອງຄົນລາວເຂົ້າມາໂຮມກັນເພື່ອເປັນການໂຄສະນາແລະວາງຈຳຫນ່າຍຕໍ່ຊາວລາວແລະຊາວຕ່າງປະເທດໃຫ້ໄດ້ຮັບຮູ້ເຖິງຄວາມພ້ອມຂອງຜະລິດຕະພັນເຟີນິເຈີໄມ້ລາວທັງເປັນການຮອງຮັບກັບການແຂ່ງຂັນກັບພາກພື້ນແລະສາກົນ.

ນອກນັ້ນຍັງເປັນການສົ່ງເສີມໃຫ້ຜູ້ປະກອບການໄດ້ມີໂອກາດແລກປ່ຽນບົດຮຽນປະລົງສົບການດ້ວຍກັນແລະນຳເອົາບົດຮຽນດັ່ງກ່າວໄປປັບໃຊ້ເຂົ້າໃນຂະບວນການຜະລິດ, ການບໍລິການຂອງເຂົາເຈົ້າໃຫ້ເກີດດອກອອກຜົນ, ຊຸກຍູ້ໃຫ້ປະຊາຊົນລາວບັນດາເຜົ່າມີການຜະລິດສິນຄ້າໃຫ້ນັບມື້ນັບຫລາຍຂຶ້ນເປັນກ້າວໆທັງດ້ານປະລິມານແລະຄຸນນະພາບ, ທັງດປັນການດຶງດູດເອົາການລົງທຶນຈາກພາຍໃນແລະຕ່າງປະເທດໃຫ້ມາລົງທຶນໃນຂົງເຂດການຜະລິດເຟີນິເຈີໄມ້,ສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນເຟີນິເຈີໄມ້ລາວໃຫ້ຫລາຍຂຶ້ນ,ປະກອບສ່ວນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງທັງຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນລາວບັນດາເຜົ່າເພື່ອຫລຸດຜ່ອນໄພວ່າງງານຊຶ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານວາງອອກ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ເຟີ​ນິ​ເຈີ​ວຽງ​ຈັນຄັ້ງ​ທີ4ຈັດຂຶ້ນໃນລະຫວ່າງວັນທີ23-31 ມີນາ 2019​ ມີ​ທັງ​ໝົດ 180ຫ້ອງໃນ​ນີ້ມີ 20 ຫ້ອງ​ສຳ​ລັບ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໂອ​ດັອບໂດຍ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​​ເຂົ້າ​ຮ່ວມ​ທັງ​ໝົດ​ມີ75ຫົວ​ໜ່ວຍ, ມາ​ຈາກ​ຕ່າງ​ແຂວງ 17ຫົວ​ໜ່ວຍຈາກ 10 ແຂວງຊຶ່ງ​ຄ​າດ​ການ​ຈໍ​ລະ​ຈອນ​ຊື້-ຂາຍ​ສິນ​ຄ້າ​ລວມທັງຫມົດໃນງານປະ​ມານ20ຕື້​ກີບແລະຄາດວ່າຈະມີການຊື້-ຂາຍໄດ້ປະມານ16ຕື້ກີບເທົ່າກັບ80%.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້