ຄວາມ​ເປັນ​ມາ​ຂອງບຸນເດືອນຫ້າ ​ຕຸດ​ສົງ​ການປະ​ເພ​ນີ​ລາວ​ອັນ​ເກົ່າ

 ຄໍາວ່າ ” ສົງນໍ້າ ” ໄດ້ແກ່ອາບນ້ຳ ຫລືຫົດນໍ້າ ບຸນສົງນ້ຳຕາມປະເພນີນິຍົມ ເຮັດກັນໃນເດືອນຫ້າ ໂດຍກໍານົດເວລາເດືອນໜຶ່ງ ຕັ້ງແຕ່ຂຶ້ນ ໑໕ ຄໍ່າເດືອນ ໕ ເຖິງ ຂຶ້ນ ໑໕ ຄໍ່າເດືອນຫົກ ບຸນສົງນໍ້າ ທີ່ຊາວລາວເຮົາເຮັດຢູ່ທຸກວັນນີ້ ຄືສົງນ້ຳພຣະພຸທທະຮູບ, ສົງນໍ້າພຣະສົງ, ຫົດສົງຜູ້ໃຫຍ່ທີ່ເຄົາລົບນັບ ຖື ແລະຫົດສົງລະຫວ່າງ​ຫນຸ່ມບ່າວສາວນໍາກັນ, ຈຸດມຸ່ງຫມາຍຂອງການຫົດນໍ້າ ​ແມ່ນເພື່ອເປັນການເຊີດຊູພຣະພຸທທະສາສນາ ເພື່ອຄວາມເປັນສິ​ລິມຸງຄຸນ ຄືຄວາມສົມບູນຢູ່ດີມີແຮງ ແລະເພື່ອເຊື່ອມໄມຕຣີຈິດ ມິດ​ຕະະພາບຄວາມສາມັກຄີຮັກແພງກັນ ເພາະນໍ້າເຢັນຂອງເປັນຈຶ່ງໄດ້ເອົານໍ້າຫົດກັນອັນເປັນສັນຍະລັກ ແຫ່ງຄວາມຢູ່ຊູ່ມກິນເ​ຢັນ ແລະ ຄວາມ​ມັ່ງ​ມູນສົມບູນພູນສຸກ ຫາຍທຸກ ຫາຍຮ້ອນຕະ​ຫລອດປີ ປະເພນີຂອງລາວເຮົາເນື່ອງໃນການຫົດນໍ້ານີ້ ພວກເຮົາກໍມີພິທີການທໍາບຸນໃຫ້ທານກັນອີກເທື່ອນຶ່ງ ເຊິ່ງເອີ້ນກັນວ່າ ” ບຸນເດືອນຫ້າຫລືບຸນປີໃຫມ່ລາວ “.

ບຸນສ໌ງນໍ້ານີ້ ເຮົາເອີ້ນກັນ ອີກຢ່າງຫນຶ່ງວ່າ “ບຸນຕຸສສ໌ງການຕ໌ ( ຕຣຸສສົງການຕ໌ ) ” ຄໍາວ່າ ” ຕສ ” ຄືຫມົດ ຫລືສ້ຽງ ຫມາຍຄວາມເຖິງປີເກົ່າ “ສົງການ ( ສົງການຕ໌ ) ” ຄືການຍ້າຍທີ່ໄປ ສະນັ້ນ ຕຸສສົງການຕ໌ ຈຶ່ງຫມາຍຄວາມວ່າ ການທີ່ປີເກົ່າຫມົດສ້ຽງໄປແລ້ວຍາຍເຂົ້າສູ່ປີໃຫມ່ ກໍາຫນົດໃນທາງ ສຸຣິຍະຄະຕິ ວັນທີ່ ໑໓-໑໔-໑໕ ເດືອນເມສາຂອງທຸກປີ ຫລືເວົ້າກັນຢ່າງນຶ່ງປ່ຽນຣາສີມິນຂຶ້ນສູ່ຣາ ສີເມສ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...