
ນວັນທີ 26 ມີນາ 2019 ທີ່ນະຄອນຫລວງວຽງຈັນ, ໄດ້ມີກອງປະຊຸມວິຊາການກະກຽມໃຫ້ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປະຈຳປີ 2018, ໂດຍການເປັນປະທານຂອງທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ມີຮອງລັດຖະມົນຕີ, ຫົວໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ ຍທຂ ແຂວງ ແລະ ນະຄອນຫລວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.