ແຕ່ກ່ອນສະໄຫມດັ້ງເດີມ ຄົນລາວນັບເດືອນຈັນທະລະຄະຕິ ແລະ ສະຫລອງຂຶ້ນປີໃຫມ່ໃນເດືອນອ້າຍ; ເພິ່ນຖືເອົາມື້ຂຶ້ນ 1 ຄໍ່ເດືອນອ້າຍ ຫລື ເດືອນຈຽງ (ເດືອນລາວ) ເພາະຄໍາວ່າ “ອ້າຍ” ກໍແປວ່າ ກົກ ຫລື ທໍາອິດ, ກຸ່ມຄົນໄຕ-ຫລື ໄທ ຫລາຍກຸ່ມເຊັ່ນ: ໄທດໍາ, ໄທຂາວ ໃນສາ ທາລະນະລັດສັງຄົມນິຍົມຫວຽດນາມເຊິ່ງນັບເດືອນຈັນທະລະຄະຕິກໍສະ ຫລອງຂຶ້ນປີໃຫມ່ເດືອນອ້າຍ ປະເພນີສົງການເປັນປະເພນີສະຫລອງຂຶ້ນປີໃຫມ່ທີ່ລາວຮັບມາຈາກປະ ເພນີໂບລີຈາກອິນເດຍ.
ຕາມປະຫວັດກ່າວໄວ້ວ່າ ເພິ່ນຖືເອົາວັນຂຶ້ນປີໃຫມ່ໃນເດືອນ ນີ້ ນັບເປັນເວລາຫລາຍພັນປີ ແລະແມ່ນແຕ່ຊື່ວັນ ເດືອນ ປີ ກໍມີຊື່ສະເພາະ ແຕກຕ່າງຈາກປັດຈຸບັນຄື:
ວັນມີຢູ່ 10 ວັນເພິ່ນເອີ້ນວ່າ ແມ່ມື້: ກາບ, ຮັບ, ຮວາຍ, ເມີງ ,ເປີກ, ກັດ, ກົດ, ຮ້ວງ, ເຕົ່າ ແລະກ່າ.
ເດືອນ ກໍມີເດືອນອ້າຍ ຫລື ເດືອນຈຽງ ເຊິ່ງມັກຈະກົງກັບເດືອນ ທັນວາ ເດືອນຍີ່ ກົງກັບເດືອນມັງກອນ ເດືອນສາມ ເດືອນສີ່ ຫ້າ ຫົກ ເຈັດ ແປດ ເກົ້າ ສິບ ສິບເອັດ ແລະເດືອນສິບສອງ ອັນເປັນເດືອນ ສຸດທ້າຍ ກົງກັບເດືອນພະຈິກ.
ປີ ມີ 12 ເດືອນ ການນັບປີບູຮານອາດໄດ້ຮັບອິດທິພົນມາຈາກ ຈີນເຊັ່ນ: ປີໃຈ້, ເປົ້າ, ຍີ່, ເຫຼົ້າ, ສີ, ໃສ້, ສະງ້າ, ມົດ, ສັນ, ເຮົາ, ເສັດ ແລະໄຄ້.
ການນັບປີອາດໄດ້ຮັບອິດທິພົນຈາກອິນເດຍຜ່ານຂະເຫມນເຊັ່ນ: ປີຊວດ, ສະຫລູ, ຂານ, ເຖາະ, ມະໂລງ, ມະເສັງ, ມະເມຍ, ມະແມ, ວອກ, ລະກາ, ຈໍ ແລະກຸນ.
ຄັນເວລາຕໍ່ມາ ລາວເຮົາຈິ່ງມີການປ່ຽນແປງວັນຂຶ້ນປີໃຫມ່ດັ່ງກ່າວ ແລ້ວ ເລື່ອງນີ້ ອາຈານມະຫາສິລາ ວີລະວົງ ໄດ້ອະທິບາຍໄວ້ໃນຮີດສິບ ສອງວ່າ: ເມືອງລາວເຮົາອົບພະຍົບມາຈາກພາກໃຕ້ຂອງຈີນມາຂ ແດນສຸວັນນະພູມວັນເປັນປະເທດລາວດຽວນີ້ ແລ້ວກໍຮັບເອົາລັດ ກ່ຽວກັບຂຶ້ນປີໃຫມ່ຂອງມອນ-ພະມ້າ ແລະຂະເຫມນມາໃຊ້ຊື່ຂອງວັນເດືອນປີ ແລະສັກກຣາດກໍເອົານໍາເຂົາ ເຊິ່ງວັດທະນະທໍານີ້ ມອນ-ພະມ້າ ກໍເອົາເຄົ້າມູນມາຈາກອິນເດຍອີກຕໍ່ຫນຶ່ງ.
ການຕັ້ງຂໍ້ສັງເກດວ່າປີໃຫມ່ລາວທີ່ເຮົາສະຫລອງກັນທຸກວັນນີ້ອາດ – ແຕກຕ່າງຈາກນີ້ ແຕ່ກ່ອນອາດສະເຫລີມສະຫລອງປີໃຫມ່ໃນການສໍາ ເລັດການກະເສດທຸກປະການ. ເຮົາຈິງເຫັນປະເພນີບຸນກິນຈຽງຂອງເຜົ່າ ມົ້ງ,ບຸນເກຣີຂອງເຜົ່າກຶມມຸ, ເປັນຕົ້ນ ບຸນທີ່ກ່າວມານີ້ສ່ວນຫລາຍຈະກ່ຽວຂ້ອງກັບການກະເສດ ເກັບຜົນລະປູກວ່າໄດ້ຜົນຫລາຍຜົນຫນ້ອຍ ເພາະກ່ອນພຸດທະສາສະຫນາເຂົ້າມາປະຊາຊົນລາວຍັງນັບຖືຜີໄທ້ຜີແຖນ, ຜີພໍ່ ແມ່, ຜີບັນພະບູລຸດ ທຸກໆຄັ້ງທີ່ມີການກິນຈະລ້ຽງຜີ/ຜອກຜີ/ເບີກພະລີຜີ/ ຈຜີ…. ເຫລົ່ານີ້ເສຍກ່ອນສະເຫມີ.
ໃນເມື່ອລາວເຮົາຮັບເອົາວັດທະນະທໍາຈາກຊາດອື່ນໂດຍສະເພາະ ອິນເດຍຜ່ານຂະເຫມນຈິ່ງຖືເອົາປີໃຫມ່ເດືອນເມສາເປັນການສະເຫລີມສະ ຫລອງ ແຕ່ກໍຍັງຖິ້ມຮ່ອງຮອຍໃຫ້ເຫັນຢູ່ຄືບຸນສົງການແມ່ນບຸນເວົ້າເຖິງ ການກະເສດ ການທໍານາຍນາກຫລິ້ນນກໍແມ່ນ ການກະເສດເຮັດນາ, ນາງສັງຂານຂີ່ສັດກໍບົ່ງບອກເຖິງພືດພັນທັນຍາຫານ ເຄື່ອງປູກຂອງຝັງ, ຕະຫລອດຮອດນາໍ້ທີ່ສາດກັນກໍແມ່ນສັນຍະລັກແຫ່ງສິ່ງທີ່ມີຊີວິດ…ທຸກ ຢ່າງກ່ຽວກັບກາລະເວລາການກະເສດທັງຫລາຍ.
ທີ່ມາ: ສົງການລາວມາແຕ່ໃສ? ໂດຍ ພອຈ ໄພວັນ ມາລາວົງ