​ເຂື່ອນນ້ຳຂອງໄຊຍະບູ​ລີ ສ້າງ​ໄດ້ 98% ແລ້ວ ຈະ​ໄດ້​ຊົມໃຊ້​ໃນ​ທ້າຍ​ປີນີ້ແນ່ນອນ!

ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນ້ໍາ-ນໍ້າຂອງທີ່ແຂວງໄຊຍະບູລີ ພາຍຫຼັງທີ່ລົງມືມາແຕ່ຊຸມປີມານີ້ຮອດປະຈຸບັນຫຼາຍໜ້າວຽກແມ່ນມີຜົນສຳເລັດ ສະເລ່ຍແລ້ວ 98% ຂອງໜ້າວຽກທັງໝົດຂະນະທີ່ໂຄງການຈະໃຫ້ສຳເລັດ 100% ໃນທ້າຍປີ 2019 ໂດຍເຂື່ອນມີກຳລັງຕິດຕັ້ງທັງໝົດ 1,28 ພັນເມກາວັດ.

ທ່ານ ກິດພົບ ສະສົມຊັບ, ຜູ້ຊ່ວຍຜູ້ຈັດການໂຮງໄຟຟ້າໄຊຍະບູລີ, ບາງຕອນທ່ານໄດ້ກ່າວວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງງານນໍ້າ-ນໍ້າຂອງມາຮອດປະຈຸບັນແມ່ນມີຄວາມຄືບໜ້າແລ້ວ 98 ກວ່າ%, ລັກສະນະຂອງເຂື່ອນເປັນເຂື່ອນນໍ້າໄຫຼໂດຍສະເລ່ຍການ ໄຫຼຂອງນໍ້າແມ່ນ 4.000 ແມັດກ້ອນຕໍ່ ວິນາທີ, ມີຄວາມສູງ28,5 ແມັດຄວາມກ້ວາງຂອງສັນເຂື່ອນ 820 ແມັດ, ມີບານປະຕູລະບາຍນໍ້າ 7 ປ່ອງ ແລະ ບານປະຕູ ລະບາຍຕະກອນ 4 ປ່ອງ, ມີຊ່ອງທາງ ເຮືອຂຶ້ຶຶຶຶຶຶນລ່ອງກວ້າງ 12 ແມັດ, ຍາວ700 ແມັດສາມາດຮັບຮອງເຮືອຂົນສົ່ງສິນຄ້າໄດ້ 500 ໂຕນ, ເຂື່ອນດັ່ງກ່າວມີກຳລັງ ຕິດຕັ້ງໄຟຟ້າທັງໝົດ 1.285 ເມກາວັດ, ມີ 8 ຊຸດ, ໃນນີ້ມີເຄື່ອງກຳເນີດໄຟຟ້າຂະໜາດ 175 ເມກາວັດ 7 ຊຸດສົ່ງໄຟຟ້າຜ່ານລະ ບົບສາຍສົ່ງ 500 ກິໂລໂວນຂາຍໃຫ້ການ ໄຟຟ້າຜະລິດແຫ່ງປະເທດໄທ ແລະເຄື່ອງກຳເນີດໄຟຟ້າ 60 ເມກາວັດຈຳນວນ 1 ຊຸດແມ່ນຈະໄດ້ສົ່ງຜ່ານສາຍສົ່ງ 115 ກິໂລໂວນ ເພື່ອຮັບໃຊ້ໃນ ສປປ ລາວ, ລວມມູນຄ່າການກໍ່ສ້າງທັງໝົດ 4 ຕື້ໂດລາ ສະຫະລັດ, ການກໍ່ສ້າງຈະສໍາເສັດ 100% ໃນທ້າຍປີ 2019 ຈາກນັ້ນທີມງານດັ່ງກ່າວກໍ່ໄດ້ເຂົ້າຢ້ຽມຊົມໜ້າວຽກການກໍ່ ສ້າງຕົວຈິງຢູ່ໂຮງໄຟຟ້າ.

ໂດຍລວມແລ້ວການພັດທະນາເສດຖະກິດສັງຄົມຂອງແຂວງແມ່ນອິງໃສ່ 3 ທ່າແຮງຕົ້ນຕໍໃນການພັດທະນາເຊັ່ນ: ການຜະລິດກະສິກໍາ, ການບໍລິການ-ການທ່ອງທ່ຽວ ແລະອຸດສາຫະກໍາໄຟຟ້າ,ໂດຍອີງໃສ່ 3 ທ່າແຮງດັ່ງກ່າວເຮັດໃຫ້ເສດຖະກິດຂອງແຂວງຂະຫຍາຍຕົວໃນລະດັບ 8,7%, ລາຍໄດ້ສະເລ່ຍ 2.550 ໂດລາຕໍ່ຄົນຕໍ່ປີ, ທ່ານເຈົ້າແຂວງຍັງໄດ້ຮຽກຮ້ອງໃຫ້ ທ່ານ ລີຊູຢອງ ຊ່ວຍລະດົມນັກທຸລະ ກິດ, ຜູ້ປະກອບການຂອງ ສປປ ເກົາຫຼີ ໃຫ້ເຂົ້າມາລົງທຶນຢູ່ແຂວງໄຊຍະບູລີ ເປັນຕົ້ນແມ່ນລົງທຶນໃສ່ໃນການຜະລິດສະບຽງອາຫານສໍາເລັດຮູບຈາກຜົນຜະລິກກະສິກໍາຂອງປະຊາຊົນເພື່ອບໍລິໂພກພາຍໃນ ແລະສົ່ງອອກຂາຍໄປຕ່າງປະເທດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...