ເລີ່ມ​ແລ້ວ! ພະລັງງານ​ສະ​ອາດ ​ໂຄ​ງ​ການ​ກໍ່​ສ້າງໄຟຟ້າແສງຕາເວັນ ຢູ່ເມືອງທ່າພະບາດ ແຂວງ​ບໍ​ລິ​ຄຳ​ໄຊ

ທີ່ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາກໍ່ສ້າງພະລັງງານໄຟຟ້າແສງຕາເວັນຂະໜາດ 230 ເມກາວັດ ຢູ່ເຂດກະສິກຳເລກທີ 1 ກອງທັບ (ໜອງໝາກຈັບ) ເມືອງທ່າພະບາດ, ແຂວງບໍລິຄຳໄຊ ໃນມູນຄ່າ 345 ລ້ານໂດລາສະຫະລັດ ລະຫວ່າງ ທ່ານ ສຸລິຍາ ສີສະນົນ ຜູ້ອຳນວຍການ ບໍລິສັດ ສຸລິຍາພົນ ການຄ້າສາກົນ ຈຳກັດ ແລະ ທ່ານ ຫວາງລຽນມາວ ຜູ້ອຳນວນການ ບໍລິສັດ ຈຽງຊີຮົວເຜີງອຸດສາຫະກຳ ຈຳກັດ. 
ໃນພິທີມີຕາງໜ້າຈາກກະຊວງປ້ອງກັນປະເທດ ແລະ ພະນັກງານສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. 

ໂຄງການກໍ່ສ້າງພະລັງງານໄຟຟ້າແສງຕາເວັນຢູ່ເຂດກະສິກຳເລກ 1 ກອງທັບ ເມືອງທ່າພະບາດ ແມ່ນຢູ່ໃນພື້ນທີ່ດິນຂອງກະຊວງປ້ອງກັນປະເທດ ເຊິ່ງເປັນການລົງທຶນຂອງບໍລິສັດ ສຸລິຍາພົນ ການຄ້າສາກົນ ຈຳກັດ 100% ໂດຍການຮັບເໝົາກໍ່ສ້າງຂອງບໍລິສັດຈຽງຊີຮົວເຜີງ ອຸດສາຫະກຳ ຈຳກັດ ຮ່ວມກັບ ບໍລິສັດ ດັກຈຶງມາຍນິ້ງ ຈຳກັດ. 

ການກໍ່ສ້າງໄຟຟ້າແສງຕາເວັນດັ່ງກ່າວແມ່ນ ເພື່ອຮັບໃຊ້ເຂດເສດຖະກິດພິເສດຂອງແຂວງບໍລິຄຳໄຊ ແລະ ຕິດພັນກັບການຜະລິດກະສິກຳຕ່າງໆແບບຄົບວົງຈອນຂອງເຂດກະສິກຳເລກ 1 ກອງທັບໃຫ້ມີຄວາມສະດວກສະບາຍຂຶ້ນກວ່າເກົ່າ. 

ໂຄງການກໍ່ສ້າງໄຟຟ້າພະລັງແສງຕາເວັນຄາດວ່າໃຊ້ເວລາກໍ່ສາ້ງປະມານ 2 ປີຈຶ່ງສຳເລັດ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...