ລາວ​ເລີ່ມ​ແລ້​ວ! ສະຖານີສາກ ແລະ ລົດຂັບເຄື່ອນໄຮ​ເທັກດ້ວຍພະລັງງານໄຟຟ້າ

ສປປ ລາວ ເລີ່ມສຶກສາຄວາມເປັນໄປໄດ້ ການນຳໃຊ້ລະບົບສາກໝໍ້ໄຟ ໃຫ້ພາຫະນະ

ທີ່ນະຄອນຫລວງວຽງຈັນ, ລັດວິສາຫະກິດໄຟຟ້າລາວ ຮ່ວມກັບ ບໍລິສັດ ອີວີ (EV) ລາວ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໃນການເປີດໂຄງການສາທິດ ທົດລອງນຳໃຊ້ ສະຖານີສາກ ແລະ ລົດທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າໃນ ສປປ ລາວ.

ເພື່ອສຶກສາຄວາມເປັນໄປໄດ້ ໃນການນຳໃຊ້ລະບົບສາກໝໍ້ໄຟ ສະໜອງໃຫ້ພາຫະນະທີ່ແລ່ນດ້ວຍລົດໄຟຟ້າ, ໂດຍການເຊັນຂອງທ່ານ ບຸນອຸ້ມ ສີວັນເພັງ ຜູ້ບໍລິຫານລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ບຸນເລີດ ຫລວງປະເສີດ ປະທານບໍລິສັດອີວີລາວ ຈຳກັດ, ມີທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...