​ມາ​ຮູ້​ຈັກ! ປີ​ໃໝ່ສົງ​ການ 5 ປະ​ເທດ ລາວ ໄທ ມຽນ​ມາ ກຳ​ປູ​ເຈຍ ແລະ​​ສິບ​ສອງ​ປັນ​ນາ ຈີນ

ອີກບໍ່ພໍເທົາໃດວັນກໍກ້າວເຂົ້າ ສູ່ເດືອນເມສາແລ້ວ ເຊິ່ງເປັນເດືອນແຫ່ງການສະເຫລີມສະຫລອງບຸນປະເພນີທີ່ສຳຄັນຂອງປະຊາຊົນລາວນັ້ນກໍຄືປະເພນີບຸນກຸດສົງການ ຫລື ບຸນປີໃໝ່ລາວ ໃນພາກພື້ນອາຊຽນ ນີ້ ການສະຫລອງບຸນກຸດສົງການ ບໍ່ມີຢູ່ແຕ່ປະເທດລາວປະເທດດຽວເທົ່ານັ້ນ ຍັງມີປະເທດທີ່ ຖືສາດສະໜາພຸດຮ່ວມກັນ 5 ປະເທດເຊັ່ນ: ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ສິບສອງພັນນາ ໃນຈີນ ເຊິ່ງກໍມີ ການສະຫລອງບຸນກຸດສົງການປີໃໝ່ຄືກັນ.

ການຈັດບຸນປີໃໝ່ຂອງປະເທດ ເຫລົ່ານັ້ນ ແມ່ນຈັດຂຶ້ນໃນໄລຍະ ເດືອນເມສາ ແລະ ກໍມີພິທີກຳ ແລະ ກິດຈະກຳທີ່ບໍ່ແຕກຕ່າງກັນພໍປານ ໃດເຊັ່ນ: ບຸນປີໃໝ່ທີ່ປະເທດລາວ ຈັດຂຶ້ນໃນຊ່ວງເດືອນ 5 ລາວ (ເດືອນເມສາ) ເຊິ່ງຈະຈັດຂຶ້ນໃນ ວັນທີ 14-16 ເມສາ ຂອງທຸກປີ, ປີໃໝ່ລາວຈະແບ່ງອອກເປັນ 3 ມື້ ຄື: ວັນສັງຂານລ່ວງ, ວັນເນົາ ແລະ ວັນສັງຂານຂຶ້ນ. ຮີດທີ່ຄົນລາວປະຕິບັດໃນວັນປີໃໝ່ຈະມີການບາສີສູ່ ຂວັນ, ອວຍພອນເຊິ່ງກັນ ແລະ ກັນ, ມີການສົມມາພໍ່ແມ່ ແລະ ຍາດຜູ້ໃຫຍ່, ການເລາະສົງນ້ຳພະ, ມີພິທີແຫ່ນາງສັງຂານ, ການເຮັດບຸນຕັກບາດຖວາຍສັງຄະທານໃຫ້ພະ, ການຕົບພະທາຍ ແລະ ມີການຫລິ້ນ ນ້ຳຄົບງັນມ່ວນຊື່ນ.

ບຸນປີໃໝ່ທີ່ປະເທດໄທ ຈັດຂຶ້ນ ໃນຊ່ວງເດືອນ 5 ລາວ (ເດືອນເມ ສາ) ເຊິ່ງຈະຈັດຂຶ້ນໃນວັນທີ 13- 15 ເມສາ ຂອງທຸກປີ, ກິດຈະກຳ ການຫລິ້ນປີໃໝ່ໃນໄທ ກໍຈະຄ້າຍຄື ກັນກັບການຫລິ້ນບຸນປີໃໝ່ໃນລາວ ແລະ ກຳປູເຈຍ ເຊິ່ງຈະມີການບາ ສີສູ່ຂວັນ, ອວຍພອນເຊິງກັນ ແລະ ກັນ, ມີການສົມມາພໍ່ແມ່ ແລະ ຍາດ ຜູ້ໃຫຍ່, ການເລາະສົງນ້ຳພະ, ມີພິທີ ແຫ່ນາງສັງຂານ, ການເຮັດບຸນຕັກ ບາດຖວາຍອາຫານໃຫ້ພະ, ການຕົບ ພະທາຍ ແລະ ມີການຫລິ້ນນ້ຳຄົບ ງັນມ່ວນຊື່ນຕາມສະຖານທີ່ຕ່າງໆ.

ບຸນປີໃໝ່ທີ່ ມຽນມາ ຈັດຂຶ້ນໃນ ຊ່ວງເດືອນ 5 (ເດືອນເມສາ) ເຊິ່ງ ຈະຈັດຂຶ້ນໃນວັນທີ 13-17 ຂອງ ທຸກປີ ເຊິ່ງຊາວມຽນມາ ເອີ້ນບຸນກຸດ ສົງການນີ້ວ່າ ປະເພນີເຫຍ່ບະແວຕໍ ແປວ່າ ພິທີການຫລິ້ນນ້ຳ ປະຊາຊົນ ມຽນມາ ສະເຫລີມສະຫລອງວັນ ສົ່ງທ້າຍປີເກົ່າຕອນຮັບປີໃໝ່ ໂດຍການຫລິ້ນສາດນ້ຳຕະຫລອດ 5 ວັນ ນອກຈາກນີ້ພວກເຂົາຍັງຖືວ່າ ເປັນໄລຍະມົງຄຸນ ຈິ່ງນິຍົມເຂົ້າວັດ ຮັກສາສິນ, ສົງນ້ຳພະ ພຸດທະຮູບ ແລະ ເຈດີ ມີການສົງນ້ຳໃຫ້ຜູ້ໃຫຍ່ ແລະ ສະຜົມໃຫ້ຜູ້ເຖົ້າຜູ້ແກ່ດ້ວຍນ້ຳສົ້ມປ່ອຍ ແລະ ເມື່ອສິ້ນສຸດວັນ ສົງການຊາວມຽນມາຈະຈັດງານ ບວດຈົວນ້ອຍ ໃຫ້ລູກຊາຍ ແລະ ຈັດງານບ່ອງຫູໃຫ້ລູກສາວ. ດັ່ງນັ້ນ, ຫລັງສົງການຈະເຫັນຂະບວນ ແຫ່ລູກແກ້ວ ແລະ ລູກຍິງໄປຕາມ ທ້ອງຖະໜົນ ແລະ ຮອບລານພະເຈດີ ຕາມວັດຕ່າງໆ ຈິ່ງມີຈົວນ້ອຍອົງ ໃໝ່ຢູ່ເຕັມທຸກວັດ.

ບຸນປີໃໝ່ທີ່ປະເທດກຳປູເຈຍ ຊາວກຳປູເຈຍ ຈະເອີ້ນບຸນປີໃໝ່ນີ້ວ່າ ໂຈລຊນຳທເມຍ ເຊິ່ງຈະຈັດໃນ ວັນທີ 13-15 ຫລື 14-16 ເມສາຂອງທຸກປີ. ເທສະການປີໃໝ່ຂອງ ຊາວກຳປູເຈຍ ຈະມີການເຮັດບຸນ ຕັກບາດ, ການຕົບພະທາຍ, ສົງນ້ຳພະ, ມີການຫລິ້ນເທສະການພື້ນບ້ານ ເຊິ່ງຈະແບ່ງອອກເປັນ 3 ວັນ ຄື: ວັນທຳອິດ ຊາວບ້ານຈະໄປເຮັດບຸນຕັກບາດ ມີການຂົນຊາຍເຂົ້າວັດ ເພື່ອກຽມກໍ່ເຈດີຊາຍ ຫລື ຕົບພະ ທາຍ, ວັນທີສອງເປັນວັນຂອງຄອບຄົວ ພໍ່ແມ່ລູກ ແລະ ຍາດພີ່ນ້ອງຈະມາຮວມຕົວກັນ ອາດມີການໃຫ້ຂອງຂວັນເນື່ອງໃນວັນຂຶ້ນປີໃໝ່ອີກ ດ້ວຍສ່ວນໃນຕອນຄ່ຳຈະມີການກໍ່ເຈດີຊາຍຮ່ວມກັນ ວັນທີສາມຈະມີ ການຫລິ້ນມ່ວນຊື່ນຕ່າງໆ ສົງນ້ຳ ພະພຸດທະຮູບ, ສົງນ້ຳຜູ້ໃຫຍ່ເພື່ອຄວາມເປັນສີລິມຸງຄຸນ.

ສັງລວມແລ້ວ, ການສະເຫລີມ ສະຫລອງບຸນປີໃໝ່ຂອງບັນດາປະ ເທດດັ່ງກ່າວແມ່ນມີຫລາຍກິດຈະ ກຳຄ້າຍຄືກັນ ໂດຍສະເພາະແມ່ນ ການເຮັດບຸນ, ການສົມມາຜູ້ເຖົ້າຜູ້ແກ່, ບາສີສູ່ຂວັນ ແລະ ອື່ນໆ ເຊິ່ງທັງ ໝົດນັ້ນແມ່ນມີຈຸດປະສົງເພື່ອປັດເປົ່າສະສາງລ້າງສ່ວຍສິ່ງທີ່ບໍ່ດີ, ບໍ່ຈົບບໍ່ງາມໃຫ້ອອກໄປຈາກຊີວິດ ແລະ ຮັບເອົາສິ່ງດີໆເຂົ້າມາໃນໂອກາດຟ້າໃໝ່ປີໃໝ່ນັ້ນເອງ.

ທີ່​ມາ: ຂ​ປ​ລ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...