Monday, May 19, 2025
Kbank Laos โอน รับ จ่าย

ສົງ​ການ​ປີນີ້! ນາງ​ທຸງ​ສະ​ເທວີ ຂີ່​ຄຸດ​ເປັນ​ພາ​ຫະ​ນະ ນາກ​ຫຼິ້ນ​ນ້ຳ 3 ໂຕ ​ຈະເກີດ​ໄພ​ພິ​ບັດ/ເຄື່ອງ​ຂອງ​ແພງ

ສຳນັກວັດປ່າໂພນເພົາວະນາຣາມ ຫຼວງພະບາງ ໄດ້ຄິດໄລ່ ແລະ ປະກາດວັນປີໃໝ່ລາວປີນີ້ ປິກຸນ ກັດໃຄ້ ເອກະສົກ ຈຸລະສັກກະຣາດ 1381 ຈັນທະຣະຄະຕິເປັນປົກກະຕິມາດ ປົກກະຕິວານ ທາງສຸລິຍະຄະຕິເປັນປົກກະຕິສຸລະທິນ.

(1) ວັນທີ 14 ເມສາ ເປັນວັນມະຫາສົງການ ກົງກັບວັນອາທິດ ຂຶ້ນ 10 ຄໍ່າ ເດືອນ 05 ພສ 2562 ເວລາ 15 ໂມງ 14 ນາທີ 24 ວິນາທີ;
(2) ນາງສັງຂານນາມວ່າ ທຸງສະເທວີ ຊົງພາຫຸລັດດອກທັບທິມ (ດອກພິລາ), ອາພອນແກ້ວປັດທະມະຣາດ (ແກ້ວພິລາ), ພັກສາຫານອຸທຸມພອນ (ໝາກເດື່ອ), ພະຫັດ​ຂວາຊົງຈັກ, ພະຫັດຊ້າຍຊົງຫອຍສັງ ແລະ ສະເດັດນັ່ງມາເທິງຫຼັງຄຸດເປັນພາຫະນະ;
(3) ວັນທີ 16 ເມສາ ເວລາ 19:12 ໂມງ ປ່ຽນວັນຖະເຫຼີງສົກຂຶ້ນປີໃໝ່ ປ່ຽບຈຸນລະສັກກະຣາດ ເປັນ 1381:
1. ວັນຈັນເປັນທຸງໄຊ,
2. ວັນເສົາເປັນອະທິບໍດີ,
3. ວັນຈັນເປັນອຸບາດ ເປັນວັນໂລກາວິນາດ,
4. ວັນພະຫັດເປັນອະທິບໍດີ;
(4) ທຳນາຍຝົນ ນາກຫຼິ້ນນໍ້າ 03 ໂຕ:
1. ບັນດານໃຫ້ມີຝົນຕົກ 500 ຫ່າ, 
2. ຕົກໃນຂອບຈັກກະວານ 200 ຫ່າ, 
3. ຕົກໃນປ່າຫິມະພານ 150 ຫ່າ, 
4. ຕົກໃນມະຫາສະໝຸດ 100 ຫ່າ ແລະ 
5. ຕົກໃນໂລກມະນຸດ 50 ຫ່າ;
(5) ທຳນາຍເກນທັນຍາຫານ ຊື່ວ່າ ປາປະ:
1. ເຂົ້ານາຮົ້ວສວນຈະໄດ້ຮັບຜົນ 01 ສ່ວນ, 
2. ເສຍໄປ 10 ສ່ວນ, 
3. ຈະເກີດທຸບພິຂາໄພຕ່າງໆ, 
4. ປະຊາຊົນຈະໄດ້ຮັບທຸກລຳບາກເພາະທັນຍາຫານແພງ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້