ຂໍຂອບໃຈນຳຜູ້ສະໜັບສະໜູນ

ສະຖານເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ຈັດງານ ສະເຫລີມສະຫລອງ ສົງການໄທ – ປີໃໝ່ລາວ ພສ 2562 ຢ່າງເບີກບານມ່ວນຊື່ນ.

ທີ່ນະຄອນຫລວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ພ້ອມດ້ວຍພັນລະຍາ ມີ ລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ ເຂົ້າຮ່ວມ.

ການຈັດງານສະເຫລີມສະຫລອງສົງການ ໄທ- ປີໃໝ່ລາວ ພສ 2562 ຄັ້ງນີ້, ດໍາເນີນໄປດ້ວຍ ບັນຍາກາດເບີກບານມ່ວນຊື່ນ, ທີ່ມີຄວາມໝາຍຄວາມສຳຄັນທາງດ້ານວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງປະຊາຊົນສອງຊາດ ລາວ-ໄທ ທີ່ມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

Hits: 18

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້