ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຈັດກອງປະຊຸມຂັ້ນສູນກາງ ເພື່ອຜ່ານຮ່າງບົດຄົ້ນຄວ້າ “ປະເມີນຄືນການແກ້ໄຂຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ຕິດພັນກັບການລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາ” ເຊິ່ງເປັນຫົວຂໍ້ທີ່ລັດຖະບານມອບໝາຍໃຫ້ສະຖາບັນສຶກສາຄົ້ນຄວ້າ ໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ບົວສອນ ບຸບຜາວັນ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ມີຜູ້ຕາງໜ້າຈາກກະຊວງ ແລະ ກົມກ່ຽວຂ້ອງເຂົ້າຮ່ວມ.
ກະຊວງແຜນການ ແລະ ການລົງທຶນ ລາຍງານວ່າອັດຕາຕົວຊີ້ວັດຄວາມທຸກຍາກຂອງບຸກຄົນ ຈາກ 46% ໃນປີ 1992 ຍັງເຫຼືອ 23,2% ໃນປີ 2012 ກະຊວງກະສິກຳ ແລະ ປ່າໄມ້ ກໍໄດ້ລາຍງານວ່າຄອບຄົວທຸກຍາກໄດ້ຫຼຸດລົງຍັງເຫຼືອ 5,47% ຂອງຈຳນວນຄອບຄົວທົ່ວປະເທດ ບ້ານທຸກຍາກຍັງເຫຼືອ 1.433 ບ້ານ ເທົ່າກັບ 16,92% ຂອງຈຳນວນບ້ານທົ່ວປະເທດ ເມືອງທຸກຍາກຍັງ 23 ເມືອງ ເທົ່າກັບ 15,54% ຂອງຈຳນວນເມືອງທົ່ວປະເທດ ຄວາມຄືບໜ້າໃນການປະຕິບັດເປົ້າໝາຍຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ ໃນປີ 2017 ສາມາດບັນລຸໄດ້ 2 ໃນ 3 ມາດຖານ ຄື:
GNI ຕໍ່ຫົວຄົນ ເພີ່ມຂຶ້ນຈາກ 1.232 ໂດລາສະຫະລັດ ໃນປີ 2015 ມາເປັນ 1.996 ໂດລາສະຫະລັດ ໃນປີ 2018 (ມາດຕະຖານຫຼຸດພົ້ນສູງກວ່າ 1.242 ໂດລາສະຫະລັດ) ດັດສະນີຊັບສິນມະນຸດ (HAI) ເພີ່ມຂຶ້ນຈາກ 60,85 ໃນປີ 2003 ມາເປັນ 72,8 ໃນປີ 2018 (ມາດຕະຖານຫຼຸດພົ້ນສູງກວ່າ 66) ແຕ່ຍັງມີສິ່ງທ້າທາຍຫຼາຍທີ່ຈະບັນລຸດັດຊະນີຄວາມບອບບາງຂອງເສດຖະກິດ (EVI) ຫຼຸດລົງຈາກ 36,2 ໃນປີ 2015 ມາເປັນ 33,7 ໃນປີ 2018 (ມາດຕະຖານຕ່ຳກວ່າ 32).
ການພັດທະນາ ຍັງມີຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ ເຂດແຄວ້ນ ແລະ ກຸ່ມຄົນ ການກະ ຈາຍລາຍໄດ້ ແລະ ໝາກຜົນຂອງການພັດທະນາຍັງບໍ່ທົ່ວເຖິງປະຊາຊົນບັນດາເຜົ່າ ເຂດຊົນນະບົດຫ່າງໄກສອກຫຼີກ ບໍ່ທັນມີການພັດທະນາໄປເຖິງ ຫຼື ໄປເຖິງໜ້ອຍ ໂອກາດການພັດທະນາຕົນເອງຂອງປະຊາຊົນ ໃນຈຳນວນຫຼາຍຍັງຈຳກັດ ປັດຈຸບັນຍັງມີເມືອງທຸກຍາກ ບ້ານທຸກຍາກ ຄອບຄົວທຸກຍາກ ແລະ ບຸກຄົນທຸກຍາກຈຳນວນບໍ່ໜ້ອຍ.
ທີ່ມາ: ໜັງສືພິມວຽງຈັນໃໝ່