ກອງປະຊຸມປຶກສາຫາລືຮ່າງບົດລາຍງານແຜນການປະຕິຮູບການລົງທຶນຢູ່ ສປປ ລາວ (Investment Reform Map “IRM” Report) ຈັດຂຶ້ນຢູ່ໂຮງແຮມແລນມາກ ໂດຍເປັນປະທານຂອງທ່ານນາງ ຄຳຈັນ ວົງແສງບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ມີບັນດາກົມ ພະແນກການ ວິຊາການ ຊ່ຽວຊານອາວຸໂສພາກເອກະຊົນ ຊ່ຽວຊານນະໂຍບາຍການລົງທຶນກຸ່ມທະນາຄານໂລກ (WB) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນາງ ຄຳຈັນ ວົງແສງບູນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 2 ເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຮັບການຊ່ວຍເຫຼືອດ້ານການສຶກສາຈາກກຸ່ມ WB ແຜນການປະຕິຮູບການລົງທຶນ (IRM) ແມ່ນກົນໄກທີ່ສຳຄັນສຳລັບການປຶກສາຫາລື ເພື່ອພັດທະນານະໂຍບາຍການລົງທຶນທີ່ຈຳເປັນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ສາມາດຊ່ວຍໃຫ້ປະເທດທີ່ຕ້ອງການພັດທະນາ ແລະ ດຶງດູດການລົງທຶນ ສະໜັບສະໜູນກະຊວງ ຜທ ແລະ ລັດຖະບານລາວ ເພື່ອຊີ້ແຈງສະພາບທ່າແຮງ ເສດຖະກິດປັດຈຸບັນທີ່ເຊື່ອມໂຍງກັບເສດຖະກິດໂລກ ແຜນການປະຕິຮູບການລົງທຶນ ສາມາດສະແດງບົດບາດຂອງການລົງທຶນໂດຍກົງຂອງຕ່າງປະເທດໃນ ສປປ ລາວ ທ່າອ່ຽງປະເພດ ແລະ ຄວາມບົກຜ່ອງຂອງການລົງທຶນໂດຍກົງຂອງຕ່າງປະເທດ ການວິເຄາະດ້ານລະບຽບການກົດໝາຍສະຖາບັນ ແລະ ນະໂຍບາຍການສົ່ງເສີມການລົງທຶນ ສາມາດສັງລວມເປັນບົດລາຍງານການປະຕິຮູບການລົງທຶນ ເພື່ອຊ່ວຍໃຫ້ການພິຈາລະນາມີການປັບປຸງແຜນຍຸດທະສາດ ການລົງທຶນຂອງລັດຖະບານລາວໃນຕໍ່ໜ້າ.
ໄລຍະຜ່ານມາ ສປປ ລາວ ຍັງບໍ່ໄດ້ມີແຜນປະຕິຮູບການລົງທຶນຢ່າງຈະແຈ້ງ ແລະ ມີແບບແຜນ ແຜນການປັບປຸງການລົງທຶນ ອາດຊ່ວຍໃຫ້ເພີ່ມການລົງທຶນໂດຍກົງຈາກຕ່າງປະເທດ ສ້າງຄວາມເຊື່ອໝັ້ນ ໂດຍອາໄສຂໍ້ມູນດ້ານຕົວຊີ້ວັດໃນການສົ່ງເສີມບັນຍາກາດໃນການເຮັດທຸລະກິດ ເຊັ່ນ: ການອຳນວຍຄວາມສະດວກໃນການດຳເນີນທຸລະກິດ ເຊິ່ງແມ່ນຄຳສັ່ງເລກທີ 02/ນຍ ຄວາມກະຈ່າງແຈ້ງດ້ານນິຕິກຳ ທີ່ຕິດພັນກັບການດຳເນີນທຸລະກິດ ຂໍ້ມູນຂ່າວສານດ້ານເສດຖະກິດ ແຫຼ່ງຊັບພະຍາກອນທຳມະຊາດ ໂຄງລ່າງພື້ນຖານ ໄຟຟ້າ ນ້ຳປະປາ ລະບົບສາທາລະນຸປະໂພກ ສະຖາບັນການເງິນ-ທະນາຄານ ສິດນຳໃຊ້ທີ່ດິນ ໄລຍະເວລາການລົງທຶນ ແລະ ຂັ້ນຕອນການດຳເນີນງານ ເວລາ ຄ່າໃຊ້ຈ່າຍຕ່າງໆຕ້ອງມີລະບຽບການລົງທຶນເປັນເອກະພາບ.
ທີ່ມາ: ໜັງສືພິມວຽງຈັນໃໝ່