Monday, February 17, 2025

ສ.ເກົາຫຼີ ອະນຸມັດທຶນ 47 ຕື້ກວ່າກີບ ຊ່ວຍເຫຼືອແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ ສປປ.ລາວ

ພິ­ທີ​ລົງ​ນາມ​ສັນ­ຍາ​ສະ­ໜອງ​ທຶນ​ຊ່ວຍ­ເຫຼືອ ໂຄງ­ການ​ສະ­ໜັບ­ສະ­ໜູນ​ຂະ­ແໜງ­ການ ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ ໄລ­ຍະ​ປີ 2019-2022 ມູນ​ຄ່າ 5,5 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 47,75 ຕື້​ກີບ ຈັດ​ຂຶ້ນ​ວັນ​ທີ 14 ພຶດ­ສະ­ພາ 2019 ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ ລະ­ຫວ່າງ​ທ່ານ ບຸນ​ເພັງ ສີ­ສະ​ຫວັດ ຮັກ­ສາ​ການ​ຫົວ­ໜ້າ​ຫ້ອງ­ການ ຄະ­ນະ​ກຳ­ມະ­ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ (ຄຊກລ) ທ່ານ ໂອ ຊູງ​ຊູ ຜູ້­ຕາງ­ໜ້າ​ອົງ­ການ​ຮ່ວມ​ມື​ສາ­ກົນ ສ ເກົາ­ຫຼີ (KOICA) ປະ­ຈຳ​ລາວ ແລະ ທ່ານ​ນາງ ຣິ​ຄາ​ດາ ຣິ​ເອ​ເຈີ ຜູ້­ຕາງ­ໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ການ​ພັດ­ທະ­ນາ (UNDP) ປະ­ຈຳ ສປປ ລາວ ມີ​ທ່ານ​ນາງ ໃບ​ຄຳ ຂັດ­ຕິ­ຍະ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ແຮງ​ງານ ແລະ ສະ­ຫວັດ­ດີ​ການ​ສັງ­ຄົມ ທ່ານ​ນາງ Lee Mi Kyung ປະ­ທານ​ອົງ­ການ KOICA ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ​ນາງ Lee Mi Kyung ກ່າວ​ວ່າ: ໃນ​ປີ­ຜ່ານ­ມາ “ລັດ­ຖະ­ບານ ສ ເກົາ­ຫຼີ ໄດ້​ມີ​ເປົ້າ​ໝາຍ​ປະ­ກອບ­ສ່ວນ​ຕໍ່​ການ​ພັດ­ທະ­ນາ ຂອງ​ບັນ­ດາ​ປະ­ເທດ​ທີ່​ເປັນ​ຄູ່​ຮ່ວມ​ມື​ກັບ KOICA ໂດຍ​ສຸມ​ໃສ່​ຍຸດ​ທະ​ສາດ 3P (ຄົນ ສັນ­ຕິ­ພາບ ຄວາມ​ຈະ­ເລີນ​ຜາ​ສຸກ) KOICA ຫວັງ​ທີ່​ຈະ​ປະ­ກອບ­ສ່ວນ​ຕໍ່​ການ​ສ້າງ​ສັນ­ຕິ­ພາບ​ຢູ່ ສປປ ລາວ ແລະ ຍົກ​ລະ­ດັບ​ຄຸນ​ນະ​ພາບ​ຊີ­ວິດ​ຂອງ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະ­ເບີດ​ບໍ່​ທັນ​ແຕກ ແລະ ບັນ­ລຸ​ເປົ້າ​ໝາຍ​ຊີ­ວິດ​ທີ່​ປອດ​ໄພ​ຈາກ​ລະ­ເບີດ​ບໍ່​ທັນ​ແຕກ ເຊິ່ງ​ເປັນ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ​ແຫ່ງ​ຊາດ​ຂອງ​ລາວ (ເປົ້າ​ໝາຍ​ທີ 18).

ພາຍ​ໃຕ້​ສັນ­ຍາ​ດັ່ງ­ກ່າວ KOICA ຈະ​ສະ­ໜອງ​ທຶນ 3 ລ້ານ​ໂດ​ລາ​ສະ­ຫະ­ລັດ ຈັດ​ຕັ້ງ​ປະ­ຕິ­ບັດ​ໂດຍ​ການ​ຮ່ວມ​ມື​ກັບ UNDP ແລະ 2,5 ລ້ານ​ໂດ​ລາ​ສະ­ຫະ­ລັດ ຈະ​ຈັດ​ຕັ້ງ​ປະ­ຕິ­ບັດ​ການ​ຮ່ວມ​ມື​ແບບ​ສອງ​ຝ່າຍ ເພື່ອ​ນຳ​ໃຊ້​ໃນ​ການ​ຊ່ວຍ­ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ​ຈາກ​ລະ­ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່​ລາວ ເຊິ່ງ​ເປັນ​ການ​ສະ­ໜອງ​ທຶນ​ໄລ­ຍະ​ທີ 2 ທີ່ KOICA ໄດ້​ສະ­ໜອງ​ໃຫ້​ຂະ­ແໜງ­ການ​ແກ້​ໄຂ​ບັນ­ຫາ​ລະ­ເບີດ ເຊິ່ງ​ມີ​ເປົ້າ​ໝາຍ​ເພື່ອ​ສືບ­ຕໍ່​ວຽກ​ຈາກ​ໄລ­ຍະ​ທຳ​ອິດ​ທີ່​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ແຕ່​ປີ 2015-2018 ເພື່ອ​ສະ­ໜັບ­ສະ­ໜູນ​ໃຫ້ ຄຊກລ ປະ­ຕິ­ບັດ​ພາ­ລະ­ກິດ​ຂອງ​ຕົນ​ໃນ​ການ​ປະ­ສານ​ງານ ກ່ຽວ​ກັບ​ວຽກ​ການ​ຄຸ້ມ​ຄອງ​ຂະ­ແໜງ­ການ​ລະ­ເບີດ​ບໍ່​ທັນ​ແຕກ​ໃນ​ລາວ ພ້ອມ​ນີ້ KOICA ຍັງ​ຈະ​ສືບ­ຕໍ່​ສະ­ໜັບ­ສະ­ໜູນ​ດ້ານ​ການ​ເຝິກ­ອົບ­ຮົມ ພ້ອມ​ທັງ​ອຸ­ປະ­ກອນ​ທີ່​ຈຳ­ເປັນ ແລະ ສະ­ໜອງ​ທຶນ​ສຳ­ລັບ​ການ​ປະ­ຕິ­ບັດ​ງານ ໃຫ້​ກອງ​ກວດ​ກູ້​ລະ­ເບີດ​ບໍ່​ທັນ​ແຕກ​ເພື່ອ​ມະ­ນຸດ­ສະ­ທຳ​ຂອງ​ກອງ­ທັບ ເພື່ອ​ປະ­ຕິ­ບັດ​ງານ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ ເຊິ່ງ​ເປັນ​ພື້ນ​ທີ່ ທີ່​ຍັງ​ບໍ່​ທັນ​ມີ​ອົງ­ການ​ເກັບ​ກູ້​ລະ­ເບີດ​ເພື່ອ​ມະ­ນຸດ­ສະ­ທຳ ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່.

ທ່ານ​ນາງ ຣິ​ຄາ​ດາ ຣິ​ເອ​ເກີ ກ່າວ​ວ່າ: ລະ­ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ ເປັນ​ອຸ­ປະ­ສັກ​ຕໍ່​ການ​ຫຼຸດ­ຜ່ອນ​ຄວາມ­ທຸກ​ຍາກ ແລະ ການ​ຫຼຸດ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ UNDP ໄດ້​ຮ່ວມ​ມື​ກັບ​ລັດ­ຖະ­ບານ​ໃນ​ການ​ແກ້​ໄຂ​ບັນ­ຫາ​ລະ­ເບີດ​ບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສປປ ລາວ ເປັນ​ເວ­ລາ​ຫຼາຍ​ປີ ພວກ​ເຮົາ​ດີ­ໃຈ​ທີ່​ໄດ້​ສືບ­ຕໍ່​ເຮັດ​ວຽກ​ຮ່ວມ​ກັບ KOICA ເພື່ອ​ຮັບ­ປະ­ກັນ​ວ່າ­ການ​ສະ­ໜອງ​ທຶນ ແລະ ຄວາມ​ພະ­ຍາ­ຍາມ​ຕ່າງໆ ຈະ​ສາ­ມາດ​ບັນ­ລຸ​ຄາດ­ໝາຍ​ຂອງ​ເປົ້າ​ໝາຍ​ການ​ພັດ­ທະ­ນາ​ແບບ​ຍືນ​ຍົງ ລຳ­ດັບ​ທີ 18 ໃຫ້​ຫຼາຍ​ທີ່​ສຸດ ໄລ­ຍະ​ຜ່ານ​ມາ KOICA ແລະ UNDP ໄດ້​ເຮັດ​ວຽກ​ພັດ­ທະ­ນາ​ຊົນ­ນະ­ບົດ​ຮ່ວມ​ກັນ​ຢູ່​ແຂວງ​ສາ­ລະ​ວັນ ແລະ ສ ເກົາ­ຫຼີ ໄດ້​ສະ­ໜອງ​ບັນ­ດາ​ຊ່ຽວ­ຊານ​ໃຫ້ UNDP ເພື່ອ​ການ​ພັດ­ທະ­ນາ ໂດຍ​ຜ່ານ​ຊ່ອງ​ທາງ​ຕ່າງໆ ລວມ​ທັງ​ພະ­ນັກ­ງານ​ກ່ຽວ​ກັບ​ແຜນ​ງານ​ການ​ຮ່ວມ​ມື​ຫຼາຍ​ຝ່າຍ​ຂອງ KOICA ແລະ ແຜນ​ງານ​ອາ­ສາ​ສະ­ໝັກ​ຂອງ UNDP ເພື່ອ​ຮ່ວມ​ມື​ໃນ​ການ​ພັດ­ທະ­ນາ​ວຽກ​ງານ​ແຕ່​ລະ​ດ້ານ​ໃຫ້​ມີ​ຜົນ­ສຳ­ເລັດ​ອີກ​ດ້ວຍ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.