Saturday, July 19, 2025
Kbank Laos โอน รับ จ่าย

ເມືອງໄຊ​ທານີ ມີ​ແຜນ​ປູກ​ຕົ້ນໄມ້​ໃຫ້ໄດ້ໃນ​ເນື້ອທີ່ 100 ເຮັກຕາ

ທອງ​ສຸກ ບົວ​ລີ​ຂັນ

ເພື່ອ​ເປັນ​ການ​ຄຳນັບ​ຮັບ​ຕ້ອນ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ວັນ​ທີ 1 ມິຖຸນາ ທັງ​ເປັນ​ການ​ປູກ​ໄມ້​ເພີ່ມ​ເນື້ອທີ່​ປ່າ​ສີຂຽວ ໃນ​ປີ​ນີ້ ທາງ​ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ມີ​ແຜນ​ປູກ​ໄມ້​ໃນ​ເນື້ອທີ່ 100 ເຮັກຕາ.

ທ່ານ ທອງ​ສຸກ ບົວ​ລີ​ຂັນ ຫົວໜ້າ​ຫ້ອງການ​ກະສິກຳ​ປ່າໄມ້ ເມືອງ​ໄຊ​ທານີ ໄດ້​ໃຫ້​ສຳພາດ​ວັນ​ທີ 14 ພຶດສະພາ 2019 ວ່າ:

ເພື່ອ​ເປັນ​ການ​ສະເຫຼີມສະຫຼອງ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ ທັງ​ເປັນ​ການ​ເພີ່ມ​ເນື້ອທີ່​ປ່າ​ປົກ​ຫຸ້ມ​ໃຫ້​ມີ​ເນື້ອທີ່​ເພີ່ມ​ຂຶ້ນ ເຊິ່ງ​ໃນ​ປີ​ນີ້ ເມືອງ​ໄຊ​ທານີ​ມີ​ແຜນ​ປູກ​ໄມ້​ໃນ​ເນື້ອທີ່ 100 ເຮັກຕາ ນຳ​ໃຊ້​ເບ້ຍ​ໄມ້ ຈຳນວນ 5 ແສນ​ເບ້ຍ ປະກອບ​ມີ ໄມ້​ແຕ້​ຂ່າ ໄມ້​ຂະ​ຍຸງ ໄມ້​ດູ່​ລາຍ ໄມ້​ໃຫ້​ໝາກ ແລະ ໄມ້​ປະດັບ​ອື່ນໆ,

ໃນ​ນັ້ນ ອຳນາດ​ການ​ປົກຄອງ​ເມືອງ ກໍ​ຄື ຫ້ອງການ​ກະສິກຳ​ປ່າໄມ້​ເມືອງ ສະໜອງ​ເບ້ຍ​ໄມ້​ຈຳນວນ 200.000 ເບ້ຍ ສ່ວນ​ທີ່​ເຫຼືອ​ແມ່ນ​ໄດ້​ມອບ​ໃຫ້​ຫ້ອງການ​ອ້ອມ​ຂ້າງ​ເມືອງ ບ້ານ ກຸ່ມ​ບ້ານ ປະຊາຊົນ ແລະ ພາກ​ເອກະ​ຊົນ​ຮັບຜິດຊອບ​ຕາມ​ນະໂຍບາຍ​ຂອງ​ຂັ້ນ​ເທິງ ຕ້ອງ​ປະຕິບັດ​ໃຫ້​ໄດ້​ຢ່າງ​ໜ້ອຍ​ປູກ​ຄົນ​ລະ 2 ເບ້ຍ​ຕໍ່​ຄົນ​ຕໍ່​ປີ .

ສຳລັບ​ປີ​ນີ້​, ເມືອງ​ໄຊ​ທານີ​ແມ່ນ​ໄດ້​ເລີ່ມ​ປູກ​ໄມ້​ທົດ​ແທນ​ຈຳນວນ​ໜຶ່ງ​ແລ້ວ ໂດຍ​ໄດ້​ປູກ​ຢູ່​ຂອບ​ທາງ​ຖະໜົນ 450 ປີ ໄລຍະ 3 ກິໂລແມັດ ປະກອບ​ມີ ໄມ້​ຫຳ​ງົວ ຕົ້ນ​ແຄນ ຈຳນວນ 50 ຕົ້ນ ຕົ້ນ​ຈຳປາ 200 ຕົ້ນ ແລະ ໄມ້​ປະດັບ​ອື່ນໆ ມູນ​ຄ່າ 30 ລ້ານ​ກີບ.

ແຕ່​ການ​ປູກ​ຄັ້ງ​ນີ້​ກໍ​ເຫັນ​ວ່າ​ຍັງ​ບໍ່​ພຽງພໍ ເຊິ່ງ​ທາງ​ເມືອງ​ໄຊ​ທານີ​ຍັງ​ມີ​ຄວາມ​ຕ້ອງການ​ເບ້ຍ​ດອກ​ເຈ້ຍ​ຈຳນວນ​ຫຼາຍ​ເພື່ອ​ນຳ​ມາ​ປູກ​ໃສ່​ຂອບ​ຄູ​ກາງ​ທາງ ຈິ່ງ​ຮຽກຮ້ອງ​ມາ​ຍັງ​ພາກສ່ວນ​ຕ່າງໆ​ນຳ​ເອົາ​ເບ້ຍ​ດອກ​ເຈ້ຍ​ມາ​ປະກອບສ່ວນ​ປູກ​ເພື່ອ​ເປັນ​ການ​ປະດັບ​ປະດາ​ໃຫ້​ຖະໜົນ 450 ປີ ມີ​ຄວາມ​ຈົບງາມ.

ສ່ວນ​ກິດຈະກຳ​ປູກ​ໄມ້​ສະເຫຼີມສະຫຼອງ​ວັນ​ປູກ​ຕົ້ນໄມ້​ແຫ່ງ​ຊາດ​ເປັນ​ທາງ​ການ​ນັ້ນ​ແມ່ນ​ຈະ​ໄດ້​ຈັດ​ໃນ​ວັນ​ທີ 31 ພຶດສະພາ 2019 ທີ່​ແຫຼ່ງ​ທ່ອງ​ທ່ຽວ​ຕາດ​ຊອຍ​ວອຍ ປູກ​ໃນ​ເນື້ອທີ່ 3 ເຮັກຕາ ສ່ວນ​ເນື້ອທີ່​ທີ່​ເຫຼືອ​ແມ່ນ​ໄດ້​ມອບ​ໃຫ້​ຫ້ອງການ​ອ້ອມ​ຂ້າງ ບ້ານ ກຸ່ມ​ບ້ານ ປະຊາຊົນ ແລະ ພາກ​ເອກະ​ຊົນ​ສືບຕໍ່​ປູກ​ໃຫ້​ສຳເລັດ.

ເຊີ່ງ​ປີ​ນີ້​ຄາດ​ວ່າ​ຈະ​ສາມາດ​ປູກ​ໄດ້​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ເພາະ​ມາ​ເຖິງ​ປັດຈຸບັນ​ທາງ​ຫ້ອງການ​ກະສິກຳ​ປ່າໄມ້​ເມືອງ​ໄດ້​ລົງ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ບ້ານ​ແຕ່​ລະ​ບ້ານ ໂດຍ​ສະເພາະ ແມ່ນ 5 ກຸ່ມ​ບ້ານ​ເຂດ​ນອກ​ທີ່​ຍັງ​ມີ​ເນື້ອທີ່​ຫວ່າງ​ສຳລັບ​ປູກ​ໄມ້ ໃຫ້​ພ້ອມ​ກັນ​ປູກ​ໃຫ້​ສຳເລັດ ນອກຈາກ​ນັ້ນ ຍັງ​ໄດ້​ສົມທົບ​ກັບ​ບໍລິສັດ​ຮັບ​ເໝົາ​ກໍ່ສ້າງ​ທາງ​ດອນ​ໜູນ ຫາ ທ່າ​ງ່ອນ ປູກ​ໄມ້ແຄນ ແລະ ໄມ້​ອື່ນໆ.

ສ່ວນ​ສະພາບ​ການ​ປູກ​ໄມ້​ໃນ​ປີ 2018 ສາມາດ​ປູກ​ໄມ້​ໄດ້​ພຽງ 89% ຂອງ​ເນື້ອທີ່​ແຜນການ 100 ເຮັກຕາ ເຊິ່ງ​ເກີດ​ຈາກ​ຫຼາຍ​ສາເຫດ ໂດຍ​ສະເພາະ ການ​ຈັດ​ສັນ​ພື້ນ​ທີ່​ປູກ​ບໍ່​ສາມາດ​ເຮັດ​ໄດ້ 100% ໄປ​ພ້ອມ​ກັບ​ການ​ປຸກລະດົມ​ປະຊາຊົນ ແລະ ພາກ​ເອກະ​ຊົນ​ເຂົ້າ​ຮ່ວມ​ແມ່ນ​ບໍ່​ທັນ​ມີ​ຂະ​ບວນ​ທີ່​ແຂງແຮງ.

ທີ່ມາ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.