
ທ່ານ ດຣ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງ ຈັນໄດ້ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ 2019 ວ່າ:

ເພື່ອຫຼີກລ່ຽງອັນຕະລາຍ ກໍຄືການເບື່ອເຫັດພາຍຫຼັງບໍລິໂພກນັ້ນ ແມ່ນບໍ່ຄວນເອົາເຫັດຊະນິດທີ່ບໍ່ເຄີຍກິນມາກິນມາປຸງແຕ່ງອາຫານ ບໍ່ຄວນເອົາເຫັດຫຼາຍຊະນິດມາປົນກັນເພື່ອປຸ່ງແຕ່ງອາຫານ ແລະ ເມື່ອເອົາເຫັດມາປຸງແຕ່ງ.

ຕ້ອງຮູ້ທີ່ມາຂອງເຫັດ ເພື່ອໃຫ້ຮັບປະກັນວ່າບ່ອນທີ່ເຫັດເກີດນັ້ນແມ່ນບໍ່ໄດ້ເກີດໃນບ່ອນທີ່ມີສານເຄມີຕົກຄ້າງ ແລະ ເມື່ອນຳມາປຸງແຕ່ງນັ້ນ ສິ່ງສຳຄັນຕ້ອງປຸງແຕ່ງໃຫ້ສຸກດີ ແລະ ຖ້າພາຍຫຼັງບໍລິໂພກແລ້ວມີອາການວິນຫົວ ປວດຮາກ ຫຼື ເຈັບທ້ອງ ແມ່ນໃຫ້ຮີບຮ້ອນນຳສົ່ງໂຮງໝໍໂດຍດ່ວນ ເພື່ອຮັບການປິ່ນປົວຢ່າງຖືກວິທີ ທັງຮັບປະ ກັນຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດ.

ທີ່ມາ: ສຳນັກຂ່າວສານປະເທດລາວ