
ເພື່ອເປັນການສ້າງຂະບວນການຮອບດ້ານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ແລະ ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງຫົງສາ ເວົ້າລວມ ເວົ້າສະເພາະ ກໍ່ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ IX ຂອງສະຫະພັນແມ່ຍິງໃນທົ່ວເມືອງຫົງສາ ທີ່ຈະໄດ້ເປີດຂຶ້ນໃນຕໍ່ໜ້ານີ້, ໃຫ້ເປັນຂະບວນຟົດຟື້ນ ມ່ວນຊື່ນ ແລະ ມີຄວາມຫມາຍຄວາມສຳຄັນຍິ່ງຂຶ້ນ.

ດັ່ງນັ້ນ, ສະຫະພັນແມ່ຍິງເມືອງຫົງສາ ຈຶ່ງໄດ້ຈັດກິດຈະກຳເຕັ້ນ ເພ່ື່ອສຸຂະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ແມ່ຍິງທົ່ວເມືອງຂຶ້ນບໍ່ດົນຜ່ານມາ, ນໍາໂດຍທ່ານ ນາງ ດາວວິນ ລາດຊະກິດ ຮອງເຈົ້າເມືອງຫົງສາ, ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ພ້ອມດ້ວຍບັນດາສະມາຊິກສະຫະພັນແມ່ຍິງຢູ່ແຕ່ລະກົມກອງ-ຫ້ອງການພາຍໃນເມືອງເຂົ້າຮ່ວມ 200 ທ່ານ.

ກິດຈະກຳເຕັ້ນໃນຄັ້ງນີ້, ແມ່ນການເຕັ້ນໃນຈັງຫວະ ລີລາ-ລີລາດ ປະກອບມີສອງບົດເພງ; ການສ້າງຂະບວນ ການ ນອກຈາກຈະເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂັ້ນເມືອງແລ້ວ ຍັງເປັນການຜູກແໜ້ນຄວາມສາມັກຄີ ມີໄມຕີຈິດທີ່ດີຕໍ່ກັນຂອງສະມາຊິກແມ່ຍິງຢູ່ພາຍໃນເມືອງ ແລະ ຍັງເປັນການອານຸລັກຮັກສາສິນລະປະ-ວັນນະຄະດີ ອັນດີງາມຂອງລາວກໍຄື: ປະເພດການເຕັ້ນໃຫ້ໝັ້ນຄົງຕະຫລອດໄປ.
ທີ່ມາ: ສຳນັກຂ່າວສານປະເທດລາວ