ລາວ-ໄທ ໄຊພູທອງ-ອໍາເພີດອນຕານ ທົບທວນ ການຮ່ວມມືປາບປາມຢາເສບຕິດຕາມແນວຊາຍແດນ

ບໍ່ດົນຜ່ານມາ, ໄດ້ມີກອງປະຊຸມ ຄະນະປະສານງານປາບປາມຢາເສບຕິດຊາຍແດນລາວ-ໄທ ຄັ້ງທີ 3 ລະຫວ່າງ ເມືອງໄຊພູທອງແຂວງ ສະຫວັນນເຂດ ກັບ ຄະນະປະສານງານປາບປາມຢາເສບຕິດຊາຍແດນ ອໍາເພີດອນຕານ ຣາຊະອານາຈັກໄທ.

ເພື່ອທົບທວນການພົວພັນຮ່ວມມືປາບປາມຢາເສບຕິດຕາມແນວຊາຍແດນ, ລວມເຖິງຜົນສໍາເລັດຂອງການປະຕິບັດຄວາມຮ່ວມມືໃນການປ້ອງກັນ ແລະ ແກ້ໄຂບັນຫາຢາເສບຕິດຕາມແນວຊາຍແດນ ແລະ ການແລກປ່ຽນຂໍ້ມູນຂ່າວສານທີ່ເປັນປະໂຫຍດໃນການປ້ອງກັນ ແລະ ປາມປາມຢາເສບຕິດ.

ສອງຝ່າຍຕົກລົງຮ່ວມກັນທີ່ຈະແລກປ່ຽນຂໍ້ມູນທີ່ກ່ຽວຂ້ອງກັບຢາເສບຕິດ ລະຫວ່າງເມືອງໄຊພູທອງ ກັບອໍາເພີດອນຕານ ໂດຍຜ່ານໜ່ວຍງານປ້ອງກັນ ແລະ ປາບປາມຢາເສບຕິດ ເມືອງໄຊພູທອງ ກັບສໍານັກງານປະສານງານປາບປາມຢາເສບຕິດຊາຍແດນ ຂອງອໍາເພີດອນຕານ.

ພ້ອມນີ້, ສອງຝ່າຍຍັງໄດ້ຕົກລົງຮ່ວມກັນໃນການດໍາເນີນການປ້ອງກັນ ບັນດາເຍົາວະຊົນ, ຊາວໝຸ່ມ ແລະ ພໍ່ແມ່ປະຊາຊົນບໍ່ໃຫ້ກ່ຽວຂ້ອງກັບຢາເສບຕິດ, ສ່ວນຝ່າຍອໍາເພີດອນຕານສະເໜີໃຫ້ມີການຮ່ວມກັນລາດຕະເວນຕາມລໍາແມ່ນໍ້າຂອງທາງເຮືອເດືອນລະ 1 ຄັ້ງ ໂດຍຝ່າຍອຳເພີດອນຕານ ເປັນຜູ້ຮັບຜິດຊອບເລື່ອງການໃຊ້ຈ່າຍງົບປະ ມານ ແລະ ອື່ນໆ.

ທີ່ມາ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...