Thursday, March 20, 2025

ປະກາດ! ທະນາຄານ ແຫ່ງ ສປປ ລາວ(ທຫລ) ໂຈະອອກໃບອະນຸຍາດຕັ້ງຮ້ານແລກປ່ຽນເງິນຕາແລ້ວ!

ໃນ 2 ປີຜ່ານມາ, ກົມນະໂຍບາຍເງິນຕາ ທະນາຄານ ແຫ່ງ ສປປ ລາວ(ທຫລ) ໄດ້ອອກແຈ້ງການສະບັບເລກທີ 804/ກນງ ລົງວັນ ທີ 22 ສິງຫາ 2017 ກ່ຽວກັບການໂຈະຊົ່ວຄາວການຮັບເອກະສານຄຳຮ້ອງ ແລະ ການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນ ເງິນຕາໃນທົ່ວປະເທດ.

ທັງນີ້ກໍເພື່ອທົບທວນ ແລະ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງ ວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມລະບຽບການກຳນົດ; ຜ່ານການຈັດຕັ້ງປະຕິບັດ ແຈ້ງການສະບັບດັ່ງກ່າວເຫັນວ່າ:

ໄດ້ຮັບຜົນດີສົມຄວນ ແຕ່ໃນຂະນະດຽວກັນ ກໍຍັງມີນັກທຸລະກິດ ແລະ ຜູ້ສົນໃຈປະສົງດຳເນີນທຸລະກິດແລກປ່ຽນເງິນຕາຈຳນວນໜຶ່ງຍັງບໍ່ທັນຮັບຊາບ ແລະ ເຂົ້າໃຈແຈ້ງຕໍ່ແຈ້ງການສະບັບດັ່ງກ່າວ.

ສະນັ້ນ, ເພື່ອເຮັດໃຫ້ບຸກຄົນ ແລະ ນິຕິບຸກຄົນທີ່ມີຈຸດປະສົງຕ້ອງການດຳເນີນທຸລະກິດແລກປ່ຽນເງິນຕາ ໄດ້ຮັບຊາບຢ່າງທົ່ວເຖິງ ກັນຕື່ມອີກ.

ກົມນະໂຍບາຍເງິນຕາ ທະນາຄານ ແຫ່ງ ສປປ ລາວ ໄດ້ສືບຕໍ່ແຈ້ງໂຈະການອອກໃບອະນຸຍາດດຳເນີນທຸລະກິດແລກ ປ່ຽນເງິນຕາໃນທົ່ວປະເທດຕື່ມອີກ ສະບັບເລກທີ 571/ກນງ; ລົງວັນທີ 10 ພຶດສະພາ 2019 ໄດ້ລະບຸວ່າ:

ທະນາຄານ ແຫ່ງ ສປປ ລາວ ຈະສືບຕໍ່ໂຈະການຮັບເອກະສານຄຳຮ້ອງ ແລະ ການອອກໃບອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາໃນຂອບເຂດທົ່ວປະ ເທດຈົນກວ່າຈະມີແຈ້ງການສະບັບໃໝ່ປ່ຽນແທນເພື່ອທົບທວນການຈັດຕັ້ງປະຕິບັດລະບຽບຂອງບັນດາຮ້ານແລກປ່ຽນເງິນຕາທີ່ ໄດ້ຮັບອະນຸຍາດ ແລະ ຕິດຕາມການແລກ ປ່ຽນເງິນຕາ ທີ່ບໍ່ໄດ້ຮັບການອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ, ພ້ອມທັງປັບ ປຸງນິຕິກຳທີ່ກ່ຽວຂ້ອງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຄຸ້ມຄອງຮ້ານແລກປ່ຽນເງິນຕາ ມີປະສິດທິຜົນ ແລະ ສອດຄ່ອງຕາມກົດ ໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງບັນດາຜູ້ປະກອບການດຳເນີນທຸລະກິດແລກປ່ຽນເງິນຕາໃນທົ່ວປະເທດ ຈົ່ງພ້ອມ ກັນປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຂໍ້ຕົກລົງ ວ່າດ້ວຍການດຳເນີນທຸລະກິດແລກປ່ຽນເງິນຕາ ແລະ ນິຕິກຳ ລຸ່ມກົດໝາຍທີ່ຕິດພັນກັບທຸລະກິດແລກປ່ຽນເງິນຕາຢ່າງເຂັ້ມງວດ.

(ແຫຼ່ງຂໍ້ມູນຈາກ: ໜັງສືພິມ ລາວພັດທະນາ)

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.