Thursday, January 23, 2025

ວາງແຜນການຄຸ້ມຄອງມໍລະດົກ ໃນເຂດສຳປະທານບໍ່ຄຳ-ທອງເຊໂປນ ເມືອງວິລະບູລີແຂວງສະຫວັນນະເຂດ

ທີ່ແຂວງສະຫວັນນະເຂດໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຄຸ້ມຄອງມໍລະດົກໃນເຂດສໍາປະທານໂຄງການບໍ່ຄໍາ-ທອງເຊໂປນ ຂອງເມືອງວິລະບູລີ ຈັດຂຶ້ນຢູ່ຮ້ານອາຫານລາວເດີມ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໃນພິທີໂດຍທ່ານ ຄໍາພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ, ທ່ານ ຄໍາສິດ ພົມມະຈັນ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດກໍ່ໄດ້ກ່າວເປີດກອງປະຊຸມວ່າ:

ຕະຫຼອດເວລາທີ່ຜ່ານມາຕັ້ງແຕ່ມີການດໍາເນີນທຸລະກິດຂອງບໍລິສັດບໍ່ຄຳ-ເຊໂປນ ທີ່ເມືອງວິລະບູລີແຂວງສະ ຫວັນນະເຂດເປັນຕົ້ນມາກໍ່ເລີ່ມມີການຕິດພັນກັບວຽກງານສຶກສາ ແລະ ປະເມີນຜົນກະທົບຕໍ່ກັບມໍລະດົກຂອງຄະນະກຳມະການລະດັບຊາດມາຕັ້ງແຕ່ຕົ້ນຈົນກ້າວມາສູ່ການສ້າງໃຫ້ມີບົດບັນທຶກຄວາມຊ່ວຍຈຳເພື່ອສຶກສາຄົ້ນຄວ້າທາງດ້ານບູຮານວິທະຍາລະຫວ່າງກົມມໍລະດົກ.

ບໍລິສັດລ້ານຊ້າງມິນິໂຣນ ລິມີເຕັດ ແລະ ມະຫາວິທະຍາໄລເຈມສຄຸກປະເທດອົດສະຕາລີ, ມາເຖິງປະຈຸບັນກໍ່ເປັນເວລາ10ກວ່າປີພາຍໃຕ້ການຊີ້ນຳທາງດ້ານວິຊາການຂອງກົມມໍລະດົກ, ກອງບູຮານໂດຍມີການປະສານສົມທົບກັບພະແນກ ຖວທ ແຂວງ, ຫ້ອງການ ຖວທ ເມືອງກໍ່ຄືອຳນາດການປົກຄອງເມືອງວິລະບູລີ ແລະ ບໍລິສັດບໍ່ຄຳ-ທອງເຊໂປນເຊິ່ງໄດ້ເປັນບ່ອງອີ່ງໃຫ້ແກ່ທຸກຝ່າຍໄດ້ພ້ອມກັນຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວຕາມພາລະບົດ ບາດຂອງໃຜລາວພາຍໃຕ້ກອບກົດໝາຍ ມໍລະດົກແຫ່ງຊາດ ແລະ ລະບຽບການຂອງບໍລິສັດບໍ່ຄຳ-ທອງ ເຊໂປນຢ່າງເປັນລະບົບ ແລະ ໄດ້ຮັບຜົນສຳເລັດມາເປັນແຕ່ລະໄລຍະນັ້ນກໍ່ຄືຜົນງານຮ່ວມພວກເຮົາທຸກພາກສ່ວນ.

ໃນໂອກາດນີ້, ທ່ານ ທອງລິດ ຫຼວງໂຄດ ຫົວໜ້າກອງບູຮານວິທະຍາ ກໍ່່ໄດ້ກ່າວລາຍງານຄວາມເປັນມາ ແລະ ຈໍານວນວັດຖຸບູຮານທີ່ຄົ້ນພົບຈາກເຂດບໍ່ຄໍາ-ທອງເຊໂປນ ເມືອງວິລະບູລີ ເຊິ່ງໃຫ້ຮູ້ວ່າ:

ເມືອງວິລະບູລີເປັນຖືໄດ້ວ່າເປັນເມືອງທີ່ມີຄວາມລຶບລັບສັບຊ້ອນໃນທາງດ້ານທໍາມະຊາດເປັນຕົ້ນແມ່ນແຮ່ທອງ, ຄໍາ, ຊືນ, ກົ່ວ ແລະອື່ນໆ, ຍັງມີວັດຖຸບູຮານພາຊະນະເຄື່ອງໃຊ້ໃນສະໄໝອະດີດເກືອບ 2.500 ກວ່າປີກ່ອນ ທີ່ສາມາດຂຸດຄົ້ນໄດ້ໃນລະຫວ່າງການຂຸດຄົ້ນແຮ່ທາດທໍາມະຊາດ. ເຊິ່ງການຂຸດຄົ້ນວັດຖຸບູຮານແມ່ນໄດ້ມາຈາກຫຼາຍແຫ່ງເປັນຕົ້ນແມ່ນການສໍາຫຼວດຂອງຄະນະກໍາມະການ, ຄົ້ນພົບຈາກການລາຍງານຂອງໜ່ວຍງານ (UXO) ໜ່ວຍງານເກັບກູ້ລະເບີດອອກຈາກເຂດສໍາປະທານ, ການຄົ້ນພົບຂອງອໍານາດການປົກຄອງພາຍໃນເມືອງ, ບ້ານ ກໍ່ຄືພໍ່ແມ່ປະຊາຊົນ. ໂດຍເຂດທີ່ຄົ້ນພົບຫຼາຍທີ່ສຸດມີ 3 ເຂດຄື: ເປີ້ນເບົ້າຫຼໍ່, ພູແທ່ງຄໍາ ແລະທົ່ງນາເງືອກ.

ຜ່ານມາສາມາດຄົ້ນພົບວັດຖຸບູຮານທົງມົດທີ່ຄົ້ນພົບທັງຮູບຮ່າງສົບບູນ ແລະບໍ່ສົມບູນຈາກແຫຼ່ງຕ່າງໆພາຍໃນເມືອງມີທັງໝົດ 75.563 ຊິນ/ອັນ/. ໂດຍສ່ວນໜຶ່ງໄດ້ນໍາມາເກັບຮັກສາໄວ້ທີ່ຫໍວັດທະນະທໍາເມືອງວິລະບູລີ ແລະ ອີກສ່ວນໜຶ່ງກໍ່ເກັບໄວ້ທີ່ຫ້ອງການວັດທະນະທໍາຂອງບໍລິສັດລ້ານຊ້າງມິເນໂຣນ ລິມີເຕັດ. 

ຈາກນັ້ນ, ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກກໍ່ມີຄໍາເຫັນຕີລາຄາສູງຕໍ່ການປຶກສາຫາລືເພາະເປັນນະ ໂຍບາຍເປັນຫຼັກການ ແລະ ເປັນແຜນການທີ່ຕ້ອງປະຕິບັດຕາມກອງປະຊຸມທີ່ຮັບຮອງເອົາຄວາມຄິດເຫັນ, ຮັບ ຮອງແຜນການນະໂຍບາຍ, ແຜນການຄຸ້ມຄອງມໍລະດົກອັນລໍ້າຄ່າຂອງຊາດທີ່ກຳເນີດເກີດຂຶ້ນໃນແຜ່ນດິນປະ ຫວັດສາດທີ່ມີຊື່ສຽງ, ອັນທີ່ມີຄວາມໝາຍຄວາມສໍາຄັນໃນພາກພື້ນບາງອັນກໍ່ໃນລະດັບໂລກຈຶ່ງສະເໜີບາງຂໍ້ຄິດເຫັນໃຫ້ມີການຈັດແບ່ງວັດຖຸບູຮານການກອບກູ້ຄົ້ນຄວ້າວິໄຈ,ຈາກແຜ່ນດິນວິລະບູລີໃຫ້ທາງເມືອງ, ແຂວງ, ສູນກາງ ໃຫ້ມີຄຳຄິດເຫັນນຳກັນວ່າສິ່ງທີ່ເປັນວັດຖຸບູຮານອັນເກົ່າແກ່ ແລະ ສຳຄັນ ຄວນຢູ່ບ່ອນໃດ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງເປັນເອກະພາບກັນ.

ຈາກນັ້ນໃນກອງປະຊຸມກໍ່ໄດ້ມີການປຶກສາຫາລື ແລກປ່ຽນຄຳຄິດເຫັນຕ່າງໆ ເຊິ່ງກັນ ແລະ ກັນຕື່ມອີກ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ