ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄະນະທີມງານ ສື່ມວນຊົນລາວ ໄດ້ເດີນທາງໄປຢ້ຽມຊົມໂຄງການຂຸດຄົ້ນ ແລະ ໂຮງ ງານຜະລິດແຮ່ທອງ-ຄຳ ຂອງບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ຢູ່ເມືອງອານຸວົງ ແຂວງໄຊສົມບູນ ໃນວັນທີ 4 ມິຖຸນາ 2019 ໂດຍໄດ້ຮັບການແນະນຳກ່ຽວກັບການດຳເນີນງານ ຂອງບໍລິສັດ ໃນໄລຍະຜ່ານມາ ເປັນຕົ້ນແມ່ນຂັ້ນຕອນການວິໄຈ ເພື່ອໃຫ້ໄດ້ແຮ່ທີ່ມີຄຸນນະພາບ, ຢ້ຽມຊົມ ບໍລິເວນການຂຸດເຈາະແຮ່, ລວມທັງອ່າງບຳບັດນ້ຳເສຍ, ການພັດທະນາຊຸມຊົນ ແລະ ວຽກງານອື່ນໆ.

ມາຮອດປັດຈຸບັນ ໂຄງການຂຸດຄົ້ນ ແລະ ຜະລິດ ແຮ່ທອງ-ຄຳ ພູເບ້ຍ ໃກ້ຈະສຳເລັດຕາມແຜນການ, ພາຍຫລັງທີ່ດຳເນີນມາເປັນປີທີ 11 ເຊິ່ງຄາດຄະເນວ່າຈະຢຸດຕິລົງ ຫລື ປິດບໍ່ ພາຍໃນປີ 2021, ແຕ່ດ້ວຍຄວາມຮຽກ ຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມ ກໍຄືການສ້າງວຽກເຮັດງານທຳໃຫ້ທ້ອງຖິ່ນ.

ລັດຖະບານຈຶ່ງເຫັນດີອະນຸມັດໃຫ້ບໍລິສັດ ສືບຕໍ່ສຳຫລວດພື້ນທີ່ໃກ້ຄຽງທາງທິດເໜືອຂອງບໍລິເວນບໍ່ແຮ່ເດີມ ເພື່ອຊອກຫາແຫລ່ງແຮ່ຕື່ມອີກ ຫາກພົບໃນປະລິມານທີ່ສົມຄວນ ບໍລິສັດ ກໍຈະດຳເນີນການຂຸດຄົ້ນ ແລະ ຜະລິດທອງ-ຄຳ ຈົນຮອດປີ 2023.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

Hits: 11

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້