Saturday, July 19, 2025
Kbank Laos โอน รับ จ่าย

ກອງຄຸ້ມຄອງພາສີ I ຕັ້ງເປົ້າເກັບລາຍຮັບ 492 ຕື້ກີບ

ທ່ານ ບຸນເກີດສຸວັນນະເສນ

ກອງຄຸ້ມຄອງພາສີ Iຮັບຜິດຊອບຄຸ້ມຄອງວຽກງານຂະແໜງພາສີຢູ່2 ແຂວງຄື: ແຂວງຫຼວງນໍ້າທາ ແລະ ແຂວງບໍ່ແກ້ວຂຶ້ນກັບກົມພາສີກະຊວງການເງິນ,ໃນປີ 2019ໄດ້ຕັ້ງເປົ້່າເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 492 ຕື້ກີບ, ລ້າສຸດມາຮອດເດືອນ 5 ປີ 2019 ສາມາດປະຕິບັດໄດ້163,5 ຕື້ກວ່າກີບເທົ່າກັບ 33,25%ຂອງແຜນການປີແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນປະມານ 15,59​%.

ທ່ານ ບຸນເກີດສຸວັນນະເສນ ຫົວໜ້າກອງຄຸ້ມຄອງພາສີ Iໃຫ້ສໍາພາດວ່າ:ກອງຄຸ້ມຄອງພາສີ Iມີຄະນະກອງ4 ທ່ານ, 1 ກອງກວດກາພາສີປະຈໍາແຂວງບໍ່ແກ້ວ, 4 ດ່ານສາກົນ, 4 ດ່ານທ້ອງຖິ່ນ, 4 ດ່ານປະເພນີ.

ນອກນັ້ນ,ຍັງມີຈຸດປະສານງານວຽກງານຕ້ານ 3 ຈຸດ, ແຂວງຫຼວງນໍ້າທາ2 ຈຸດ,ແຂວງບໍ່ແກ້ວ 1 ຈຸດ, ມີພະນັກ ງານ-ເຈົ້າໜ້າທີ່ພາສີທັງໝົດ 105 ທ່ານ, ຍິງ 11 ທ່ານ, ມີສະມາຊິກພັກທັງໝົດ105ສະຫາຍ, ຍິງ 8 ສະຫາຍ, ດ້ານວຽກງານວິຊາສະເພາະ.

ໃນປີ 2019ກອງຄຸ້ມຄອງພາສີ Iໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ492 ຕື້ກີບ, ຊຶ່ງໄດ້ແບ່ງໃຫ້ບັນດາຂະແໜງ ແລະ ພາສີຊາຍແດນທີ່ຂຶ້ນກັບແຂວງຫຼວງນໍ້າທາຈໍານວນ 273 ຕື້ກີບ, ແຂວງບໍ່ແກ້ວຈໍານວນ 219 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບມານແຫ່ງລັດມາຮອດ15 ພຶດສະພາ 2019ສາມາດປະຕິບັດໄດ້ 163,5 ຕື້ກວ່າກີບຫຼືເທົ່າກັບ 33,25% ຂອງແຜນການປີ,​ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 15,59%, ລາຍຮັບສ່ວນໃຫຍ່ໄດ້ມາຈາກເຄື່ອງອຸປະໂພກ-ບໍລິໂພກກວມເອົາ 23,15% ຂອງລາຍຮັບທັງໝົດ, ຮອງລົງມາແມ່ນພາຫະນະ,ນໍ້າມັນເຊື້ອໄຟກວມເອົາ 19-22% ນອກນັ້ນ, ແມ່ນເຄື່ອງກໍ່ສ້າງ, ເຄື່ອງໄຊ້ໄຟຟ້າ, ຄ່າທໍານຽມຕ່າງໆ, ​ຄ່າຊັກພິເສດຂາອອກ, ສິ້ນສ່ວນອາໄຫຼ່ ແລະ ອື່ນໆ.

ທ່ານ ບຸນເກີດ ສຸວັນນະເສນ ຫົວໜ້າກອງຄຸ້ມຄອງພາສີ I ເນັ້ນຕື່ມອີກວ່າ: ການປະຕິບັດວຽກງານຂອງກອງຄຸ້ມ ຄອງພາສີ Iໃນໄລຍະຜ່ານມາມີທັງຂໍ້ສະດວກ,ຂໍ້ຫຍຸ້ງຍາກເປັນຕົ້ນ: ເສັ້ນທາງຄົມມະນາຄົມໄປ-ມາຍັງພົບຄວາມຫຍຸ້ງຍາກເຮັດໃຫ້ມີການລັກລອບສິນຄ້າໜີພາສີ,ຜູ້ປະກອບການຈໍານວນໜຶ່ງຫັນໄປໃຊ້ສິດທິພິເສດໃນກອບການຄ້າເສລີອາຊຽນ-ຈີນ(Form E)ເພີ່ມຂຶ້ນ,ການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງຕາມແຈ້ງແນະນໍາສະບັບເລກທີ 1984/ກງ ແລະ ສະບັບເລກທີ 2350/ກງ ສາມາດປະຕິບດໄດ້ພຽງ 196 ຄັນ, ສາມາດເກັບລາຍຮັບເຂົ້າງົບປະມານ 4,4 ຕື້ກວ່າກີບ.

ແນວໃດກໍຕາມເພື່ອໃຫ້ບັນລຸຕາມລະດັບຄາດໝາຍແຜນການທີ່ວາງໄວ້ກອງຄຸ້ມຄອງພາສີ Iໄດ້ມີຫຼາຍມາດຕະການໃນຕໍ່ໜ້າເປັນຕົ້ນ:

ເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານຄຽງຄູ່ກັນນັ້ນ, ກໍ່ຕ້ອງມີການສັບຊ້ອນໜູນວຽນ ຫຼື ສັບປ່ຽນໜ້າທີ່ໃຫ້ມີຄວາມເຂັ້ມແຂງ, ສືບຕໍ່ແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງຕໍ່ຜູ້ທີ່ຍັງບໍ່ທັນມາແຈ້ງເສຍພາສີຈະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຊອກຫາມາດຕະການແກ້ໄຂ,ເພີ່ມທະວີການສະກັດກັ້ນການລັກລອບສິນຄ້າໜີພາສີໂດຍສະເພາະປະເພດນໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆຕາມເຂດທີີ່ມີຄວາມສ່ຽງພ້ອມທັງສະເໜີ.

ແຕ່ງຕັ້ງຄະນະສະເພາະກິດຂັ້ນແຂວງ ຫຼື ຂັ້ນເມືອງເພື່ອລົງຕິດຕາມ-ກວດກາ ຫຼືສ້າງຕັ້ງຈຸດປະສານງານວຽກງານກວດກາໃນຈຸດທີ່ມີຄວາມເໜາະສົມ,ຄົ້ນຄວ້າມາດຕະການຄຸ້ມຄອງພາຫະນະເຂົ້າມາທ່ອງທ່ຽວຢ້ຽມຢາມ (ບໍ53) ໃຫ້ມີຄວາມຮັດກຸມເພື່ອອັດຊ່ອງວ່າງທີ່ພາໃຫ້ເກີດມີການລະເມີດກົດໝາຍລະບຽບການຕ່າງໆດ້ວຍການສຶກສາຫາຊ່ອງວ່າງທາງກົດໝາຍເງື່ອນໄຂໃນການອະນຸຍາດຂະບວນການຂາຍລົດເຖື່ອນແລະ ອື່ນໆ,ເພີ່ມທະວີການກວດກາສິນຄ້າຢູ່ສາງກ່ອນປ່ອຍອອກຈາກດ່ານພາສີໃຫ້ມີຄວາມຮັດກຸມຊັດເຈນ ຕາມຫຼັກການ 5 ຂໍ້ຂອງການກວດກາສິນຄ້າ (ຈໍານວນ, ນໍ້າໜັກ, ປະເທດຕົ້ນກໍາເນີດ, ມູນຄ່າແຈ້ງ, ເລກລະຫັດສິນຄ້າ).

ເພີ່ມທະວີມາດຕະການຄຸ້ມຄອງລາຄາແຈ້ງພາສີບາງໜວດສິນຄ້າຕົ້ນຕໍທີ່ມີຄວາມສ່ຽງເປັນຕົ້ນພາຫະນະກາໂລປູພື້ນຫີນອ່ອນດອກໄຟປະດັບ ແລະ ອື່ນໆດ້ວຍການສ້າງຖານຂໍ້ມູນລາຄາ ກ່ອນການຮັບຮອງການແຈ້ງພາສີຕ້ອງກວດກາຂໍ້ມູນດ້ານລາຄາດ້ວຍການສົບທຽບໃນຖານຂໍ້ມູນໃຫ້ເຂັ້ມງວດ, ສົບທົບພາກສ່ວນກ່ຽວຂ້ອງຮີບຮ້ອນແກ້ໄຂໄມຄ້າງສາງຈໍານວນໜຶ່ງ,ເລັ່ງແກ້ໄຂລົດຄ້າງສາງເກີນກໍານົດທີ່ບໍ່ມີເຈົ້າຂອງມາທວງທາວຈໍານວນ 17 ຄັນ ແລະ ເລັ່ງສະສາງຄະດີລົດຈໍານວນ 32 ຄັນ.

ເພີ່ມທະວີການຄຸ້ມຄອງວັດຖຸອຸປະກອນທີ່ນໍາເຂົ້າມາຮັບໃຊ້ໂຄງການການລົງທຶນໃຫ້ຖືກຕ້ອງຕາມກົດໝາຍແລະ ລະບຽບການຢ່າງເຂັ້ມງວດດ້ວຍການເຂົ້າຮ່ວມພາກສ່ວນກ່ຽວຂ້ອງໃນການຄົ້ນຄວ້າໃຫ້ນະໂຍບາຍດ້ານພາສີອາ ກອນ ດໍາເນີນການຫັກລົບແຜນໃຫ້ຖືກຕ້ອງຕາມການອະນຸຍາດກວດກາການນໍາເຂົ້າໃຫ້ຖືກຕ້ອງຄົບຖ້ວນ ແລະ ຕິດຕາມການນໍາໃຊ້ໃຫ້ຖືກເປົ້າໝາຍຂອງໂຄງການ,ສືບຕໍ່ປຶກສາຫາລືກກັບເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາກ່ຽວກັບການຄຸ້ມຄອງການຈັດເກັບພາສີອາກອນ ສິນຄ້າເຄື່ອງນໍາມາຈໍາໜ່າຍພາຫະນະປ່ຽນປ້າຍຢູ່ເຂດດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ຄຽງຄູ່ກັບມາດຕະການດັ່ງກ່າວກອງຄຸ້ມຄອງພາສີ I ຍັງໄດ້ເຂັ້ມງວດການປະຕິບັດ 10 ຂໍ້ຫ້າມຂອງພະນັກ ງານ-ລັດຖະກອນຂະແໜງການເງິນ, ໃນໄລຍະຜ່ານມາໄດ້ແຕ່ງຕັ້ງພະນັກງານ-ເຈົ້າໜ້າທີ່ພາສີເຂົ້າຮ່ວມເຊື່ອຊືມນຳຄະ ນະພັກຮາກຖານພະແນກການເງິນຂອງແຂວງ ແລະ ນໍາມາເຜີຍແຜ່ພ້ອມຈັດຕັ້ງປະຕິບັດຢູ່ແຕ່ລະດ່ານພາສີ ແລະ ເຮັດໃບປະຕິຍານຕາມທີ່ກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນຢ່າງເປັນປົກກະຕິ ແລະ ເຂັ້ມງວດ.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.