ກຽມພົບກັບ “ສູນການຄ້າສາກົນ ຈໍາປາສັກ” ຈະເລີ່ມລົງມືກໍ່ສ້າງໃນມໍ່ໆນີ້!

ພາບປະກອບ

ທ່ານ ຄໍາໄໝ ຈິນດາວົງ ປະທານບໍລິສັດ ສູນການຄ້າສາກົນ ຈໍາປາສັກ ຈໍາກັດ ໃຫ້ສໍາພາດໃນທ້າຍເດືອນພຶດສະ ພາ 2019 ທີ່ຜ່ານມານີ້ ວ່າ:

ບໍລິສັດພວກເຮົາ ຈະສ້າງສູນການຄ້າສາກົນ ຈໍາປາສັກຂຶ້ນ ຢູ່ບ້ານໜອງບົວທອງ ເມືອງບາຈຽງຈະເລີນສຸກ ແຄມເສັ້ນທາງເລກທີ 13 ໃຕ້ ປາກເຊ-ເວີນຄາມ ໃນເນື້ອທີ່ 10 ເຮັກຕາ ແລະ 7.556 ຕາແມັດ ເຊິ່ງເປັນເນື້ອທີ່ດິນຂອງຕົນເອງ, ມີທຶນຈົດທະບຽນວິສາຫະກິດ 100 ຕື້ກີບ, ເປັນການລົງທຶນພາຍໃນ 100%, ສ່ວນໜຶ່ງແມ່ນທຶນຄອບຄົວຕົນເອງ ແລະ ສ່ວນໜຶ່ງແມ່ນທຶນກູ້ຢືມຈາກທະນາຄານຮ່າໂນ້ຍ-ໄຊງ່ອນ ສາຂາ ປະເທດລາວ.

ພາບປະກອບ

ສໍາລັບການດໍາເນີນກິດຈະການຂອງສູນການຄ້າສາກົນ ຈໍາປາສັກ ປະກອບມີກິດຈະການຂາຍ ແລະ ໃຫ້ເຊົ່າເຮືອນຫ້ອງແຖວທີ່ເປັນຂອງບໍລິສັດເອງ, ໃຫ້ເຊົ່າຫ້ອງຂາຍສິນຄ້າໃນຕະຫຼາດ ແລະ ສູນການຄ້າທີ່ທັນສະໄໝ, ບໍ ລິການຈຸດພັກສິນຄ້າ ແລະ ບໍລິການຄິວລົດນໍາອີກ.

ສ່ວນມາດຕະຖານທາງດ້ານເຕັກນິກຂອງການກໍ່ສ້າງສູນການຄ້າສາກົນ ຈໍາປາສັກ ນັ້ນ, ທ່ານ ຄໍາໄໝ ຈິນດາວົງ ກ່າວວ່າ:

ສູນການຄ້າທີ່ບໍລິສັດພວກເຮົາຈະດໍາເນີນການກໍ່ສ້າງນີ້ ອອກແບບໂດຍ ບໍລິສັດສະຖາປັດ ທີ່ປຶກສາ ສໍາຫຼວດ-ອອກແບບ ການກໍ່ສ້າງ ແລະ ຜ່ານການກວດກາຈາກພະແນກການມະຫາພາກທີ່ກ່ຽວຂ້ອງຂອງແຂວງ ຢ່າງລະ ອຽດຄັກແນ່ ທັງໄດ້ມາດຕະຖານສາກົນ ແລະ ຖືກຕ້ອງຕາມຂໍ້ກໍານົດ, ກົດລະບຽບຕ່າງໆທີ່ກ່ຽວຂ້ອງ, ຄາດວ່າຈະມີພິທີວາງສິລາລືກການກໍ່ສ້າງ ໃນທ້າຍເດືອນມິຖຸນາ 2019 ນີ້ ໂດຍແມ່ນບໍລິສັດ ມະຫາຈະເລີນ ກໍ່ສ້າງ ແລະ ທີ່ປຶກສາ ຂົວ-ທາງ ຈໍາກັດ ຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ຈະສູ້ຊົນກໍ່ສ້າງໃຫ້ສໍາເລັດ ພາຍໃນ 3 ປີ.

ພາບປະກອບ

ສ່ວນການອະນຸຍາດໃນການດໍາເນີນກິດຈະການຕ່າງໆນັ້ນ ພາຍຫຼັງສໍາເລັດການກໍ່ສ້າງແລ້ວ ສູນການຄ້າພວກເຮົາ ຈະໄດ້ພົວພັນຫາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ເພື່ອຂໍອະນຸຍາດການດໍາເນີນກິດຈະການ ໃຫ້ຖືກ ຕ້ອງ ແລະ ສອດຄ່ອງກັບມາດຖານ-ເງື່ອນໄຂ ທີ່ກໍານົດໄວ້ໃນລະບຽບກົດໝາຍບ້ານເມືອງ.

ພາບປະກອບ

ທ່ານ ຄໍາໄໝ ຈິນດາວົງ ກ່າວຕື່ມວ່າ:

ຈຸດປະສົງໃນການກໍ່ສ້າງສູນການຄ້າສາກົນ ຈໍາປາສັກ ແມ່ນເພື່ອຮັບຮອງກັບສະພາບການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນ 4 ແຂວງພາກໃຕ້ລາວ ເວົ້າລວມ, ເວົ້າສະເພາະແມ່ນແຂວງຈໍາປາສັກ ເພື່ອເຮັດໃຫ້ແຂວງຈໍາປາສັກ ມີສູນຄ້າທີ່ໄດ້ມາດຕະຖານລະດັບສາກົນ ບໍລິການແຂກຄົນທັງພາຍໃນ ແລະ ຕ່າງປະເທດ.

ນອກນີ້ ຍັງເປັນການປະກອບສ່ວນເຂົ້າໃນການພັດທະນາແຂວງຈໍາປາສັກ ກາຍເປັນໃຈກາງທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ທັງຈະຊ່ວຍໃຫ້ປະຊາຊົນໃນທ້ອງຖິ່ນມີວຽກເຮັດງານທໍາ ແລະ ມີລາຍຮັບທີ່ແນ່ນອນ ເພາະວ່າສູນການຄ້າພວກເຮົາຕ້ອງການຊົມໃຊ້ແຮງງານພາຍໃນຈໍານວນຫຼາຍພັນຄົນ ທັງໃນໄລຍະດໍາເນີນການກໍ່ສ້າງ ແລະ ໄລຍະດໍາເນີນກິດຈະການ.

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...