Saturday, November 1, 2025
Kbank Laos โอน รับ จ่าย

ມາຮູ້ຈັກ ປະຫວັດສາດເມືອງພວນ ລັດເອກະລາດບູຮານ ແຫ່ງດິນແດນລາວລ້ານຊ້າງ


1). ໄຂຫົວເລື່ອງ

ເມືອງພວນເປັນເມືອງເກົ່າແກ່ບູຮານເມືອງຫນຶ່ງຂອງຊົນຊາດລາວໃນປາງອະດີດອັນຍາວນານ. ປະມານ 600 ປີ ກ່ອນ ຄ.ສ ຊົນຊາດລາວ ທີ່ອາໄສຢູ່ດິນແດນທົ່ງພູພຽງແຫ່ງນີ້ ໄດ້ຕັ້ງຕົນເປັນນະຄອນຣັດເອກະລາດປົກຄອງຕົນ ເອງ ຄ້າຍຄືກັບນະຄອນຣັດອື່ນໆ ໃນອ່າງແມ່ນ້ຳຂອງຕອນໃຕ້ ໃນຮູບແບບການປົກຄອງແບບສັກດິນານ້ອຍ ກະ ແຈກກະຈາຍຍັງບໍ່ທັນລວມສູນ. ໃນໄລຍະເວລານັ້ນ ມີຫຼາຍນະຄອນ ຣັດຂອງຊົນຊາດລາວທີ່ປົກຄອງຕົນເອງເປັນນະຄອນຣັດເອກະລາດພໍໃຜພໍລາວ ເຊັ່ນ ເມືອງສີໂຄດ ຕະ ບູນ, ເມືອງສຸວັນນະພູມ (ວຽງຈັນ), ເມືອງຫນອງຫານຫຼວງ, ເມືອງຫນອງຫານນ້ອຍ, ເມືອງສາເກດຮ້ອຍເອັດປະຕູ. ເມືອງຊວາ, ເມືອງພວນ, ເມືອງແຖນ ຫຼື ແຖງ, ເມືອງຊຽງແສນ, ໃນໄລຍະເວລານັ້ນ ບັນດານະຄອນຣັດເອກະລາດເຫຼົ່ານີ້ ຕ່າງກໍຢູ່ຮ່ວມກັນແບບສາມັກຄີທາໍ ບາງນະຄອນຣັດກໍມີ ຄວາມສຳ ພັນກັນທາງດ້ານສາຍຍາດ ໂດຍການເປັນສ່ຽວເປັນດອງກັນ ຈຶ່ງສາມາດຢູ່ຮ່ວມກັນມາໄດ້ຢ່າງສັນຕິສຸກ.

ປະມານ 400 ປີ ກ່ອນ ຄ.ສ. ນະຄອນຣັດສີໂຄດຕະບູນ ໄດ້ຍ້າຍເມືອງຫຼວງໄປຢູ່ທາງຝັ່ງຂວາແມ່ນຂອງ ຊຶ່ງພື້ນ ທີ່ເປັນທົ່ງພຽງກວ້າງໃຫຍ່ອຸດົມສົມບູນ ໄດ້ຕັ້ງເມືອງຫຼວງໃຫມ່ຂຶ້ນທີ່ປ່າໄມ້ຮວກ ໃສ່ຊື່ເປັນພາສາບາລີ ເມືອງມະຣຸກຂະນະຄອນ ຊຶ່ງກາຍມາເປັນເມືອງນະຄອນພະນົມໃນປັດຈຸບັນ. ໃນສະ ໄຫມພະຍາສຸມິດຕະທາໍມະວົງສາ ເປັນກະສັດປົກຄອງ ເມືອງມະຣຸກຂະນະຄອນ ປະມານ 300 ປີ ກ່ອນ ຄ.ສ. ອານາຈັກສີໂຄດຕະບູນ ມີຄວາມຈະເລີນຮຸ່ງເຮືອງຫຼາຍໄດ້ຂະຫຍາຍເຂດແດນໄປກວມເອົາ 9 ບັນດານະຄອນຣັດຕ່າງໆທີ່ຢູ່ໃກ້ຄຽງ ໃຫ້ມາອ່ອນນ້ອມເປັນເມືອງສົ່ງສວຍ ດ້ວຍການຂົ່ມຂູ່ບີບບັງ ຄັບໃຫ້ມາອ່ອນນ້ອມ ຫາກຫົວເມືອງໃດບໍ່ຍອມມາອອນນ້ອມ ກໍສົ່ງກອງກາໍລັງໄປບຸກລຸກຮຸກຮານ ເຂັນຂ້າເຈົ້າປົກຄອງ. ເມືອງທີ່ແຂງກະດ້າງ, ດ້ວຍເຫດນີ້ ບັນດາຫົວເມືອງນອຍທີ່ອ່ອນແອ ຈຶ່ງເປັນຫົວເມືອງສົ່ງສ່ວຍໃຫ້ແກ່ ເມືອງມະຣຸກຂະນະຄອນ ທີ່ໄດ້ຍົກຖານະ ຈາກນະຄອນຣັດເອກະລາດ ມາເປັນອານາຈັກໃຫຍທີ່ເຂັ້ມແຂງ ມີເຂດແດນກວ້າງຂວາງ, ອີງຕາມຫຼັກຖານທາງປະຫວັດສາດລາວສະໄຫມບູຮານຊີ້ບອກວ່າ ອານາຈັກສີໂຄດຕະບູນ ສະໄຫມພະຍາສຸມິດຕະທາໍມະວົງ. ມີ 5 ຫົວເມືອງນະຄອນ ຣັດມາອອນນ້ອມ ເປັນຫົວເມືອງສົ່ງສ່ວຍ ຄື ເມືອງ ສຸວັນນະພູມ(ຕໍ່ມາກາຍມາເປັນເມືອງວຽງຈັນ), ເມືອງຊວາ ຫຼື ຊຽງທອງ ເມືອງພວນຊຽງຂວາງ, ເມືອງແຖນ (ສິບສອງຈຸໄຕ), ເມືອງສາເກດຮ້ອຍເອັດປະຕູ (ເມືອງຮ້ອຍເອັດໃນປັດຈຸບັນ).

ໃນເວລານັ້ນ ເມືອງມະຣຸກຂະນະຄອນ ເປັນນະຄອນຫຼວງຂອງອາ ນາຈັກສີໂຄດຕະບູນ, ການເວລາຜ່ານມາເຖິງ ພ.ສ. 210 (333 ປີ ກ່ອນ ຄ.ສ.) ໄດ້ມີກຸ່ມອາໍນາດການປົກຄອງທ້ອງຖິ່ນເຂດເມືອງສຸວັນນະພູມ ໂດຍມີທ້າວບຸຣີຈັນອ່ວຍລ່ວຍ ເປັນຫົວຫນ້າ ໄດ້ຕັ້ງຕົນເປັນຜູ້ນາໍພາຊຸມຊົນ ແລະໄດ້ເປັນລູກເຂີຍຂອງພະຍາຄຳບາງ ໄດ້ສ້າງເມືອງຈັນທະບຸຣີຂຶ້ນ ໃນບໍລິເວນທີ່ເປັນເມືອງວຽງຈັນດຽວນີ້ ແລ້ວທ້າວບຸຣີຈັນ ໄດ້ເປັນພະຍາປົກຄອງເມືອງຈັນທະບຸຣີ. ພາຍຫຼັງສ້າງ ເມືອງຈັນທະບຸຣີຂຶ້ນແລ້ວ ພະຍາຄາໍບາງເຈົ້າເມືອງສຸວັນນະພູມ ທີ່ຕັ້ງຢູ່ເຂດເກົ້າລ້ຽວ ໄດ້ມອບອໍານາດການປົກຄອງບ້ານເມືອງ ໃຫ້ແກ່ທ້າວບຸຣີຈັນ ຜູ້ເປັນລູກເຂີຍ, ສ່ວນຕົນເອງເຖົ້າແກ່ແລ້ວ ໄດ້ເປັນພຽງແຕ່ຜູ້ສະຫນັບສະຫນູນ ໃຫ້ຄໍາປຶກສາຫາລື. ທ້າວບຸຣີຈັນໄດ້ສ້າງກໍາແພງເມືອງ ຫໍສັງເກດການໃຫຍ່ໂຕ ລະດົມກາໍລັງສູ້ຮົບໄວ້ຫຼວງຫຼາຍ ກຽມພ້ອມສູ້ຮົບເມື່ອຖືກຮຸກຮານຈາກພາຍນອກ ເພາະ ວ່າທ້າວບຸຣີຈັນເກງວ່າພະຍາສຸມິດຕະທາໍມະວົງສາ ແຫ່ງເມືອງມະຣຸກຂະນະຄອນ ຈະສົ່ງກອງກາໍລັງມາປາບປາມ ຍ້ອນວ່າເປັນການທ້າທາຍ ອາໍນາດອິດທິພົນຂອງພຣະອົງ.ແຕ່ທ້າວບຸຣີຈັນ ກໍເດົາໃຈໄດ້ວ່າພະຍາສຸມິດຕະທາໍມະວົງສາ, ເຖົ້າແກ່ຫຼາຍແລ້ວຄົງບໍ່ກ້າທີ່ ຈະຍົກກອງກໍາລັງມາສູ້ຮົບ ອາດຈະໃຊ້ວິທີປະນີປະນອມຫຼາຍກວ່າ.

ເມື່ອທ້າວບຸຣີຈັນກຽມກອງກໍາລັງ ໄວ້ພ້ອມສູ້ຮົບແລ້ວ ກໍໄດ້ສົ່ງຣາຊະສານ ແລະເຄື່ອງບັນນາການອັນມີ ຄ່າສູງ ໃຫ້ຄະນະທູດເອົາໄປຖວາຍ ພະຍາສຸມິດຕະທາໍມະວົງສາໆ ໄດ້ຕີລາຄາວ່າທ້າວບຸຣີຈັນມີຖານະ ທາງດ້ານເສດຖະ ກິດການເງິນດີ ຈຶ່ງສາມາດຫາເຄື່ອງບັນນາການອັນມີຄ່າຍິ່ງນີ້ມາຖວາຍ, ປະກອບກັບໄດ້ສືບຮູ້ວ່າທ້າວບຸຣີຈັນ ໄດ້ກຽມກອງກໍາລັງສູ້ຮົບໄວ້ຢ່າງຫຼວງຫຼາຍ ຈຶ່ງໃຊ້ຍຸດໂທບາຍປະນີປະນອມ ປະກາດແຕ່ງ, ຕັ້ງທ້າວບຸຣີຈັນໃຫ້ເປັນພະຍາປົກຄອງເມືອງຈັນທະບູຣີ ມີນາມວ່າ ພະຍາຈັນທະບູຣີປະສິດທິສັກ, ຄຽງຄູ່ກັນນັ້ນກໍໄດ້ແບ່ງດິນແດນສ່ວນຫນຶ່ງແຕ່ຟາກ ນ້ຳກະດິງມາທາງທິດຕາເວັນຕົກ ໃຫ້ຂຶ້ນກັບເມືອງຈັນທະບູຣີ ມອບໃຫ້ພະຍາຈັນທະບູຣີປະສິດທິສັກປົກຄອງ ໃຫ້ທັງສອງເມືອງເປັນສໍາພັນ ທະໄມຕີອັນດີຕໍ່ກັນ. ນັບແຕ່ນັ້ນມາ ອາໍນາດອິດທິພົນຂອງພະ ຍາຈັນທະບຸຣີ ປະສິດທິສັກ ກໍນັບມື້ສູງເດັ່ນຂຶ້ນ ເປັນທີ່ເກງກົວຂອງບັນດາຫົວເມືອງອື່ນໆ.

ພາຍຫຼັງພະຍາສຸມິດຕະທາໍມະວົງສາ ສ້ຽງພະຊົນແລ້ວ ອາໍນາດການປົກຄອງອານາຈັກສີໂຄດຕະບູນ ກໍໄດ້ມາຂຶ້ນກັບພະຍາຈັນທະບຸຣີ ປະສິດທິສັກ ທີ່ເມືອງຈັນທະບຸຣີ ແລະເມືອງຫຼວງຂອງອານາຈັກສີໂຄດຕະບູນກໍໄດ້ຍ້າຍຈາກ ເມືອງມະຣຸກຂະນະຄອນ ມາຢູ່ທີ່ເມືອງຈັນທະບຸຣີ ຄືເມືອງວຽງຈັນໃນປັດຈຸ ບັນ, ບັນດາຫົວເມືອງແຄວ້ນທັງ 5 ທີ່ເຄີຍເປັນຫົວເມືອງສົ່ງສ່ວຍໃຫ້ແກ່ ເມືອງມະຣຸກຂະນະຄອນໃນເມື່ອກ່ອນ ກໍໄດ້ປ່ຽນມາສົ່ງສ່ວຍໃຫ້ແກ່ ພະຍາຈັນທະບູຣີປະສິດທິສັກ ທີ່ເມືອງຫຼວງຈັນທະບຸຣີນີ້ ຕໍ່ມາ, ສະພາບການບ້ານເມືອງພາຍຫຼັງພະຍາຈັນ ທະບູຣີປະສິດທິສັກ ສ້ຽງພະຊົນແລ້ວ ເປັນແນວໃດບໍ່ມີຂໍ້ມູນອ້າງອີງ ແຕ່ມີຫຼັກຖານຈາກບົດບັນທຶກຂອງອານາ ຈັກຈີນວ່າ ໃນຕົ້ນສະຕະວັດທີ 9 ເມືອງວຽງຈັນຍັງເປັນເມືອງຫຼວງຂອງລາວ ແລະເປັນອານາຈັກເອກະລາດ ໄດ້ສົ່ງຄະນະທູດໄປຈະເລີນສຳພັນທະໄມຕີ ກັບພະເຈົ້າຈັກກະພັດຈີນ ໃນຖານະອານາຈັກເອກະລາດ. ຫຼັງຈາກນັ້ນມາ ບໍ່ປາກົດໃນບົດບັນທຶກຂອງຈີນອີກກ່ຽວກັບ ອານາຈັກລາວ ຊຶ່ງຈີນເອີ້ນວ່າ “ຟູລຽວ”, ເມືອງວຽງຈັນ ເອີ້ນວ່າ “ເວີນຕັນ”.

ມີບາງເອກະສານຢັ້ງຢືນວ່າ ຂອມໄດ້ແຜ່ອາໍນາດອິດທິພົນມາຄອບ ເມືອງວຽງຈັນ (ເວິນຕັນ) ໃນສະໄໝກະສັດຂອມນາມວາ ສຸຣິຍະວໍຣະມັນ ທີ 2 ປະມານກາງສະຕະວັດທີ 9. (ຄວາມເປັນມາຂອງຊົນຊາດລາວ ມະຫາບຸນມີ ເທບສີເມືອງ ເຫຼັ້ມ 1: ຫນ້າ 114). ເມື່ອອານາຈັກສີໂຄດຕະບູນລົ້ມສະລາຍຍ້ອນຖືກຂອມຮຸກຮານ ໃນກາງສະ ຕະວັດທີ 9 ນັ້ນ ບັນດາແຄວ້ນທາງພາກເຫນືອ ຄື ຊຽງທອງ, ຊຽງຂວາງ, ສິບສອງຈຸໄຕ ໄດ້ຫັນໄປຂຶ້ນກັບອານາ ຈັກອ້າຍລາວຫນອງແສ ທີ່ຈີນເອີ້ນວ່າ “ນານເຈົ້າ”.

ອານາຈັກອ້າຍລາວຫນອງແສລົ້ມສະລາຍລົງ ໃນປີ ຄ.ສ. 902 ຍ້ອນເສນາຊັ້ນຜູ້ໃຫຍ່ທີ່ເປັນຊົນຊາດອື່ນຍຶດອໍານາດໂຄ່ນລົ້ມຣາຊະວົງກະສັດລາວ, ແລ້ວເກີດສົງຄາມຕໍ່ສູ້ປາບປາມກັນຄັ້ງໃຫຍ່ ຈົນຊາວລາວ ໃນອານາຈັກຫນອງແສ ໄດ້ແຕກຫນີລົງມາທາງໃຕ້ເຂົ້າມາສູ່ດິນແດນອານາຈັກສີໂຄດຕະບູນຢ່າງຫຼວງຫຼາຍ ໄດ້ກາຍເປັນລາວເຜົ່າຕ່າງໆ ເຊັ່ນ ໄຕດຳ,ໄຕແດງ, ໄຕຂາວ, ຜູ້ໄທ…. ໃນເວລານັ້ນ ອານາ ຈັກສີໂຄດຕະບູນຍັງຕົກຢູ່ພາຍໃຕ້ການປົກຄອງຂອງຊົນຊາດຂອມ ຫຼື ຂະເຫມນບູຮານ.

ເມື່ອອາໍນາດການປົກຄອງຂອງຂອມເສື່ອມລົງ ພາຍຫຼັງກະສັດຂອມນາມວ່າ ໄຊຍະວໍຣະມັນທີ 7 ສ້ຽງພະຊົນ ໃນ ຄ.ສ. 1218 ຊົນຊາດລາວບັນດາເຜົ່າໃນເຂດແຄວ້ນຕ່າງໆ ຂອງອານາຈັກສີໂຄດຕະບູນໃນເມື່ອກ່ອນ ກໍໄດ້ຕັ້ງຕົນເປັນນະຄອນຣັດເອກະລາດຂຶ້ນມາຫຼາຍນະຄອນຣັດ ໂດຍສະເພາະແມ່ນຫົວເມືອງທັງ 5 ທີ່ເຄີຍເປັນແຄວ້ນຕ່າງໆ ຂອງອານາຈັກສີໂຄດຕະບູນໃນເມື່ອກ່ອນ. ໃນເວລານັ້ນ ພະຍາລັງທິລາດໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຍຶດອໍານາດການປົກຄອງປະກາດຕົນເປັນກະສັດເມືອງຊວາ ຫຼື ເມືອງຊຽງທອງ ໃນປີ ຄ.ສ. 1271.

ທີ່ເມືອງພວນ ຫຼື ຊຽງຂວາງ ກໍໄດ້ມີການຍຶດອາໍນາດຕັ້ງຕົນເປັນນະຄອນຣັດເອກະລາດຈາກຂອມ ເຊັ່ນດຽວກັນ ແຕ່ຊື່ກະສັດຜູ້ທາໍອິດທີ່ຍຶດອໍານາດນັ້ນຍັງມີຄວາມສັບສົນບໍ່ຈະແຈ້ງ. ມີຫຼັກຖານໃນພື້ນຂຸນບູ ຣົມ ສະບັບແຕ່ງຂຶ້ນໃນ ສະໄຫມພຣະຫມ່ອມແກວ (ຈ.ສ. 989, ຄ.ສ.1627) ກ່າວໄວ້ດັ່ງນີ້ “ ຍີ່ຫີນເປັນທ້າວໃນຊຽງຂວາງ (ຊຽງຂວາງ) ຄາໍວັນກິນ ເມືອງໂມ້, ຍາມນັ້ນ ພະຍາຄາໍຜົງກິນເມືອງລ້ານຊ້າງ ລວດບໍ່ຟັງຄວາມສັ່ງຜູ້ເຖົ້າຜູ້ແກ່ ລວດເອົາລີພົນ ມາຮົບມາເລວ ຍີ່ຫີນທີ່ຊຽງຂວາງ ຂ້າຍີ່ຫີນເສຍ ແລ້ວເອົາຟ້າເຂັ່ງຂຶ້ນຄອງ ເມືອງ.” (ຫນັງສືປະ ຫວັດສາດລາວ ສະບັບຈັດພິມ ໂດຍກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ປີ 2000: ຫນ້າ 80).

ພະຍາຄາໍຜົງ ຂຶ້ນເປັນກະສັດປົກຄອງເມືອງຊວາ ໃນປີ ຄ.ສ. 1316, ເມື່ອໄດ້ເປັນກະສັດປົກຄອງບ້ານເມືອງແລ້ວ ພະຍາຄາໍຜົງ ຫຼື ສຸວັນນະຄາໍຜົງ ກໍໄດ້ຍົກກາໍລັງໄປຕີຍຶດເອົາແຄວນພວນຊຽງຂວາງ ມາຂຶ້ນກັບເມືອງຊວາ ໃນເວລານັ້ນແມ່ນ ພະຍາຍຸຫີນ ເປັນກະສັດປົກຄອງເມືອງພວນຊຽງຂວາງ. ແຕ່ໃນພົງ ສາວະດານເມືອງພວນ ຂຽນໂດຍເຈົ້າຄາໍຫມັ້ນ ວົງກົດຣັດຕະນະ ໃນປີ 1952 ນັ້ນ ກ່າວວາ ໃນເວລານັ້ນແມ່ນພະຍາຄາໍຜົງ ເປັນກະສັດປົກຄອງເມືອງພວນ ແຕບໍ່ມີຫຼັກຖານອ້າງອີງ ເປັນພຽງແຕ່ເກັບກຳຂໍ້ມູນຈາກການບອກເລົ່າຂອງພວກຜູ້ເຖົ້າຜູ້ແກ່ເມືອງຊຽງຂວາງ ທີ່ມີການບອກເລົ່າສືບທອດກັນມາ ຊຶ່ງ ອາດມີການຜິດພາດຄາດເຄື່ອນໄດ້, ຜູ້ຂຽນເຫັນວ່າ ພະຍາຍີ່ຫີນເປັນກະສັດປົກຄອງເມືອງຊຽງຂວາງ ໃນສະໄຫມພະຍາສຸວັນນະຄາໍຜົງຍົກກອງທັບໄປຕີເມືອງຊຽງຂວາງ ແມ່ນຂໍ້ມູນທີ່ຖືກຕ້ອງເຫມາະສົມກວ່າ ເພາະວ່າມີເອກະສານຫຼັກຖານອ້າງອີງທີ່ຫນ້າເຊື່ອຖືໄດ້ ຈຶ່ງຂໍຢືນ ຢັນເອົາພະຍາຍີ່ຫີນ ເປັນກະສັດປົກຄອງເມືອງພວນຊຽງຂວາງ ໃນໄລຍະຟື້ນຟູອາໍນາດຄືຕັ້ງເປັນນະຄອນຣັດເອ ກະລາດ ບໍ່ຂຶ້ນຕໍ່ອໍານາດການປົກຄອງຂອງຂອມ ເພື່ອໃຫ້ປະຫວັດສາດເມືອງພວນ ມີເນື້ອໃນສອດຄ່ອງກັບປະຫວັດສາດເມືອງຊວາ ຊຽງທອງຫຼວງພຣະບາງ ຊຶ່ງມີຄວາມຊັດເຈນຖືກຕ້ອງຫຼາຍກວ່າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.