ອພສ 4 ແຂວງ ພາກໃຕ້ ເຊື່ອມຊຶມລັດຖະທຳມະນູນສົງ ສະບັບປັບປຸງ ອົງການພຣະພຸດທະສາສະໜາສຳພັນແຫ່ງ ສະປປ.ລາວ

ອົງການພຸດທະສາສະໜາສຳພັນ (ອພສ)​ 4 ແຂວງ​ພາກ​ໃຕ້ ເຊັ່ນ: ອພສ ແຂວງຈຳປາສັກ, ອພສ ແຂວງສາລະວັນ, ອພສ ແຂວງເຊກອງ ແລະ ອພສ ແຂວງອັດຕະປື ເຊື່ອມຊຶມລັດຖະທຳມະນູນສະບັບປັບປຸງ ເຊິ່ງກອງປະຊຸມດັ່ງກ່າວ ຈັດຂຶ້ນທີ່ ແຂວງ ອັດຕະປື.

ພຣະອາຈານ ພູຄຳ ແກ້ວປະທຸມ ຮອງບໍລິຫານງານ ສູນກາງອົງການພຣະພຸດທະສາສະໜາສຳພັນແຫ່ງ ສະປປ ລາວ ໄດ້ຍົກໃຫ້ເຫັນວ່າ:

ລັດຖະທໍາມະນູນ ສະບັບປັບປຸງນີ້ ລວມມີ 13 ໝວດ, 76 ມາດຕາ ເປັນການປະກອບສ່ວນອັນສຳຄັນເຂົ້າໃນໄລ ຍະສ້າງສາພັດທະນາປະເທດຊາດ, ສ້າງບ້ານແປງເມືອງ, ສ້າງໂຄງການຕ່າງໆ ຊ່ວຍພັກ ແລະ ປະຊາຊົນ, ພັກເຮົາຍາມໃດແມ່ນຢາກໃຫ້ບັນດາສາສະໜາມີຄວາມສາມັກຄີປອງດອງ ເປັນຈິດຫນຶ່ງໃຈດຽວກັນ, ບໍ່ຂັດແຍ່ງແບ່ງສອງ ພ້ອມກັນປະກອບສ່ວນເພື່ອຄວາມຢູ່ດີກິນດີ ຂອງປະຊາຊົນທັງຊາດ.

ພຣະອາຈານ ພູຄຳ ແກ້ວປະທຸມ ໃຫ້ຮູ້ຕື່ມອີກວ່າ: ລັດຖະທຳມະນູນສົງລາວອົງການພຸດທະສາສະໜາສຳພັນແຫ່ງ ສະປປ ລາວ ທີ່ຖືກສ້າງຂຶ້ນນີ້ ແມ່ນກຳນົດຫລັກການ, ລະບຽບການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງພຣະສົງລາວເພຶ່ອຮັບປະກັນປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີປະສິດທິຜົນສູງ ໃນການຈັດຕັ້ງປະຕິບັດໃຫ້ເໝາະສົມກັບກາລະໂອກາດ ແລະ ຄວາມເປັນຈິງຢູ່ ສປປ ລາວ

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: