ຂະແໜງພາສີ ແຂວງຄຳມ່ວນ ຕັ້ງເປົ້າເກັບລາຍຮັບໃຫ້ບັນລຸຕາມແຜນ 5 ເດືອນ ປະຕິບັດໄດ້ແລ້ວ 42,82%

ທ່ານ ສີສະຫວາດ ໄຊຍະວົງ

ການຈັດເກັບລາຍຮັບຂອງຂະແໜງພາສີແຂວງຄຳມ່ວນແມ່ນເປັນໄປຕາມຄາດໝາຍທີ່ວາງໄວ້ ໄລຍະ 5 ເດືອນ ປະຕິບັດໄດ້ແລ້ວ 170,27 ຕື້ກີບ, ທຽບໃສ່ແຜນການປີເທົ່າກັບ 42,82% ໃນຕົວເລກໝົດປີຈຳນວນ 397,7 ຕື້ກີບ ແລະ ຄາດຄະເນ 6 ເດືອນຕົ້ນປີ 2019 ຈະໃຫ້ບັນລຸ 50% ຂອງແຜນການປີ.

ທ່ານ ສີສະຫວາດ ໄຊຍະວົງ ຄະນະກອງຄຸ້ມຄອງພາສີ VI, ຫົວໜ້າກອງກວດກາພາສີແຂວງຄຳມ່ວນ ໃຫ້ຮູ້ວ່າ:

ການຈັດຕັ້ງປະຕິບັດແຜນເກັບລາຍຮັບຂອງຂະແໜງພາສີແຂວງຄຳມ່ວນ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມທາງດ້ານ ການເມືອງ-ແນວຄິດໃຫ້ພະນັກງານເອົາໃຈໃສ່ເຮັດ ໜ້າທີ່ຕາມພາລະບົດບາດ ແລະ ຕາມການມອບ ໝາຍ ເພື່ອໃຫ້ການ ຈັດເກັບລາຍຮັບໄດ້ບັນລຸຕາມແຜນການທີ່ວາງໄວ້. 

ສະເພາະການເກັບລາຍຮັບເຂົ້າງົບປະມານໃນປີ 2019 ຂະແໜງພາສີແຂວງໄດ້ຮັບການມອບໝາຍທັງໝົດ ຈຳ ນວນ 397,7 ຕື້ກີບ ທຽບໃສ່ປີຜ່ານມາເພີ່ມຂຶ້ນເກືອບ 1 ເທົ່າຕົວ. ຜ່ານການຈັດຕັ້ງປະຕິບັດໃນ 5 ເດືອນຜ່ານມາ ປະຕິບັດໄດ້ 170,27% ທຽບໃສ່ແຜນການປີ ເທົ່າກັບ 42,82% ແລະ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 108,18%. ໃນນັ້ນດ່ານຂົວມິດຕະພາບ 3 ປະຕິບັດໄດ້ 114,71 ຕື້ກີບ ເທົ່າກັບ 45,40% ຂອງແຜນການປີ, ດ່ານນາເພົ້າ 48,68 ຕື້ກີບ ເທົ່າກັບ 37,45% ແລະ ກອງກວດກາພາສີແຂວງ 6,87 ຕື້ກີບ ເທົ່າ ກັບ 45,81% ຂອງແຜນການປີ ເຊິ່ງລາຍຮັບສ່ວນໃຫຍ່ໄດ້ຈາກການນຳເຂົ້ານ້ຳມັນເຊື້ອໄຟ, ຄ່າບໍລິການຜ່ານແດນ (ນຳເຂົ້າເພື່ອສົ່ງອອກ) ຄ່າທຳນຽມຕ່າງໆ, ການແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ, ເຄື່ອງອຸປະໂພກບໍລິ ໂພກ ແລະ ອື່ນໆ. 

ສຳລັບແຜນການໃນ 6 ເດືອນທ້າຍປີ ແມ່ນຈະສືບຕໍ່ເພີ່ມທະວີວຽກງານຕ້ານ ແລະ ສະກັດກັ້ນການລັກລອບ ສິນ ຄ້າໜີພາສີໃນທຸກຮູບແບບ, ຕິດ ຕາມຄຸ້ມຄອງການເຄື່ອນຍ້າຍສິນຄ້າພາຍໃນແຂວງ ແລະ ມາຈາກຕ່າງແຂວງ, ການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍ ແລະ ທຸລະກິດໄມ້ ລວມເຖິງການແກ້ໄຂລົດລັກລອບ ນຳເຂົ້າ, ລົດທີ່ອອກທະບຽນຊົ່ວຄາວ ແລະ ປ້າຍລັດທີ່ຍັງຄ້າງເສຍພາສີໃນທົ່ວແຂວງ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...