Thursday, October 30, 2025
Kbank Laos โอน รับ จ่าย

ບາງມາດຕະການຂອງລັດ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ສປປ.ລາວ

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານຕໍ່ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປີ 2019 ໃນອາທິດຜ່ານມານີ້ວ່າ: ເພື່ອປະຕິບັດວຽກງານຈຸດສຸມຕົ້ນຕໍໃຫ້ບັນລຸ, ບັນດາຂະ ແໜງການ ແລະ ທ້ອງຖິ່ນ ຈະໄດ້ສຸມໃສ່ປະຕິບັດໂຄງການລົງທຶນຂອງລັດທີ່ໄດ້ອະນຸມັດແລ້ວໃນແຜນປະຈຳປີ 2019 ເພື່ອໃຫ້ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆໄດ້ຕາມແຜນ, ຂະນະດຽວກັນນັ້ນ ກໍສືບຕໍ່ເລັ່ງປັບປຸງ 10 ຕົວຊີ້ວັດທີ່ຍັງຄ້າງຄາໃຫ້ສຳເລັດໃນທ້າຍປີນີ້.

ໂດຍສະເພາະ ຕົວຊີ້ວັດທີ 4 ການຂຶ້ນທະບຽບຊັບສິນ, ຕົວຊີ້ວັດທີ 7 ການຊຳລະອາກອນ, ຕົວຊີ້ວັດທີ 9 ການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ 10 ການແກ້ໄຂການລົ້ມລະລາຍ, ພ້ອມທັງອຳນວຍຄວາມສະດວກໃຫ້ແກ່ການລົງທຶນພາກເອກະຊົນໃຫ້ມີຄວາມວ່ອງໄວ, ງ່າຍດາຍ ແລະ ຕົ້ນທຶນຕ່ຳ.

ຄຽງຄູ່ກັນນັ້ນກໍຈະສຸມໃສ່ຍູ້ແຮງການຜະລິດ ແລະ ການບໍລິການ ເປັນຕົ້ນ: ການຜະລິດກະສິກໍາເປັນສິນຄ້າທີ່ມີຕະຫລາດແລ້ວເຊັ່ນ: ເຂົ້າ, ພືດຜັກ, ສັດໃຫຍ່, ຊາ,​ ກາເຟ ແລະ ອື່ນໆ, ຊຸກຍູ້ການຜະລິດອຸດສາຫະກຳທີ່ມີທ່າແຮງສົ່ງອອກ ເຊັ່ນ: ການຜະລິດໄຟຟ້າ, ແຮ່ທາດ, ອຸດສາຫະກຳປຸງແຕ່ງ ໃນເຂດເສດຖະກິດພິເສດ, ພ້ອມທັງເລັ່ງແກ້ໄຂບັນຫາ ແລະ ຂອດອຸດຕັນຕໍ່ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ເປັນຕົ້ນແມ່ນແຫລ່ງທຶນ, ກົນໄກ, ເຕັກນິກ, ການປະສານງານ ແລະ ອື່ນໆ.

ໄປພ້ອມກັບຍູ້ແຮງການທ່ອງທ່ຽວ ໂດຍສະເພາະປີທ່ອງທ່ຽວລາວ-ຈີນ, ໂດຍເອົາໃຈໃສ່ແກ້ໄຂບັນຫາຂໍ້ຫຍຸ້ງ ຍາກ ເຊັ່ນ: ກົນໄກເຂົ້າ-ອອກເມືອງ, ປັບປຸງຄຸນນະພາບການບໍລິການ, ປັບປຸງສະຖານທີ່ທ່ອງທ່ຽວ, ສ້າງຜະ ລິດຕະພັນການທ່ອງທ່ຽວທີ່ຫລາກຫລາຍມີຄຸນນະພາບສູງຂຶ້ນ, ເພີ່ມທະວີການໂຄສະນາ ແລະ ປັບປຸງເຄືອຂ່າຍການທ່ອງທ່ຽວໃຫ້ກວ້າງຂວາງເຂັ້ມແຂງ, ຄົ້ນຄວ້າສ້າງຍຸດທະສາດດຶງດູດນັກທ່ອງທ່ຽວ ທີ່ມີຄວາມສາມາດໃຊ້ຈ່າຍ ເງິນສູງໃຫ້ຫລາຍຂຶ້ນຕື່ມ ເພື່ອສ້າງລາຍຮັບເຂົ້າສູ່ປະເທດໃຫ້ຫລາຍຂຶ້ນ, ລວມທັງຊຸກຍູ້ການບໍລິການໃຫ້ຂະ ຫຍາຍຕົວເປັນຕົ້ນ:

ການຂົນສົ່ງ, ການຄ້າຂາຍ, ການສົ່ງອອກ ໂດຍສະເພາະກະແສໄຟຟ້າ,​ ແຮ່ທາດ, ອຸດສາຫະກຳປຸງແຕ່ງ, ຜົນຜະ ລິດກະສິກຳເພື່ອດຶງດູດເງິນຕາເຂົ້າປະເທດ. ພ້ອມນັ້ນ ກໍສະເໜີຂັ້ນເທິງພິຈາລະນາແກ້ໄຂໜີ້ສິນບູລິມະສິດການລົງທຶນຂອງລັດ ເພື່ອສ້າງສະພາບຄ່ອງຕົວໃຫ້ພາກທຸລະກິດ, ທັງເປັນການອັດສີດເງິນເຂົ້າລະບົບເສດຖະກິດເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕທາງດ້ານເສດຖະກິດ.

ໄປຄຽງຄູ່ການປະຕິບັດມາດຕະການເຂັ້ມງວດດ້ານວິໄນການເງິນ-ເງິນຕາ ເຊັ່ນ: ຫັນການຈັດເກັບລາຍຮັບໄປສູ່ທັນສະໄໝ, ແກ້ໄຂການຂາດດຸນງົບປະມານ, ເພີ່ມລາຍຮັບຄຸ້ມຄອງລາຍຈ່າຍ, ແກ້ໄຂໜີ້ສິນ ແລະ ຄຸ້ມຄອງຕິດ ຕາມແຫລ່ງເງິນຕາຕ່າງປະເທດຈາກຂາອອກ, ການລົງທຶນ, ທຶນຊ່ວຍເຫລືອລ້າ, ການບໍລິການທະນາຄານ ແລະ ການບໍລິການອື່ນໆ, ຫລຸດຜ່ອນການນຳເຂົ້າທີ່ບໍ່ຈຳເປັນ, ສ້າງຄວາມເຊື່ອໝັ້ນດ້ານກົນໄກການບໍລິການ-ການເງິນຂອງທະນາຄານ, ຄຸ້ມຄອງແຫລ່ງເງິນຕາ ແລະ ອັດຕາແລກປ່ຽນຂອງຮ້ານແລກປ່ຽນຢ່າງເຂັ້ມງວດໃນທົ່ວປະເທດ.

ແຫຼ້ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.