ຂໍຂອບໃຈນຳຜູ້ສະໜັບສະໜູນ

ໜັງສືພິມວຽງຈັນທາຍລາຍງານໃຫ້ຮູ້ວ່າ ມາເຖິງປະຈຸບັນການລະບາດຂອງພະຍາດໄຂ້ຍຸ້ງລາຍຍັງສືບຕໍ່ເອົາຊີວິດປະຊາຊົນໃນທົ່ວປະເທດໄປແລ້ວ 31 ຄົນ ເຊິ່ງພົບເຫັນຜູ້ເສຍຊີວິດຫຼ້າສຸດແມ່ນມື້ວານນີ້ 16/07/2109 ຢູ່ແຂວງຄຳມ່ວນ.

ກະຊວງສາທາລະນະສຸກ ໄດ້ລາຍງານໃນ ຕອນບ່າຍມື້ນີ້ 17/07/2019 ວ່າ ພະ­ຍາດ​ ໄຂ້­ຍຸງ​ລາຍ​ໄດ້​ມີ​ການ​ລະ­ບາດ​ເກີດ​ຂຶ້ນ​ເປັນ​ວົງ​ກວ້າງ ສົ່ງ​ຜົນ​ໃຫ້​ມີ​ກໍ­ລະ­ນີ​ຄົນ​ເຈັບ​ເພີ່ມ​ຂຶ້ນ ແລະ ອັດ­ຕາ​ການ​ເສຍ​ຊີ­ວິດ​ກໍ​ເພີ່ມ​ຂຶ້ນ​ເຊັ່ນ​ ກັນ. ປະຈຸບັນມີຜູ້ເປັນໄຂ້ຍຸງລາຍທັງໝົດ 14,242 ຄົນ ເສຍຊີວິດແລ້ວ 31 ຄົນ ນັບ ແຕ່ທ້າຍເດືອນທັນວາ 2018 ຫາ 16/07/2019.

ນະຄອນຫຼວງວຽງຈັນ ເປັນອັນດັບໜຶ່ງທີ່ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 2,693 ກໍລະນີ ເສຍຊີວິດ 6 ຄົນ, ຈຳປາສັກ 2,648 ກໍລະນີ ເສຍຊີວິດ 5 ຄົນ, ສະຫວັນນະເຂດ 2,438 ກໍລະນີ ເສຍຊີວິດ 10 ຄົນ ແລະ ອື່ນໆ. ແຂວງທີ່ຍັງບໍ່ມີການລາຍງານຄົນເປັນໄຂ້ຍຸງ ລາຍ ແມ່ນແຂວງຫົວພັນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

illustration. Stop mosquito cartoon

ກະຊວງສາທາລະນະສຸກໄດ້ຮຽກ​ຮ້ອງ​ໃຫ້ ປະຊົນ​ລາວ ບັນດາ​ເຜົ່າ ​ໃນ​ຂອບ​ເຂດ​ທົ່ວ​ປະ​ ເທດ ​ໃຫ້​ເອົາ​ໃຈ​ໃສ່ປ້ອງ​ກັນ​ຕົນ​ເອງ, ນອນ​ ໃນ​ມຸ້ງ, ຫຼີກ​ເວັ້ນບໍ່​ໃຫ້​ຍຸງ​ກັດ ສິ່ງ​ສຳຄັນ ຕ້ອງ ມີ​ສ່ວນ​ຮ່ວມກັບອຳນາດ​ ການ​ປົກ ຄອງ​ບ້ານ, ​ເມືອງ, ​ແຂວງ ​ໃນ​ການອະນາ​ໄມ​ສິ່ງ​ແວດ​ລ້ອມ, ກຳຈັດ​ແຫຼ່ງ​ເພາະ​ພັນ​​ຍຸງ​ລາຍໂດຍ ​ສະ​ເພາະ​ຈັດ​ຕັ້ງ​ປະຕິບັດຫຼັກການ 5 ປ ຂອງ​ກະຊວງ ​ສາທາລະນະ​ສຸກວາງ​ອອກຢ່າງ​ ເຄັ່ງ​ຄັດຄື:

ປ ປິດ (ປົກ​ປິດ​ພາ​ສະ​ນະ​ທີ່​ກັກ​ ເກັບ​ນ້ຳ​ທັງ​ໃນ ​ແລະ ນອກ​ເຮື​ອນ ບໍ່​ໃຫ້​ຍຸງ​ ລາຍ​ມາ​ໄຂ່​ໃສ່), ປ ປ່ຽນ (ປ່ຽນ​ນ້ຳ ​ໃນ​ພາ​ສະ ​ນະທີ່​ກັກ​ເກັບ​ນ້ຳເຊັ່ນ: ​ເຕົ້າ​ດອກ​ໄມ້, ນ້ຳ​ ຮອງ​ຕີ​ນຕູ້ ​ແລະ ອື່ນໆ), ປ ປ່ອຍ (ປ່​ອຍປາ​ ຫາງ​ຍົກ​ຍຸງ ​ເພື່ອ​ກິນ​ໜອນ​ນ້ຳ), ປ ປັບປຸງ (ປັບປຸງ ​ສິ່ງ​ແວດ​ລ້ອມອ້ອມ​ເຮືອນໃຫ້​ສະ ອາດ ​ເປັນ​ປະຈຳ​ທຸກ​ອາທິດ) ​ແລະ ປ ປະ ຕິບັດໃຫ້ເປັນນິໄສທຸກໆອາທິດ.

ຂ່າວ: ບົວຜັນ
ພາບ: ກະຊວງສາທາລະນະສຸກ

Hits: 9

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້