ການລົງທຶນຢູ່ແຂວງຈຳປາສັກຄຶກຄັກ 6 ເດືອນອະນຸມັດເກືອບ 20 ໂຄງການ

ປີນີ້ ເຖິງແມ່ນວ່າເສດຖະກິດການເງິນຂອງປະເທດເຮົາຍັງຄົງຢູ່ໃນສະພາບຄວາມຫຍຸ້ງຍາກກໍຕາມແຕ່ນັກລົງທຶນພາຍໃນ ແລະຕ່າງປະເທດຍັງຄົງສົນໃຈເຂົ້າໄປລົງທຶນຢູ່ທ້ອງຖີ່ນຕ່າງໆໃນລາວເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍສະເພາະແມ່ນແຂວງຈຳປາສັກ ຊຶ່ງໃນ 6 ເດືອນ ຜ່ານມາອຳນາດການປົກຄອງແຂວງອະນຸມັດໂຄງການລົງທຶນໃໝ່ແລ້ວທັງໝົດ 17 ໂຄງການ.

ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງໆ ຈໍາປາສັກ, ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ, ແຜນ 6 ເດືອນທ້າຍປີ 2019 ແລະທິດທາງແຜນການປີ 2020 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຈໍາປາສັກຊຸດທີ I ທີ່ຈັດຂຶ້ນໃນລະຫວ່າງວັນທີ 17-19 ກໍລະກົດ ໃຫ້ຮູ້ວ່າ:

6 ເດືອນຕົ້ນປີ 2019 ລວມຍອດຜະລິດຕະພັນພາຍໃນ ( GDP) ປະຕິບັດໄດ້ 8,12 ພັນຕື້ກີບ ເທົ່າກັບກວ່າ 40% ຂອງແຜນປີທີ່ວາງໄວ້ 20,1 ພັນຕື້ກີບ ທຽບໃສ່ແຜນປີປະຕິບັດໄດ້ກວ່າ 40% ສະເລ່ຍຕໍ່ຫົວຄົນໄດ້ 1.290 ໂດລາສະຫະລັດຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 11 ກວ່າລ້ານກີບຕໍ່ຄົນຕໍ່ປີ, ໂຄງປະກອບເສດຖະກິດຂະແໜງກະສີກໍາປ່າໄມ້ກວມກວ່າ 34%, ຂະແໜງອຸດສາຫະກໍາກວມກວ່າ 28% ແລະຂະແໜງບໍລິການກວມກວ່າ 37% ຊຶ່ງສາມາດເວົ້າໄດ້ ວ່າມູນຄ່າ ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ຕາມແຜນການປີທີ່ວາງໄວ້, ເນື່ອງຈາກວ່າມູນຄ່າລວມຂອງຂະແໜງກະສິກໍາ-ປ່າໄມ້ ແລະ ການປະມົງສາ ມາດປະຕິບັດໄດ້ 2,8 ພັນຕື້ກີບ, ທຽບໃສ່ແຜນປີປະຕິບັດໄດ້ກວ່າ 60%, ທຽບໃສ່ໄລຍະດຽວກັນຂອງປີກ່ອນເພີ່ມຂຶ້ນກວ່າ 18%, ສາເຫດຍ້ອນວ່າປະເພດກະສີກໍາປູກຝັງເພີ່ມຂຶ້ນກວ່າ 19%.

ສໍາລັບບັນຍາກາດການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດເຫັນວ່າມີບັນຍາກາດຄຶກຄັກພໍສົມຄວນຊ່ວງເວລາດຽວກັນໄດ້ອະນຸຍາດການລົງທຶນທັງໝົດມີຈໍານວນ 17 ໂຄງການ, ມູນຄ່າການຈົດທະບຽນ 163,98 ລ້ານໂດລາ ຫຼື ເທົ່າກັບ 1 ພັນຕື້ກວ່າກີບ ແລະມີທຶນນໍາເຂົ້າຕົວຈິງ 151,98 ລ້ານໂດລາ, ທຽບໃສໄລຍະດຽວກັນເພີ່ມຂຶ້ນກວ່າ 2%, ທຽບໃສ່ແຜນປີປະຕິບັດໄດ້ກວ່າ 32%.

ແຫຼ່ງຂໍ້ມູນ: ຂຽນໂດຍ: ໂພທິຣາຊ, ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...