ໄຊຍະບູລີ ມີຜູ້ເປັນໄຂ້ຍຸງລາຍ 484 ກໍລະນີ ເສຍຊີວິດ 1 ກໍລະນີ

ຕາມການໃຫ້ຂໍ້ມູນຈາກພະແນກສາທາລະນະສຸກແຂວງໄຊຍະບູລີໃນຕົ້ນເດືອນສິງຫານີ້ວ່າ:

ປີນີ້ ການລະບາດໄຂ້ຍຸງລາຍ ໄດ້ເພີ້ມຄວາມຮຸນແຮງຂື້ນຢ່າງໄວວາ ແລະ ອາດຈະມີການລະບາດຄັ້ງໃຫຍ່ ມີຄວາມຮຸນແຮງຫຼາຍຂື້ນໃນທົ່ວປະເທດເວົ້າລວມ ເວົ້າສະເພາະກໍ່ຄື ແຂວງໄຊຍະບູລີ ແມ່ນພົບພະຍາດໄຂ້ຍຸງລາຍເປັນກໍລະນີທຳອິດ 1 ກໍລະນີ ຢູ່ບ້ານໂພນງາມ ເມືອງປາກລາຍໃນກາງເດືອນ ມີນາ 2019.

ແຕ່ການລະບາດບໍ່ສາມາດສະກັດກັ້ນໄດ້ ແຕ່ເດືອນ ມີນາ 2019 ຫາເດືອນ ສິງຫານີ້ ທົ່ວແຂວງໄຊຍະບູລີມີການລະບາດໄຂ້ຍຸງລາຍກວມ 8 ເມືອງ ມີ 92 ບ້ານ 484 ກໍລະນີ ເສຍຊີວິດ 1 ກໍລະນີ, ໃນນີ້ ເມືອງໄຊຍະບູລີ ມີ 37 ບ້ານ 252 ກໍລະນີ ເສຍຊີວິດ 1 ກໍລະນີ , ເມືອງປາກລາຍມີ 8 ບ້ານມີ 23 ກໍລະນີ, ເມືອງພຽງ 26 ບ້ານ ມີ 123 ກໍລະນີ, ເມືອງບໍ່ແຕນ 6 ບ້ານ ມີ 50 ກໍລະນີ,ເມືອງຫົງສາ 7 ບ້ານ ມີ 9 ກໍລະນີ, ເມືອງແກ່ນທ້າວ 6 ບ້ານ ມີ 25 ກໍລະນີ, ເມືອງຊຽງຮ່ອນ ມີ 1 ບ້ານ ມີ 1 ກໍລະນີ ແລະ ເມືອງທົ່ງມີໄຊ 1 ບ້ານ ມີ1 ກໍລະນີ.

ສ່ວນຫຼາຍແມ່ນນອນໃນກຸ່ມອາຍຸ 15-35 ປີ ກວມ 51,19% ,ກຸ່ມອາຍຸ 35 ປີ ຂື້ນໄປກວມ 35,28 %ແລະ ກຸ່ມ ອາຍຸ 15 ປີ ລົງມາກວມ 13,53 % ຕໍ່ກັບສະພາບດັ່ງກ່າວເພື່ອເປັນການຕອບໂຕ້ການລະບາດ ແລະ ສະກັດກັ້ນການລະບາດໄຂ້ຍຸງລາຍບໍ່ໃຫ້ແຜ່ກ້ວາງອອກ ອົງການປົກຄອງແຂວງກໍ່ຄືປະທານຄະນະກຳມະການກັນ ແລະ ຕ້ານ ຄວບຄຸມໄຂ້ຍຸງລາຍຂັ້ນແຂວງພ້ອມດ້ວຍທຸກຂະແໜງການ, ໜ່ວຍງານຕະຫຼອດຮອດພໍ່ແມ່ປະຊາຊົນລົງໂຕ້ຕອບການລະບາດຢູ່ບ້ານທີ່ມີການລະບາດໄຂ້ຍຸງລາຍເຕົ້າໂຮມຊາວບ້ານເຮັດສຸຂະສຶກສາອະນາໄມຂ້ວມກະໂປະ, ກະປ໋ອງ, ອະນາໄມຖາງຫຍ້າທີ່ຮົກເຮື້ອເພື່ອທຳລາຍແຫຼ່ງເພາະພັນຂອງຍຸງລາຍໃນທຸກໆອາທິດ.

ສະນັ້ນ ເພື່ອບໍ່ຢາກໃຫ້ຍຸງກັດເຮົາຕ້ອງຫຼຸດຜ່ອນຄວາມແໜ້ນໜາຂອງຍຸງລາຍລົງດ້ວຍການປະຕິບັດ 5 ປ ໃຫ້ເປັນປົກກະຕິຄື:

ປິດພາສະນະທີ່ບັນຈຸນໍ້າໃນເຮືອນແລະ ນອກເຮືອນ, ປ່ຽນນ້ຳ ແລະ ພັດຖູພາຊະນະ, ປ່ອຍປາຫາງນົກຍຸງໃສ່ພາຊະ ນະທີ່ບັນຈຸນ້ຳເພື່ອໃຫ້ກິນໜອນນໍ້າຍຸງລາຍ, ປັບປຸງອະນາໄມບໍລິເວນທີ່ຢູ່ອາໄສທັງໃນ ແລະ ນອກເຮືອນໃຫ້ສະອາດ. ປະຕິບັດ 5 ປ ໃຫ້ເປັນນິໄສປະຕິບັດເປັນປະຈຳທຸກໆອາທິດສິ່ງສຳຄັນຕ້ອງກຽມຄວາມພ້ອມດ້ານ:

ຢາ, ອຸປະກອນການແພດ, ສະຖານທີ່ບໍລິການ, ບຸກຄະລາກອນດ້ານການແພດ, ພາກສ່ວນອໍານວຍຄວາມສະ ດວກ, ຈັກຜົ່ນຢາ, ນ້ຳຢາຂ້າໜອນນ້ຳ. ໂຮງໝໍແຂວງຕ້ອງຊີ້ນໍາດ້ານວິຊາການໂຮງໝໍຂັ້ນລຸ່ມຂອງຕົນ ແລະ ກຽມພ້ອມຮັບມືໃຫ້ແກ່ການລະບາດ. ມີການປະສານງານກັບຂະແໜງປິ່ນປົວພະແນກ ສາທາລະນະສຸກແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງພ້ອມທັງກະກຽມພະນັກງານຂອງຕົນລົງຊ່ວຍໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...