ສູນພັດທະນາສີມືແຮງງານສະຫວັນນະເຂດ ມອບໃບຢັ້ງຢືນ ສາຂາຊ່າງຕິດຕັ້ງໄຟຟ້າໃນອາຄານ ແລະ ສາຂາໄອທີ

ພິທີປິດຊຸດຝຶກອົບຮົມພັດທະນາສີມືແຮງງານ ສາຂາຊ່າງຕິດຕັ້ງໄຟຟ້າໃນອາຄານ ແລະສາຂາໄອທີ ທີ່ສູນພັດທະນາສີມືແຮງງານແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເຂົ້າຮ່ວມຮ່ວມຂອງທ່ານ ນາງທຸມມີ ລາດສຸ ລິນ ຮອງຫົວໜ້າພະແນກແຮງງານ-ສະຫວັດດີການສັງຄົມແຂວງ. ຈາກນີ້ກໍ່ມີບັນດາທ່ານ ຜູ້ຕາງໜ້າພະແນກການຂອງແຂວງ, ສະຖາບັນ ແລະບັນດາເມືອງໃກ້ຄຽງເຂົ້າຮ່ວມ.

ໃນພິທີ ທ່ານ ພູຂົງ ຈັນທະວີໄລ ຮອງຫົວໜ້າສູນພັດທະນາສີມືແຮງງານ ແຂວງສະຫວັນນະເຂດ ໄດ້ລາຍງານຜົນການຈັດຝຶກອົບຮົມພັດທະນາສີມືແຮງງານ ສາຂາຊ່າງຕິດຕັ້ງໄຟຟ້າໃນອາຄານ ແລະສາຂາໄອທີ ທີ່ສູນພັດທະນາສີມືແຮງງານແຂວງສະຫວັນນະເຂດ ວ່າ:

ເພື່ອເປັນການພັດທະນາສີ ມືແຮງງານລາວ ໃນ 1-5 ລະດັບ ຕາມມາດຕະຖານສີມືແຮງງານແຫ່ງຊາດ ໃນຂະແໜງ ຊ່າງຕິດຕັ້ງໄຟຟ້າໃນອາຄານ ແລະ ຊ່າງສ້ອມແປງຄອມພິວເຕີ້.

ດັງນັ້ນ ທາງຄະນະຮັບຜິດຊອບ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ຈຶ່ງໄດ້ຈັດໂຄງການຝຶກອົບຮົມພັດທະນາສີມືແຮງງານ ສາຂາຊ່າງຕິດຕັ້ງໄຟຟ້າໃນອາຄານ ແລະ ສາຂາໄອທີ ຂຶ້ນທີ່ສູນພັດທະນາສີມືແຮງງານແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 5-9 ເດືອນສິງຫາ ປີ2019.

ໂດຍໄດ້ຄັດເລືອກເອົາປະຊາຊົນ ທີ່ມາຈາກບັນດາບ້ານ ຂອງເມືອງອຸທຸມພອນ ແລະ ເມືອງໄຊບູລີ ເຂົ້າຮ່ວມຝຶກອົບຮົມທັງໝົດ 50 ຄົນ, ຍິງ 7 ຄົນ. ໃນນັ້ນ ຝຶກອົບ ຮົມສາຂາຊ່າງຕິດຕັ້ງໄຟຟ້າໃນອາຄານ ມີ 30 ຄົນ, ຍິງ 2 ຄົນ ແລະ ອົບຮົມກ່ຽວກັບແກ້ໄຂ, ສ້ອມ ແປງ ແລະ ບໍາລຸງຮັກສາຄອມພິວເຕີ້ ມີ 20 ຄົນ, ຍິງ 5 ຄົນ.

ໃນການຝຶກແມ່ນໃຊ້ແບບສາທິດ ແລະ ເນັ້ນໃຫ້ນັກຝຶກອົບຮົມປະຕິບັດເຮັດຕົວຈິງເປັນສ່ວນຫຼາຍ ພາຍໃຕ້ການເອົາໃຈໃສ່ຕິດຕາມ, ຊີ້ແນະຂອງຄູຝຶກ ແລະ ທີມງານຮັບຜິດຊອບ. ຜ່ານການຝຶກອົບຮົມເຫັນວ່າ ຜູ້ເຂົ້າຮັບການຝຶກ ໄດ້ມີ ການພັດທະນາຄວາມຮູ້, ທັດສະນະຄະຕິໃນການເຮັດວຽກ, ມີຄວາມສາມາດ ໃນການກຳນົດວັດຖຸອຸ ປະກອນ-ເຄື່ອງມືທີ່ຈຳເປັນຂອງວຽກງານ ລວມທັງການໃຊ້ໄດ້ຢ່າງຖືກຕ້ອງປອດໄພ.

ດັ່ງນັ້ນ ເພື່ອເປັນການຢັ້ງຢືນ ການເຂົ້າຮ່ວມຝຶກອົບຮົມດັ່ງກ່າວ ທ່ານ ນາງທຸມມີ ລາດສຸລິນ ຮອງຫົວໜ້າພະ ແນກແຮງງານ-ສະຫວັດດີການສັງຄົມແຂວງ ກໍ່ໄດ້ມອບຢັ້ງຢືນ ການຝຶກອົບຮົມພັດທະນາສີມືແຮງງານ ໃຫ້ກັບຜູ້ເຂົ້າຮ່ວມຝຶກອົບຮົມທັງສອງສາຂາຢ່າງສົມກຽດ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,