ມອບໃບປະກາສະນີຍະບັດ ໃຫ້ນັກຮຽນນັກສຶກສາຈົບຊັ້ນກາງວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ

ບັນຍາກາດຂອງການມອບຮັບໃບປະກາສະນີຍະບັດຄັ້ງນີ້ ເຫັນວ່າມີຄວາມຄືກຄື້ນບັນດາພໍ່ແມ່ຜູ້ປົກຄອງ, ອ້າຍ, ເອື້ອຍ, ນ້ອງຍາດຕີພີ່ນ້ອງກໍ່ໄດ້ມາຮ່ວມສະແດງຄວາມຍີນດີນໍາລູກຫລານຂອງຕົນຢ່າງລົ້ນເຫລືອ.

ຢູ່ສະໂມສອນຫ້ອງວ່າການເມືອງເຊໂປນແຂວງສະຫວັນນະເຂດໄດ້ຈັດພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກຮຽນນັກສຶກສາຜູ້ສໍາເລັດການສຶກສາຊັ້ນກາງ(ລະບົບ9+3)ສາຂາວີຊາລົດຍົນ,ໄຟຟ້າແລະສາຂາຕັດຫຍິບປະຈໍາສົກປີ2018-2019 ຂຶ້ນຢ່າງເປັນທາງການ.

ໂດຍເປັນກຽດເຂົ້າຮ່ວມທ່ານວົງສະຫວັນ ວຽງມະນີເລຂາຄະນະພັກຮາກຖານ,ອໍານວຍການວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດ, ທ່ານວົງໄຊ ໄຊຍະຈັກວ່າການເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງເຊໂປນ, ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈໍາພັກເມືອງ,ກໍາມະການພັກເມືອງ,ຫົວໜ້າ,ຄະນະຫ້ອງການອອ້ມຂ້າງ, ຄູອາຈານພ້ອມດ້ວຍນັກຮຽນນັກສຶກສາວິທະຍາໄລເຕັກນິກ-ວີຊາຊີບເມືອງເຊໂປນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີຫລັງໄດ້ຜ່ານຂໍ້ຕົກລົງການຮຽນການສອນຂອງວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດແລ້ວທ່ານກອງແພງ ສຸລິຍະມາດຫົວໜ້າອໍານວຍການໂຮງຮຽນວິທະຍາໄລເຕັກນິກ-ວີຊາຊີບວິທະຍາເຂດເຊໂປນໄດ້ຂື້ນຜ່ານບົດສະຫລຸບການເຄືອນໄຫວວຽກງານການຮຽນແລະການສິດສອນສົກປີ2018-2019ພ້ອມທິດທາງແຜນການສົກປີ 2019-2020, ອີງໃສ່ຜົນສໍາເລັດການສຶກສາຂອງນັກຮຽນສົກປີ2018-2019ທີ່ວິທະຍາເຂດເຊໂປນຈໍານວນ 58 ຄົນ,ຍີງ 17 ຄົນໃນ 3 ສາຂາວີຊາຄື: ສາຂາວີຊາ:

ຕັດຫຍິບຈໍານວນ 16 ຄົນ,ຍີງ 16 ,ສາຂາວິຊາໄຟຟ້າຈໍານວນ 21 ຄົນ,ຍິງ 1 ຄົນ,ສາຂາວີຊາລົດຍົນຈໍານວນ 21 ຄົນ, ວິຊາທີ່ໄດ້ຈັດຕັ້ງການຮຽນການສອນໃນໄລຍະ 1 ປີຜ່ານມາສໍາເລັດ 98 ວິຊາຮຽນ,4,918 ຊົ່ວ ໂມງ, ໃນນັ້ນທາງດ້ານທິດສະດີ 1,554 ຊົ່ວໂມງ,ປະຕິບັດຕົວຈິ່ງ 3,364 ຊົ່ວໂມງແລະສາມາດຄັດເລືອກນັກສຶກສາດີເດັ່ນໃນການຮຽນປະຈໍາປີໄດ້ 21 ຄົນ,ຍິງ 9 ໃນນັ້ນເດັ່ນ1ມີ6ຄົນ, ຍິງ 4 ,ເດັ່ນ 2 ມີ 15 ຄົນ, ຍີງ 5.

ຈາກນັ້ນໃນພິທີກໍ່ໄດ້ມອບໃບຍ້ອງຍໍຂັ້ນຊວງໃຫ້ພະນັກງານຄູອາຈານແລະນ້ອງນັກຮຽນນັກສຶກສາສົກປີ 2018 ຈໍານວນ 79 ຄົນ,ໃບຍ້ອງຍໍຂອງແຂວງໃຫ້ພະນັກງານ,ຄູອາຈານແລະນັກຮຽນນັກສຶກສາທີ່ມີຜົນງານດີເດັ່ນສົກປີ 2018-2019 ຈໍານວນ17ຄົນ, ຍີງ 9 ໃນນັ້ນພະນັກງານ 11 ຄົນ,ຍີງ 5,ນັກຮຽນນັກສຶກສາ 6 ຄົນ,ຍີງ 4 ແລະໃບສັນລະເສີນໃຫ້ຄູອາຈານອີກຈໍານວນໜຶ່ງ,ຕອນທ້າຍກໍ່ໄດ້ຮັບຟັງການໂອ້ລົມຈາກທ່ານວົງສະຫວັນ ວຽງມະນີເລຂາຄະນະພັກຮາກຖານ,ອໍານວຍການວິທະຍາໄລເຕັກນິກ-ວີຊາຊີບແຂວງສະຫວັນນະເຂດພ້ອມທັງມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນນັກສຶກສາຊັ້ນກາງ(9+3)ຈໍານວນ58ຄົນ,ຍີງ17ໃນ3ສາຂາຢ່າງສົມກຽດ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,