Friday, April 18, 2025

ປະຫວັດພຣະເກຈິດັງແຫ່ງລາວໃຕ້ ພຣະອາຈານຊາຄຳແດງ ຍານະວຸທໂທ

ພຣະ­ອາ­ຈານ­ຊາ­ຄໍາແດງ ເປັນພຣະ­ນັກປະ­ຕິບັດ­ສາຍ­ວິປັສນາກັມ­ມັດ­ຖານ ປະ­ຕິບັດ­ຊານເຕໂຊທາດ ຕາມປະຫວັດ ­ພໍຄ້າວໆ­ນັ້ນ ແມ່ນພຣະ­ອາ­ຈານໄດ້ ເຂົ້າ­ຄອງ­ວິປັດສະ­ນາ­ທີ່­ວັດມະ­ຫາ­ພຸດທະ­ວົງ­ສາ­ປ່າ­ຫຼວງ ນໍາ­ພຣະ­ເດດພຣະ­ຄຸນຍາ­ທ່ານມະ­ຫາ­ປານ ອະ­ນັນໂທ, ເປັນພຣະ­ຄອງ­ວິປັສສະ­ນາ ແຫ່ງພຣະ­ຣາ­ຊະ­ອານາ­ຈັກ­ລາວ ພຣະ­ອາ­ຈານ­ຊາ­ຄໍາແດງໄດ້­ພັກ­ຢູ່­ທີ່­ວັດພຣະ­ທາດ­ຫຼວງເໜືອ ມະ­ຫາກຸດີ ນໍາຍາ­ທ່ານ­ສົມເດັດ­ອັຄະ­ມະ­ຫາບັນ­ດີດ ລູກແກ້ວ(ຄູນ ມະ­ນີວົງ) ພຣະ­ສັງຄະ­ນາຍົກ ແຫ່ງພຣະ­ຣາ­ຊະ­ອານາ­ຈັກ­ລາວ.

– ຫຼັງ­ຈາກ­ນັ້ນ­ກໍໄດ້ອອກ­ປິກ­ວິເວກ ປະ­ຕິບັດ­ວິປັດສະ­ນາກັມ­ມັຕຖານ ທີ່­ພຸເຂົາ­ຄວາຍ ໄດ້­ສໍາເຣັດ­ຊານ­ຂັ້ນ­ໜຶ່ງ ແລ້ວລົງໄປຢູ່ບ້ານທ່າ­ໝາກ ເຫັບ ເມືອງ­ນາ­ຄະ­ບູຣີ ແຂວງ­ສີທັນ­ດອນ ສ້າງ­ວັດ­ທີ່­ນັ້ນ ໄດ້ອອກ­ສຶບ­ຕໍ່ສະ­ແຫວງ­ຫາ­ທັມ ທີ່ຖ້ໍາແກ້ວທັມມະ­ຣິດ ພູສາ­ຣະ­ແພຄອນແຮ່ ໄດ້­ສໍາເຣັດ­ທັມ­ຂັນ­ສູງ­ສຸດ­ຢູ່­ທີ່­ນັ້ນ, ກ່າວວ່າ­ຊານ­ທີ່ທ່ານ­ສໍາເຣັດ­ນັ້ນ ຊື່ວ່າເຕໂຊທາດ ສາມາດແປງ­ກາຍ ຫາຍໂຕໄດ້ ເປັນ­ຜູ້­ມີຣິດ ຕອນ­ທີ່ທ່ານພຣະ­ອາ­ຈານ­ຊາ­ຄໍາແດງ­ສໍາເຣັດ­ຊານ­ນັ້ນ ສະ­ມະ­ນະ­ສັກ­ຂອງເພີ່ນໄດ້­ພຽງ­ຊາ(ພຣະ­ອາ­ຈານ­ຊາ) ຊື່­ສຽງເພິ່ນໂດ່ງ­ດັງ­ພຽງ­ຕອນເປັນ ພຣະ­ຊານັ້ນ ຄົນ­ທັງ­ຫຼາຍ­ຈຶ່ງ­ຮຽກ­ຊື່ວ່າ ພຣະ­ອາ­ຈານ­ຊາ­ຄໍາແດງ ມາແຕ່­ບັດ­ນັ້ນ ແຕ່ຄວາມ­ຈິງ ຫຼັງ­ຈາກ­ນັ້ນ ເພິ່ນ­ກໍໄດ້­ຖືກ­ຫົດ­ສົນ­ຈົນເປັນພຣະ­ຄຣູ ແລະ­ແຖມ­ສົມ­ພານ­ຫຼາຍ­ຫຼາບ ແຕ່­ຄົນ­ທັງ­ຫຼາຍ­ຍັງ­ຮຽກເພິ່ນວ່າ­ຊາ­ຢູ່ຢ່າງ­ນັ້ນ.

– ພຣະ­ອາ­ຈານ­ຊາ­ຄໍາແດງ ໄດ້ເປິດ­ສໍານັກ­ວິປັສສະ­ນາກັມ­ມັດ­ຖານ ທີ່­ວັດທ່າ­ໝາກເຫັບ ຈຶ່ງ­ມີພຣະ­ສົງ­ສາມະ­ເນນ ຕລອດ­ທັງ­ຍາດໂຍມ ໄປຮຽນ­ນໍາເພີ່ນ ບໍ່ວ່າ­ປະ­ຊາ­ຊົນ­ທໍາມະ­ດາ ຈົນ­ຮອດເຈົ້ານາຍ­ທັງ­ມວນ.
– ລູກ­ສິດ­ຂອງພຣະ­ອາ­ຈານ­ຫຼາຍ­ອົງ­ຫຼາຍທ່ານ ແຕ່­ທີ່­ຖືວ່າ ເປັນ­ລູກ­ສິດ­ທີ່­ສືບ­ທອດເຈຕນາ­ຣົມ ແລະ­ໄດ້­ດັ່ງທ່ານ­ມີນັ້ນ ມີພຣະ­ 3 ອົງ­ຄື:
1. ພຣະ­ອາ­ຈານ­ຊາໄສ (ວັດ­ດອນ­ທໍຣະ­ທີ) ສິກແລ້ວແຕ່­ປີ 1982 ຍັງ­ມີຊີວິດ ແລະ­ບໍາເພັງ­ທັມ­ຢູ່ເໝືອນ­ກັບພຣະ­ສົງ ທີ່ບ້ານ­ນັ້ນ.
2. ພຣະ­ອາ­ຈານ­ຊາ­ສູດ (ບ້ານ­ດອນ­ສໍາໂຮງ) ສິກ­ປີ 1976 ຍັງ­ມີຊວິດ­ຢູ່ ແຕ່ປະ­ຕິບັດ­ທັມ­ດັ່ງ­ກັບພຣະ­ ຢູ່ບ້ານ­ດັ່ງກ່າວນັ້ນ.
3. ພຣະ­ອາ­ຈານ­ຊາໂງນ (ພຣະ­ຄຣູບຸນ­ທອງ ວິປະ­ໄຊຍ໌­) ສ້າງ­ວັດ­ພູກິ່ງແກ້ວ ຫາດ­ຊາຍ­ຄູນ (ປັດ­ຈຸບັນ­ຢູ່­ວັດ­ໜອງດ້ວງ ແລະ­ວັດ­ນາ­ຄູນ) ດ້ວຍເຫດ­ຜົນ­ທາງ­ສຸຂະ­ພາຍຕ້ອງ­ຢູ່ໃກ້­ໝໍ ແຕ່­ກໍນໍາ­ພາຍາດໂຍມສ້າງມະ­ຫາກຸສົນຢ່າງ­ຕໍ່ເນື່ອງ.

– ລູກ­ສິດ­ທີ່­ຮຽນ ແລະ­ເຂົ້າ­ຄອງ­ກັມ­ມັດ­ຖານ­ນັ້ນ ທີ່ເປັນ­ພໍ່ອອກ­ນັ້ນ ເຂົາວ່າມີຫຼາຍທ່ານ ແຕ່ເທົ່າ­ທີ່­ຮູ້ ແລະ­ຮູ້ປະ­ວັດ­ດີຄື ທ່ານ­ນາຍຄຣູພັນ ຊາ­ລີຈັນ ເກີດບ້ານ ແສນໃຕ້ ຕາແສງເມືອງແສນ ເມືອງໂຂງ(ແຂວງ­ສີທັນ­ດອນ) ແຂວງ­ຈໍາ­ປາ­ສັກ, ແຕ່ຍ້າຍ­ຂຶ້ນ­ມາ­ຢູ່ນະ­ຄອນ­ຫຼວງ­ວຽງ­ຈັນ ສອນ­ຢູ່ ໂຮງ­ຮຽນເພັຍ­ວັດ ແລະ­ສຸດທ້າຍເປັນຄະ­ນະ­ສຶກ­ສາກໍາແພງນະ­ຄອນ ມໍຣະ­ນະ­ກັມ ເມື່ອປິ 2002 ທີ່ບ້ານສະ­ພານ­ທອງ.

– ລູກ­ສິດ­ອີກທ່ານ­ໜຶ່ງ ທີ່ເປັນ­ລູກ­ສິດ­ຫົວແກ້ວຫົວແຫວນ­ຂອງທ່ານ­ອາ­ຈານ­ຊາ­ຄໍາແດງ ທີ່­ຮຽນໃນສະ­ໄໝຍັງເປັນ­ພໍ່ອອກ ພາຍ­ຫັຼງໄດ້ບວດ ຄື ພຣະ­ອາ­ຈານ­ພໍ່ເຖົ້າ­ສິງ ບ້ານ­ດອນ­ຮີນ້ອຍ ເມືອງໂຂງແຂວງ­ຈໍາ­ປາ­ສັກ (ຢູ່­ວັດ­ຫາງ­ດອນ­ຮີ ແລະ­ໄກ້­ມໍລະ­ນະ­ພາບແລ້ວ ປະ­ມານ­ປີ 1993) ທ່ານພຣະ­ອາ­ຈານ­ພໍ່ເຖົ້າ­ສິງ­ນີ້ ເປັນ­ອາ­ຈານ­ຂອງ­ຜູ້­ຂຽນເອງ ເຂົ້າ­ຄອງ­ວິປັດສະ­ນານໍາເພີ່ນແຕ່­ອາຍຸ 14 ປິ ແລະ­ພຣະ­ອາ­ຈານ­ຊາໂງນ­ນີ້ ກໍເປັນ­ອາ­ຈານ­ຂອງ­ຜູ້­ຂຽນ ອີກເຊັ່ນ­ກັນ ເຂົ້າ­ຄອງ­ນໍາເພີ່ນ­ທີ່­ວັດ­ກາງໂຂງ ໃນໄລຍະ­ດຽວກັນ ຄື ປິ 1980-1984 ຄືຜູ້­ຂຽນຈະ­ເຂົ້າ­ຄອງ­ນໍາ ອາ­ຈານ­ທັງ­ສອງ­ນີ້ ຄືຍາມ­ກາງ­ພັນ­ສາເຂົ້າ­ຄອງ­ກັບ­ອາານ­ພໍ່ເຖົ້າ­ສິງຕະ­ລອດ 3 ເດືອນ ບໍ່ເວັ້ນ ແລະ­ຍາມ­ອອກ­ພັນ­ສາເຂົ້າ­ຄອງ­ນໍາ­ພຣະ­ອາ­ຈານໃຫຍ່­ຊາໂງນ ທີ່­ວັດ­ກາງໂຂງ ຈົນ­ຮອດ­ປີ 1984).

– ລູກ­ສິດພຣະ­ອາ­ຈານ­ຊາ­ຄໍາແດງໂດຍ­ກົງ ທັງເປັນ­ລູກ­ສິດ­ຂອງ­ຍາ­ທ່ານ­ປານ ອະ­ນັນໂທດ້ວຍ ທີ່­ຮຽນ­ນໍາອາ­ຈານ­ຊາ­ຄໍາແດງ ໂດຍ­ກົງ­ຕອນເປັນ­ພໍ່ອອກແມ່ນ ອາ­ຈານ­ພໍ່ເຖົ້າ­ສີ ບ້ານ­ຂີ້­ນາກ­ຫີນ­ຮອງ ປັດ­ຈຸບັນ­ຢູ່­ທີ່­ວັດ­ຫາດ­ຊາຍ­ຄູນ­ນອກ ເມືອງໂຂງ ຮຽນ­ນໍາເພິ່ນ­ຕອນເປັນ­ພໍ່ອອກໃນ­ທີ່­ສຸດ ກໍອອກ­ບວດ ທັງ­ຜົວທັງເມັຍ ຊື່ວ່າແມ່­ຂາວແດງ ຕອນ­ຍັງ­ໜຸ່ມຕ້ອງ­ມາ­ປະ­ຈໍາ­ຢູ່­ທີ່­ວັດ­ສີສັງ­ວອນ ເພື່ອບໍ່­ຢູ່ໃກ້­ກັນ ແຕ່­ປັດ­ຈຸບັນ­ຢູ່­ວັດ­ພູກິ່ງແກ້ວ ກອງມະ­ນີຫາດ­ຊາບ­ຄູນ.
– ລູກ­ສິດ­ທີ່ກ່າວມານັ້ນ ຖືວ່າເປັນ­ສິດເອກ ຂອງພຣະ­ອາ­ຈານ­ຊາ­ຄໍາແດງ ສ່ວນ­ທີ່ເປັນພຣະ­ສົງ­ນັ້ນ ລູກ­ສິດເອກະ­ຂອງເພິ່ນ­ນັ້ນ ຈະ­ຮຽກ ນາມ­ນໍາ­ໜ້າວ່າ (ຊາ) ໝົດ­ທຸກ­ອົງ ດ້ວຍເຫດວ່າ ອາ­ຈານເປັນ­ພຽງ­ຊາ ລູກ­ສິດເຖິງເປັນຄຣູ ກໍຕາມ ແຕ່­ບໍ່ກ້າໃຊ້ສະ­ມະ­ນະ­ສັກເກີນ­ອາ­ຈານ ດ້ວຍເຫດ­ນັ້ນ ພຣະ­ອາ­ຈານ­ທັງ­ສາມ ຈຶ່ງ­ມີຊື່­ທາງສະ­ມະ­ນະ­ສັກ­ພຽງ­ຊາ ເທົ່ານັ້ນ

ພຣະອາຈານຊາຄຳແດງ ຍານະວຸທໂທ ເປັນພຣະສົງຊາວລາວທີ່ອົບພະຍົບໄປອາໃສຢູ່ປະເທດກຳປູເຈຍ ຫລັງຈາກປ່ຽນແປງການປົກຄອງ ປີ 1975 ເພາະໃນເວລານັ້ນວົງການພຣະສົງລາວແມ່ນປັ່ນປ່ວຍຢ່າງໜັກພຣະຜູ້ຫລັກຜູ້ໃຫຍ່ຂອງບ້ານເມືອງ ລວມເຖີງສົມເດັຈພຣະສັງຄະຣາຊກໍ່ໄດ້ພາກັນຫລັງໄຫລ ອອກຈາກບ້ານເມືອງຫລັງຈາກທີ່ພັກຄອມມູນິດຍືດອຳນາດໃນປີ 1975 ພຣະອາຈານຊາຄຳແດງເອງກໍ່ເປັນໜື່ງໃນນັ້ນທີ່ໂຕນໜີອອກຈາກບ້ານເກີດ ຕ້ອງໄດ້ໄປອາໃສບ້ານອື່ນຢູ່ ຕະຫລອດຊີວີດຂອງທ່ານແມ່ນບໍ່ໄດ້ກັບມາບ້ານເກີດເລີຍ ຈົນໄດ້ມໍລະນາພາບ ລວມອາຍຸໄດ້ 126 ປີ, ຜິດພາດປະການໃດຂໍອະໄພມານະທີນີ້

ແຫຼ່ງຂໍ້ມູນ: ພຣະອາຈານ ຊາຄໍາແດງ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.