Monday, November 10, 2025
Kbank Laos โอน รับ จ่าย

ມອບ-ຮັບ ອະທິການບໍດີມະຫາວິທະຍາໄລສະຫວັນນະເຂດຄົນໃໝ່

ຢູ່ທີ່ ສະໂມສອນ ມະຫາວິທະຍາໄລ ສະຫວັນນະເຂດ ໄດມີພິທີມອບຮັບໜ້າທີ່ຂອງເລຂາຄະນະພັກຮາກຖານ ແລະ ອະທິການບໍດີ ມຂ ລະຫວ່າງ ທ່ານ ບຸນປົງ ແກ້ວໂຣດົມ ຜູ້ເກົ່າ ແລະ ທ່ານ ສຸລິຍົງ ໄຊໂກສີ ເປັນຜູ້ຮັກສາການ ມຂ ຜູ້ໃຫມ່ ໂດຍການເຂົ້າຮ່ວມຂອງ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ, ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ ມີບັນດາພະແນກການກ່ຽວຂ້ອງ ແລະ ແຂກຖືກເຊີນ ພ້ອມດ້ວຍຄູອາຈານ ພາຍໃນ ມຂ ເຂົ້າຮ່ວມ.

ໃນນີ້ ທ່ານ ບຸນປົງ ແກ້ວໂຣດົມ ອະທິການບໍດີ ມຂ ໄດ້ກ່າວມອບໜ້າທີ່ ແລະ ລາຍງານບາງຜົນສຳເລັດ ຕະຫຼອດ ການຊີ້ນຳ-ນຳພາຂອງທ່ານໃນໄລຍະຜ່ານມາແມ່ນມີຫລາຍດ້ານທີ່ປະສົບຜົນສຳເລັດເປັນຕົ້ນ ມີ 1 ໜ່ວຍພັກ ໄດ້ນາມມະຍົດເປັນໜ່ວຍພັກແຂງຮູ້ນຳພາຮອບດ້ານ 4 ຄັ້ງ ແລະ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ-ໜັກແໜ້ນ 1 ຄັ້ງ.

ຂະຫຍາຍສະມາຊິກຊາວໜຸ່ມໄດ້ທັງໝົດ 3,493 ຄົນ, ຍິງ 1,737 ຄົນ, ຈັດຕັ້ງ ແລະ ຂະຫຍາຍສະມາຊິກແມ່ຍິງ 2,265 ຄົນ, ຂະຫຍາຍສະມາຊິກກໍາມະບານ ໄດ້1,247 ຄົນ, ຍິງ 709 ຄົນ, ສ້າງລັດຖະກອນສົມບູນທັງໝົດ 309 ຄົນ, ຍິງ 134 ຄົນ, ໃນນັ້ນ ປ ເອກ 11 ຄົນ:

ປໂທ 113 ຄົນ ຍິງ 39 ຄົນ, ຮັບນັກສຶກສາແຕ່ປີ 2009-2019 ໄດ້ຈໍານວນ 9,791 ຄົນ, ຍິງ 5,323 ຄົນ, ໃນນັ້ນ ປໂທ 2 ສາຂາ ຈໍານວນ 40 ຄົນ, ຍິງ 9 ຄົນ ແລະ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໃນໄລຍະ 10 ປີ ໄດ້ 5 ຮຸ່ນ ມີທັງໝົດ 4,609 ຄົນ, ຍິງ 2,502 ຄົນ.

ປໂທ 19 ຄົນຂະຫຍາຍຄະນະວິຊາໄດ້ 8 ຄະນະ, ພັດທະນາຫຼັກສູດ 43 ຫຼັກສູດ, ປໂທ 2 ຫລັກສູດ ແລະ ຫຼັກສູດນາໆຊາດ 1 ຫຼັກສູດ, ສຶກສາວິໄຈໄດ້ທັງໝົດ 978 ຫົວຂໍ້, ປໂທ 69 ຫົວຂໍ້. ນອກຈາກນີ້ຍັງຍົກລະດັບອາ ຈານສອນໂດຍໄດ້ສົ່ງທືນໄປຮຽນຕໍ່ ປເອກ 22 ຄົນ. ຍິງ 8 ຄົນ, ປໂທ 100 ຄົນ, ຍິງ 40 ຄົນ. ການຮ່ວມມືສາກົນສອງຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກັບສະຖາບັນການສຶກສາຊັ້ນສູງຂອງຕ່າງປະເທດ 21 ສະຖາ ບັນ ແລະ ການຮ່ວມມືຫຼາຍຝ່າຍ ຮ່ວມກັບອົງການພາກພື້ນ ແລະສາກົນ 7 ຄັ້ງ.

ຈາກນັ້ນທ່ານ ສຸລິຍົງ ໄຊໂກສີ ຜູ້ຮັກສາການອະທິການບໍດີ ມຂ ຜູ້ໃຫມ່ ກໍ່ໄດ້ໃຫ້ຄຳໝັ້ນສັນຍາວ່າ:

ຈະພ້ອມ ກັນກັບໝູ່ຄະນະສືບຕໍ່ດຳເນີນວຽກງານຂອງມະຫາວິທະຍາໄລໄປສູ່ເປົ້າໝາຍຄຸນນະພາບໂດຍເລັ່ງໃສ່ວຽກງານແນວຄິດການເມືອງເປັນກົກອັນສຳຄັນ ຖືເອົາວຽກງານວິຊາການເປັນໃຈກາງໃນການພັດທະນາ ແລະ ວຽກງານ ອື່ນໆທີ່ປິ່ນອ້ອມ ສືບຂະຫຍາຍຜົນງານດ້ານຕ່າງທີ່ຍາດມາໄດ້ໃນຜ່ານມາໃຫ້ກ້າວໜ້າ ຂະຫຍາຍຕົວໄປເລື່ອຍໆ ພ້ອມກັນນີ້ກໍ່ໄດ້ສືບຕໍ່ພັດທະນາປັບປຸງຈຸດອ່ອນ ຄ້າງຄາ ທີ່ບໍສອດຄ່ອງກັບມະຕິຂອງພັກການນຳພາຂອງລັດ ທັງນີ້ກໍ່ເພື່ອພັດທະນາ ມຂ ໃຫ້ໄປຕາມ 3ລັກສະນະ 5 ຫຼັກມູນ ເພື່ອກ້າວໄປສູ້ຄຸນນະພາບ ແລະ ການເຊື່ອມໂຍ່ງສາກົນເທື່ອລະກ້າວ.

ໃນໂອກາດດ່ຽວກັນ ທ່ານນາງແສງເດືອນ ຫຼ້າຈັນທະບູນ ກໍ່ໄດ້ໃຫ້ກຽດມີຄໍາເຫັນ ພ້ອມທັງຍ້ອງຍໍຊົມເຊີຍທ່ານ ອະທິການບໍດີມໍຂໍ ຜູ້ເກົ່າທີ່ເຫັນວ່າການນຳພາໃນຜ່ານມາແມ່ນໄດ້ຮັບການຂະຫຍາຍຕົວເຊິ່ງສະແດງອອກຢູ່ບ່ອນວ່າ ພັດທະນາຈາກ 3 ຄະນະວິຊາມາເປັນ 8 ຄະນະວິຊາ ແລະ ສ້າງບຸກຄະລາກອນອອກໄປຮັບໃຊ້ສັງຄົມຢ່າງຫຼວງຫຼາຍ ພ້ອມ ຜົນງານອື່ນອີກ ສຳລັບທ່ານ ຜູ້ຮັກສາການຄົນໃຫມ່ນີ້ ກໍ່ແມ່ນໃຫ້ສືບຕໍ່ພັດທະນາພາລະກິດບໍ່ວ່າຈະເປັນທາງດ້ານການພັດທະນາ, ພື້ນຖານດ້ານຫຼັກສູດ, ວິຊາການ ພັດທະນາໃນການກໍ່ສ້າງບຸກຄະລາກອນ ແລະ ປະຕິບັດໜ້າທີ່ທີ່ມອບໝາຍໃຫ້ເກີດດອກອອກຜົນ.

ແຫຼ່ງຂໍ້ມູນ: Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.