Wednesday, April 23, 2025

ທ່ານນາຍົກ ລົງຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເມືອງວັງວຽງ ແຂວງວຽງຈັນ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ພ້ອມດວ້ຍຄະນະ ໄປຢ້ຽມຢາມ ແລະ ຊຸກຍູ້ການພັດທະນາເມືອງວັງວຽງ ແຂວງວຽງຈັນ ສປປລາວ.

ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ຕິດຕາມເບິ່ງຈຸດກໍ່ສ້າງສະຖານີລົດໄຟວັງວຽງ ແຂວງວຽງຈັນ:

1. ເສັ້ນທາງລົດໄຟ ລາວ-ຈີນ ຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145 ກິໂລແມັດ, ຜ່ານ 04 ເມືອງ, 60 ບ້ານ, ມີຜູ້ໄດ້ຮັບຜົນກະທົບ 1.589 ຄອບຄົວ, 
2. ມາຮອດປະຈຸບັນ ໄດ້ໄກ່ເກ່ຍທີ່ດິນ ແລະ ສິ່ງກີດຂວາງການກໍ່ສ້າງທາງລົດໄຟສໍາເລັດ 99% ແລະ ສືບຕໍ່ດຳເນີນການຊົດເຊີຍໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ,
3. ສຳລັບສະຖານີລົດໄຟວັງວຽງ ແມ່ນຕັ້ງຢູ່ບ້ານຫ້ວຍສະເຫງົ້າ-ພູດິນແດງ, ຫ່າງຈາກເທດສະບານເມືອງວັງວຽງປະມານ 02 ກິໂລແມັດ, ຫ່າງຈາກເສັ້ນທາງເລກທີ 13 ເໜືອ 300 ແມັດ, ມີເນື້ອທີ່ທັງໝົດ 144 ກວ່າເຮັກຕາ, ສະເພາະເນື້ອທີ່ອາຄານສະຖານີ ມີ 5.000 ຕາແມັດ ແລະ ສາມາດຮອງຮັບຜູ້ໂດຍສານໄດ້ 600 ຄົນ,
4. ປະຈຸບັນ, ໄດ້ສຳເລັດການອອກແບບ ສຳເລັດການບຸກເບີກພື້ນທີ່ ແລະ ກະກຽມເພື່ອດຳເນີນການກໍ່ສ້າງ ຊຶ່ງຄາດວ່າຈະສໍາເລັດການກໍ່ສ້າງ ພາຍໃນປີ 2021,

5. ໃນໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ປະຕິບັດວຽກງານສຳເລັດຕາມແຜນການທີ່ວາງໄວ້ ແລະ ໃຫ້ມີຄຸນນະພາບ, ການກໍ່ສ້າງ ໃຫ້ເປັນໄປຕາມການອອກແບບ ທີ່ໄດ້ຮັບຮອງ, ສິ່ງສຳຄັນ ໂຄງສ້າງຕ່າງໆ ຕ້ອງໃຫ້ກົມກືນກັບທຳມະຊາດ ກໍ່ຄືແຫຼ່ງທ່ອງທ່ຽວ ຂອງເມືອງວັງວຽງ;

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສູນບໍລິການເຕັກນິກກະສິກຳ ແລະ ໄດ້ຊີ້ນຳໃຫ້ສູນດັ່ງກ່າວ ເອົາໃຈໃສ່ການປູກພຶດປອດສານພິດ, ພືດລົ້ມລຸກ ໂດຍໃຫ້ຕິດພັນກັບການສົ່ງເສີມການທ່ອງທ່ຽວ;

ພ້ອມນີ້, ໄດ້ຢ້ຽມຢາມສະຖານທີ່ທ່ອງທ່ຽວທຳມະຊາດ ຖໍ້ານາງຟ້າ ແລະ ຖໍ້ານອນ ໂດຍໄດ້ເນັ້ນໃຫ້ຜູ້ພັດທະນາ ເອົາໃຈໃສ່ການອະນຸລັກທຳມະຊາດ ແລະ ຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ.

1. ບັນດາແຫລ່ງທ່ອງທ່ຽວທີ່ກຳລັງໄດ້ຮັບຄວາມສົນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນຖໍ້ານອນ ແລະ ຖໍ້ານາງຟ້າ, ເຊີ່ງພາຍໃນແຫລ່ງທ່ອງທ່ຽວມີຫລາຍກິດຈະກຳໃຫ້ນັກທ່ອງທ່ຽວຫຼິ້ນ ບໍ່ວ່າຈະເປັນການຂີ່ກົງເບັງລອດເຂົ້າຊົມຖໍ້ານອນ ຂີ່ສະລິງ ລ່ອງເຮຶອຍັກ ເຂົ້າຊົມຄວາມງົດງາມຂອງຖໍ້ານາງຟ້າ ແລະ ອື່ນໆ,
2. ຍັງໄດ້ລົງຢ້ຽມຢາມ ກິດຈະການຂອງນັກທຸລະກິດລາວ ທີ່ຖ້ຳນາງອົ້ວຄຽມ​ (ວັງວຽງອີນເຕິປາກ) ຢູ່ເບື້ອງຕາເວັນຕົກ ຂອງສາຍນໍ້າຊອງ ເມືອງວັງວຽງ ແຂວງວຽງຈັນເຊັ່ນດຽວກັນ.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.