ສຸດຍອດ! ນັກຮຽນ ມສ ວຽງຈັນ ໄດ້ຮັບໃບປະກາດດີເລີດ 5 ຄົນ

ພາບປະກອບ

ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ສົມ­ບູນ​ວຽງ​ຈັນ (ມສ ວຽງ​ຈັນ) ຈັດ​ພິ­ທີ​ສະ­ຫຼຸບ​ການ​ສອບ­ເສັງ​ຈົບ​ຊັ້ນ ມ4 ແລະ ມ7 ສົກ­ຮຽນ 2018-2019 ຂຶ້ນຢູ່​ໂຮງ­ຮຽນ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ວຽງ​ສຸວັນ ພະ​ໄຊ​ສົມ­ບັດ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ ມສ ວຽງ​ຈັນ ມີ​ຄະ­ນະ​ອຳ­ນວຍ​ການ ຄູ-ອາ­ຈານ ຜູ້​ປົກ­ຄອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ພາບປະກອບ

ການ​ສອບ­ເສັງ​ຊັ້ນ ມ4 ຈັດ​ຂຶ້ນ​ວັນ​ທີ 18-20 ມິ­ຖຸ­ນາ 2019 ປະ­ກອບ​ມີ ວິ­ຊາ​ພາ­ສາ​ລາວ-ວັນ­ນະ­ຄະ­ດີ ຄະ­ນິດ­ສາດ ວິ­ທະ­ຍາ­ສາດ​ທຳ​ມະ​ຊາດ ວິ­ທະ­ຍາ­ສາດ​ສັງ­ຄົມ ສຶກ​ສາ​ພົນ ລະ​ເມືອງ ແລະ ພາ­ສາ​ອັງ­ກິດ ນັກ­ຮຽນ​ມີ­ໜ້າ​ສອບ­ເສັງ 334 ຄົນ ຍິງ 199 ຄົນ ເສັງ​ໄດ້ 100% ໃນ​ນີ້ ໄດ້​ຮອບ ດ້ານ​ແຕ່​ລະ­ວິ​ຊາ​ໄດ້ 7 ຄະ­ແນນ​ຂຶ້ນ​ໄປ ມີ 106 ຄົນ ຍິງ 79 ຄົນ ໄດ້​ໃບ​ປະ­ກາ­ສະ­ນີ­ຍະ­ບັດ​ດີ­ເລີດ ເຊິ່ງ​ຄະ­ແນນ​ສອບ­ເສັງ​ທຸກ​ວິ­ຊາ​ໄດ້ 9 ຄະ­ແນນ​ຂຶ້ນ​ໄປ 2 ຄົນ ສຳ­ລັບ​ຊັ້ນ ມ7 ສອບ­ເສັງ​ວັນ​ທີ 25-26 ມິ­ຖຸ­ນາ 2019 ປະ­ກອບ​ມີ ວິ­ຊາ​ພາ­ສາ​ລາວ-ວັນ­ນະ­ຄະ­ດີ ຄະ­ນິດ­ສາດ ເຄ​ມີ​ສາດ ແລະ ປະ­ຫວັດ­ສາດ ນັກ­ຮຽນ​ມີ­ໜ້າ​ສອບ­ເສັງ 603 ຄົນ ຍິງ 372 ຄົນ  ເສັງ​ໄດ້ 100% ໃນ​ນີ້ ເສັງ​ໄດ້​ຮອບ­ດ້ານ 409 ຄົນ ຍິງ 267 ຄົນ ໄດ້​ໃບ​ປະ­ກາ­ສະ­ນີ­ຍະ­ບັດ​ດີ­ເລີດ ແຕ່​ລະ­ວິ​ຊາ​ໄດ້ 9 ຄະ­ແນນ​ຂຶ້ນ​ໄປ 3 ຄົນ ຍິງ 2 ຄົນ ລວມ​ຊັ້ນ ມ4 ແລະ ມ7 ທີ່​ໄດ້​ໃບ​ປະ​ກາ​ສະ​ນີ ຍະ​ບັດ​ດີ­ເລີດ 5 ຄົນ ຍິງ 4 ຄົນ.

ພິ­ເສດ​ສົກ­ຮຽນ​ນີ້ ນັກ­ຮຽນ​ຫ້ອງ​ສອງ​ພາ­ສາ​ຊັ້ນ ມ7 ໄດ້​ຮັບ​ທຶນ​ໄປ​ສຶກ​ສາ​ຕໍ່​ຢູ່​ປະ­ເທດ​ຝຣັ່ງ 2 ທຶນ ຄື:

ນາງ ວົງ​ພະ­ຈັນ ຄຳ​ພິ​ພອນ ແລະ ນາງ ລັດ­ຕະ­ນາ ພອນ​ແກ້ວ ນອກ​ນີ້ ນາງ ປາ­ນີ​ພອນ ວົງ​ມາ­ລາ ກໍ​ໄດ້​ທຶນ​ໄປ​ທັດ​ສະ ນະ​ສຶກ​ສາ​ຢູ່​ປະ­ເທດ​ຝຣັ່ງ ເປັນ​ເວ­ລາ 1 ເດືອນ​ຕື່ມ​ອີກ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...