ຊົມເຊີຍ! ເອື້ອຍນ້ອງແມ່ຍິງ 3 ບ້ານຂອງ ເມືອງອຸທຸມພອນ ໄດ້ຮັບນາມມະຍົດ

ເອື້ອຍນ້ອງແມ່ຍິງ 03 ບ້ານຂອງເມືອງອຸທຸມພອນໄດ້ຮັບນາມມະຍົດ ເປັນຄອບຄົວ ແລະ ບ້ານແມ່ຍິງ 03 ດີ ທີ່ຕິດພັນກັບການສ້າງບ້ານພັດທະນາຕາມທິດ 03 ສ້າງຄື:

ບ້ານໜອງບົວທອງ,ໂພນເດື່ອ ແລະ ບ້ານໂນນປ່າໄລ່.

ທ່ານ ນາງ ບຸນທະວີ ສີຊານົນ ປະທານສະຫະພັນແມ່ຍິງເມືອງກ່າວລາຍງານວ່າ:

ຜ່ານການປະເມີນຜົນການສ້າງຄອບຄົວແມ່ຍິງ 03 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດສາມສ້າງຂອງທັງສາມບ້ານຄື:

ບ້ານໜອງບົວທອງ, ຄອບຄົວແມ່ຍິງ 03 ດີ ປະກອບມີ 201 ຄອບຄົວ ຂອງຈຳນວນຄອບຄົວທັງໝົດພາຍໃນບ້ານ 206 ຄອບຄົວ, ໂພນເດື່ອ ຄອບຄົວແມ່ຍິງ 03 ດີ ມີ 420 ຄົບຄົວ, ຂອງຈຳນວນຄອບຄົວທັງໝົດ 437 ຄອບຄົວ ແລະ ບ້ານໂນນປ່າໄລ່ ມີຄອບຄົວແມ່ຍິງ 03 ດີ 188 ຄອບຄົວ, ຂອງຈຳນວນຄອບຄົວທັງໝົດ 229 ຄອບຄົວ, ເຊິ່ງການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາ ຕາມທິດສາມສ້າງ ມີຄວາມຈຳເປັນ ແລະ ສຳຄັນຫຼາຍໃນແຕ່ລະຂົງເຂດ ເພາະມັນເປັນພື້ນຖານຕົ້ນຕໍໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ.

ເພື່ອເຮັດໃຫ້ວຽກງານນີ້ ບັນລຸຕາມເປົ້າໝາຍໂດຍໄວ ຈິ່ງຈຳເປັນຫັນເອົາວຽກງານພັດທະນາແມ່ຍິງໄປສູ່ຮາກ ຖານຊຸມຊົນໃຫ້ທົ່ວເຖິງດ້ວຍການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ, ຕິດພັນກັບການສ້າງບ້ານພັດທະນາ ຕາມທິດສາມສ້າງ,ຕິດພັນກັບການແກ້ໄຂຄວາມທຸກຍາກ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ຖືເອົາການສ້າງບ້ານແມ່ຍິງ 3 ດີ ຕິດພັນກັບການພັດທະນາແມ່ຍິງໃຫ້ດີຂື້ນ,ເຊິ່ງໄດ້ຈັດຕັ້ງປະຕິບັດໄປຕາມ 5 ບາດກ້າວ ແລະ ເພື່ອເປັນການຢັ້ງຢືນເຖິງຜົນງານທີ່ເອື້ອຍນ້ອງແມ່ຍິງແຕ່ລະບ້ານຍາດມາໄດ້,ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແຕ່ລະຄົນ,ໂດຍແມ່ນທ່ານ ນາງ ບຸນທະວີ ສີຊານົນ ປະທານສະຫະພັນແມ່ຍິງເມືອງອຸທຸມພອນ ມອບໃຫ້ຢ່າງສົມກຽດ.

ເຊິ່ງພິທີແມ່ນໄດ້ຈັດຂື້ນທີ່ສະໂມສອນຂອງເມືອງ,ໂດຍການເປັນປະທານຂອງທ່ານ ນາງ ສີສະຫວັດ ໂຄດທະວົງສາ ປະທານສະຫະພັນແມ່ຍິງແຂວງ, ທ່ານ ສົມສັກ ສີຊານົນ ເຈົ້າເມືອງອຸທຸມພອນ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,