7 ໜ້າທີ່ວຽກງານສຳຄັນຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ຂອງ ສປປ.ລາວ

ໃນການໂອ້ລົມຕໍ່ກອງປະຊຸມທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດານັກຮົບສື່ມວນຊົນ ແລະການພິມຈຳໜ່າຍທຸກພາກສວ່ນທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຮັດສຳເລັດພາລະກິດທີ່ມີກຽດສະຫງ່າຂອງຕົນ. ທ່ານກ່າວວ່າ:

ສື່ມວນຊົນ ແລະການພິມຈຳໜ່າຍຍັງເປັນປະໂຫຍດສູງສຸດໃຫ້ແກ່ປະເທດຊາດຂອງພວກເຮົາ.ເພື່ອປະຕິບັດໜ້າທີການເມືອງທີ່ຖືກມອບໝາຍ, ເສີມຂະຫຍາຍຜົນງານແລະຈໍາກັດຈຸດອ່ອນຂໍ້ຄົງຄ້າງນັ້ນ,ທ່ານລັດຖະມົນຕີໄດ້ຊີ້ນຳໃຫ້ ສື່ມວນຊົນແລະ ການພິມຈໍາໜ່າຍຕ້ອງໄດ້ເອົາໃຈໃສ່ 7 ວຽກງານທີ່ສຳຄັນໃນຕໍ່ໜ້າດັ່ງນີ້:

ໜຶ່ງ, ສືບຕໍ່ເອົາໃຈໃສ່ວຽກງານແນວຄິດການເມືອງໃຫ້ດີມີຄວາມຮັບຜິດຊອບການເມືອງສູງຕໍ່ໜ້າທີ່ວຽກງານ.

ເຮັດໃຫ້ສື່ມວນຊົນແລະສິ່ງພິມຂອງພວກເຮົາເປັນກະບອກສຽງແລະເວທີໂຄສະນາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ, ເປັນເວທີສະແດງຄວາມຄິດຄວາມເຫັນແລະຄວາມມຸ່ງມາດປາຖະໜາອັນຊອບທໍາຂອງປະຊາຊົນລາວບັນດາເຜົ່າ, ຢຶດໝັ້ນແລະປະຕິບັດກົດ ໝາຍວ່າດ້ວຍສື່ມວນຊົນແລະກົດໝາຍພິມຈໍາໜ່າຍຢ່າງຖືກຕ້ອງ, ຄົບຖ້ວນແລະເຂັ້ມງວດ.

ສອງ, ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດ 2030, ຍຸດທະສາດຮອດປີ 2025 ແລະແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳແລະທ່ອງທ່ຽວຂອງ ສປປລາວ2016-2020ໃຫ້ປະກົດຜົນເປັນຈິງ.

ສາມ, ສືບຕໍ່ໂຄສະນາເຜີຍແຜ່ ຜ່ານສື່ມວນຊົນແລະການພິມຈໍາໜ່າຍກ່ຽວກັບຂະບວນການຕ່າງໆ ຮັບໃຊ້ ໃຫ້ແກ່ການກະກຽມກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ປີທ່ອງທ່ຽວລາວ-ຈີນ 2019, ການກະກຽມງານກິລາແຫ່ງຊາດທີ່ແຂວງຊຽງຂວາງ, ການສະເຫຼີມສະຫຼອງທົ່ງໄຫຫີນແຂວງຊຽງຂວາງເຂົ້າເປັນມໍລະດົກໂລກ, ໂຄສະ ນາເຫດການສໍາຄັນຂອງພັກ, ຂອງຊາດແລະສາກົນໃຫ້ດີ.

ສີ່, ສືບຕໍ່ປັບປຸງກົດໝາຍແລະສ້າງນິຕິກໍາລຸ່ມກົດໝາຍໃຫ້ພຽງພໍ, ສອດຄ່ອງແລະຮັດກຸມ.

ຫ້າ, ສືບຕໍ່ປັບປຸງວຽກງານຄຸ້ມຄອງສື່ມວນຊົນແລະການພິມຈໍາໜ່າຍໃຫ້ເຂັ້ມແຂງ, ສ້າງເງື່ອນໄຂໃຫ້ສື່ມວນຊົນແລະການພິມຈໍາໜ່າຍສາມາດພັດທະນາຕາມທິດຄຸນນະພາບ, ທັນສະໄໝ, ປອດໄພແລະຍືນຍົງ.

ຫົກ,ໃນສະພາບທີ່ການສ້າງລາຍຮັບວິຊາການຈາກສື່ມວນຊົນນັບມືນັບຫຼຸດລົງນີ້,ຈະຕ້ອງໄດ້ຮີບຮ້ອນເອົາໃຈໃສ່ຄົ້ນຄ້ວາ, ວິໄຈແລະຊອກຫາວິທີການໃໝ່ໃນການຊອກຫາແຫຼ່ງລາຍຮັບວິຊາການຈາກສື່ມວນຊົນແລະການພິມຈໍາໜ່າຍ, ລວມທັງການໃຊ້ຈ່າຍເຂົ້າໃນວຽກງານໃຫ້ມີຄວາມຄ່ອງຕົວທີຖືກຕ້ອງສອດຄອງກັບລະບຽບກົດໝາຍໃຫ້ໄດ້ໂດຍໄວຫລືຫັນໄປສູ່ການກຸ້ມຕົນເອງ.

ເຈັດ,ເອົາໃຈໃສ່ກໍ່ສ້າງພະນັກງານໜຸ່ມນ້ອຍສືບທອດປ່ຽນແທນ ທີຮັບປະກັນທາງດ້ານທັດສະນະຫຼັກໝັ້ນ, ຄຸນທາດການເມືອງແລະວິຊາສະເພາະທີ່ເຂັ້ມແຂງເພື່ອເຮັດສຳເລັດໜ້າທີ່ສໍາຄັນທີພັກລັດໄດ້ມອບໝາຍໃຫ້.

ໃນງານໂຮມຊຸມນຸມຍັງມີການຈັດງານວາງສະແດງຮູບພາບຜົນງານການເຄື່ອນໄຫວຂອງສື່ມວນຊົນ ແລະ ການພິມຈໍາໜ່າຍລາວຕື່ມອີກທີ່ສະຖານທີ່ດັ່ງກ່າວເພື່ອເປັນການຫວນຄືນມູນເຊື້ອຂອງວັນສື່ມວນຊົນ ແລະ ການນພິມຈໍາໜ່າຍແລ້ວ, ກໍຍັງເປັນການເຕົ້າໂຮມຄວາມສາມັກຄີພາຍໃນສື່ມວນຊົນ ແລະ ການພິມຈໍາໜ່າຍໃຫ້ແໜ້ນແຟ້ນ, ພ້ອມທັງສ້າງຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງຕໍ່ບົດບາດ, ໜ້າທີ່, ມູນເຊື້ອ ແລະ ຜົນງານຂອງວຽກ ງານດັ່ງກ່າວ.

ນອກນັ້ນຍັງເປັນການປຸກລະດົມໃຫ້ທົ່ວສັງຄົມໄດ້ມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງໃຫ້ອົງການສື່ມວນຊົນ ແລະ ການພິມຈໍາໜ່າຍລາວໃຫ້ສູງຂຶ້ນເລື້ອຍໆ.

ແຫຼ່ງຂໍ້ມູນ:  ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,