Sunday, February 16, 2025

​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດສ້າງຄວາມເຂັ້ມແຂງໃຫ້ພະນັກງານນຳທ່ຽວ

ພິ­ທີ​ປິດ​ຊຸດ​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດ ຄັ້ງ​ທີ 26 ຈັດ​ຂຶ້ນ​ທີ່​ສະ​ຖາ​ບັນ​ວິ­ທະ­ຍາ­ສາດ​ສັງ­ຄົມ​ແຫ່ງ​ຊາດ ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ອຸ່ນ​ທວງ ຂາວ​ພັນ ຮອງ​ລັດ​ຖະ​ມົນຕີ​ກະ­ຊວງ​ຖະ­ແຫຼງ​ຂ່າ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ມີ​ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ຂະ­ແໜງ­ການ​ກ່ຽວ­ຂ້ອງ.

ທ່ານ​ນາງ ດາ​ລະ​ນີ ພົມ​ມະ​ວົງ­ສາ ຮອງ​ຫົວ­ໜ້າ​ສະ​ຖາ​ບັນ​ສື່​ມວນ​ຊົນ ໄດ້​ຜ່ານ​ບົດ​ສະ­ຫຼຸບ​ການ​ຈັດ​ເຝິກ­ອົບ­ຮົມ​ຄັ້ງ​ນີ້​ວ່າ  ຫຼັກ­ສູດ​ການ​ເຝິກ­ອົບ­ຮົມ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດ​ໄດ້​ສ້າງ​ຂຶ້ນ ແລະ ເລີ່ມ​ຈັດ​ຕັ້ງ​ປະ­ຕິ­ບັດ​ມາ​ແຕ່​ປີ 1990 ມາ​ຮອດ​ປີ 2013 ເຝິກ­ອົບ­ຮົມ​ໄດ້ 25 ຄັ້ງ ສ້າງ​ບຸ​ຄະ­ລາ​ກອນ​ໄດ້ 1.300 ຄົນ ມາ​ຮອດ​ປີ 2013 ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ທົດ​ລອງ​ນະ­ໂຍ­ບາຍ 3 ສ້າງ.

ຫຼັກ­ສູດ​ດັ່ງ­ກ່າວ​ໄດ້​ມອບ​ໃຫ້​ບັນ­ດາ​ແຂວງ​ນຳ­ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ ປີ 2014-2018 ໄດ້​ມີ​ການ​ປັບ­ປຸງ​ຫຼັກ­ສູດ​ດັ່ງ­ກ່າວ​ເພື່ອ​ຍົກ​ລະ­ດັບ​ພະ­ນັກ­ງານ​ນຳ​ທ່ຽວ​ທີ່​ຈະ​ຕໍ່​ບັດ​ໃໝ່ ສ້າງ​ເນື້ອ​ໃນ​ຫຼັກ­ສູດ​ໃຫ້​ໄດ້​ມາດ­ຕະ­ຖານ​ສູງ​ຂຶ້ນ ໂດຍ​ສອດ­ຄ່ອງ​ກັບ​ມາດ­ຕະ­ຖານ​ອາ​ຊຽນ ທັງ​ນີ້ ກໍ​ເພື່ອ​ບັນ­ລຸ​ວິ­ໄສ​ທັດ​ການ​ສ້າງ​ພະ­ນັກ­ງານ​ນຳ​ທ່ຽວ​ລະ­ດັບ​ຊາດ ໃຫ້​ມີ​ຄວາມ​ຮູ້ ຄວາມ​ສາ­ມາດ​ດ້ານ​ການ​ນຳ​ທ່ຽວ ມີ​ຄວາມ​ຮັກ​ມັກ ແລະ ອະ­ນຸ​ຮັກ​ວັດ­ທະ­ນະ­ທຳ ຮີດ­ຄອງ​ປະ­ເພ­ນີ ຄຸນ​ນະ​ທຳ ຈາ​ລິ​ຍະ​ທຳ ແລະ ຈັນ​ຍາ​ບັນ.

ຊຸດ​ເຝິກ­ອົບ­ຮົມ​ຄັ້ງ​ນີ້ ມີ​ຜູ້​ເຂົ້າ​ຮ່ວມ 66 ທ່ານ ຍິງ 35 ທ່ານ ທີ່​ມາ​ຈາກ​ບັນ­ດາ​ແຂວງ ທົ່ວ​ປະ­ເທດ ເຊິ່ງ​ໄດ້​ເນັ້ນ​ໃສ່ 3 ພາກ ຄື: ພາກ​ຄວາມ​ຮູ້​ທົ່ວ​ໄປ ມີ 6 ວິ­ຊາ ຄວາມ​ຮູ້​ພື້ນ­ຖານ ມີ 5 ວິ­ຊາ ແລະ ພາກ​ວິ­ຊາ​ຄວາມ​ຮູ້​ສະ­ເພາະ​ອາ­ຊີບ ມີ 13 ວິ­ຊາ ມີ​ທັງ​ພາກ​ທິດ​ສະ​ດີ ແລະ ປະ­ຕິ­ບັດ​ຕົວ​ຈິງ ຜ່ານ​ການ​ເຝິກ­ອົບ­ຮົມ​ບັນ­ດາ​ສຳ​ມະ​ນາ​ກອນ ສາ­ມາດ​ຍາດ​ໄດ້​ຄະ­ແນນ​ປະ­ເພດ​ດີ​ຫຼາຍ ຈຳ­ນວນ 30 ຄົນ ຄະ­ແນນ​ດີ 35 ຄົນ ໃນ​ຕອນ​ທ້າຍ​ຂອງ​ພິ­ທີ ໄດ້​ມອບ​ໃບ­ຢັ້ງ­ຢືນ​ໃຫ້​ສຳ​ມະ​ນາ​ກອນ ພ້ອມ​ທັງ​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ຂັ້ນ​ເທິງ ຊຸດ​ເຝິກ­ອົບ­ຮົມ​ດັ່ງ­ກ່າວ​ເລີ່ມ​ມາ​ແຕ່​ວັນ​ທີ 27 ພຶດ­ສະ­ພາ ຫາ​ວັນ​ທີ 9 ສິງ­ຫາ 2019.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

VietJet ໄດ້ຮັບກຽດເປັນ “ສາຍການບິນທີ່ມີລາຄາຕໍ່າສຸດໃນໂລກ” ອີກຄັ້ງໜຶ່ງໃນປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 13 ກຸມພາ 2025) – VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນໝວດໝູ່ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.

ປະຢັດຄ່າປີ້ໂດຍສານໄປທ່ຽວປະເທດຫວຽດນາມ ດ້ວຍສ່ວນຫຼຸດ 50% ຂອງ Vietjet.

(ນະຄອນຫຼວງວຽງຈັນ, ວັນທີ 10 ກຸມພາ 2025) – ເລີ່ມຕົ້ນການເດີນທາງທີ່ໜ້າຕື່ນຕາຕື່ນໃຈຂອງລະດູໃບໄມ້ປົ່ງສຳລັບສາຍການບິນ Vietjet ທີ່ເປີດຕົວໂປຣໂມຊັນໃນອາທິດທອງ ເຊິ່ງມີສ່ວນຫຼຸດເຖິງ 50% ທຸກເສັ້ນທາງໃນລະຫວ່າງວັນທີ 10 – 16 ກຸມພາ 2025 ສຳລັບນັກທ່ອງທ່ຽວຈາກລາວທີ່ກຳລັງວາງແຜນຈະມາທ່ຽວຫວຽດນາມ ເພື່ອສຳຜັດທຳມະຊາດທີ່ງົດງາມ, ປະຫວັດສາດອັນຍາວນານ ຫຼື ເມືອງທີ່ມີຄວາມໜ້າຕື່ນຕາຕື່ນໃຈ ເຊິ່ງເໝາະກັບຊ່ວງເວລານີ້ທີ່ຈະວາງແຜນໄປທ່ອງທ່ຽວ.

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.