ເມືອງອາດສະພອນ ເສຍຊີວິດ 7 ຄົນຈາກພະຍາດໄຂ້ຍຸງລາຍ

ເຈົ້າເມືອງລົງນຳພາປະຊາຊົນ ທຳລາຍແຫຼ່ງເພາະພັນຂອງຍຸງ ເພື່ອຕ້ານ ແລະສະກັດກັ້ນການລະບາດຂອງພະຍາດ
ທ່ານ ປອ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງອາດສະພອນ ພ້ອມດ້ວຍຄະນະ, ມີທ່ານ ພັທ ຟ້າຮ່ວນ ພິລາວັນ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ, ທ່ານ ດຣ ທອງບາ ແກ້ວບຸນຈັນ ຮອງຫົວໜ້າຫ້ອງການ ສາທາລະນະສຸກເມືອງ, ໄດ້ລົງໂຄສະນາ ແລະຊຸກຢູ້ພໍ່ແມ່ປະຊາຊົນບ້ານໂພນງາມ ເມືອງອາດສະພອນ ແຂວງສະຫວັນນະເຂດ.

ທຳລາຍແຫຼ່ງເພາະພັນຂອງຍຸງລາຍ, ໂດຍເມືອງອາດສະພອນຂອງພວກເຮົາແມ່ນເປັນເມືອງໜຶ່ງທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍຫຼາຍເປັນອັ່ນດັບໜຶ່ງຂອງແຂວງສະຫວັນນະເຂດ, ເລີ່ມແຕ່ຕົ້ນປີມາຮອດປະຈຸບັນມີຜູ້ຕິດເຊື້ອໄຂ້ຍຸງລາຍທັງໝົດ 573 ກໍລະນີ, ເສຍຊີວິດແລ້ວ 7 ກໍລະນີ.

ເຊິ່ງບ້ານທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍຫຼາຍກວ່າໝູ່ແມ່ນ:

ບ້ານ ໂພໄຊ, ບ້ານໂພນງາມ, ບ້ານກຸດຊຸງ, ບ້ານສອງຫ້ອງ, ບ້ານນາໝາກເກືອ, ບ້ານຊຽງອ້ວນ, ບ້ານໄຊໂພນສິມ, ບ້ານກະທິງໃຫຍ່, ບ້ານຜັກຂະຫຍ່າ, ບ້ານດົງໄຫວດິນ, ບ້ານຈອມຮາດ, ບ້ານກຸດຫີນ, ບ້ານນາມົນ, ບ້ານນາເຂົ້າໝີ້ນ, ບ້ານຕົ້ນໂພສີ, ບ້ານດອກກອງ ແລະບ້ານທາດດອກແກ້ວ;

ດັ່ງນັ້ນເຈົ້າເມືອງອາດສະພອນຈຶ່ງໄດ້ໃຫ້ທຸກພາກສ່ວນ, ທຸກຂະແໜງການພາຍໃນເມືອງ ຊ່ວຍກັນຕ້ານ ແລະສະກັດກັ້ນການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍໃຫ້ລົງປຸກລະດົມ ໂຄສະນາ ແລະຊຸກຢູ້ໃຫ້ພໍ່ແມ່ປະຊາຊົນ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ ໂດຍສົມທົບກັບອຳນາດການປົກຄອງບ້ານ, ມີການເຕົ້າໂຮມປະຊາຊົນ ເພື່ອໂຄສະນາໃຫ້ເຂົາເຈົ້າ ປະຕິບັດຫຼັກການ 5 ປ ຄື:

1. ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່,

2. ປ່ຽນນ້ຳໃນພາຊະນະ ເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ ຖ້ານຮອງຈອກນ້ຳ,

3. ປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳ,

4. ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ, ກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ,

5. ປະຕິບັດໃຫ້ເປັນນິໃສປະຈຳທຸກໆອາທິດ ເພື່ອໃຫ້ບັນລຸ 3 ບ ຄື:

ບໍໃຫ້ມີໜອນນ້ຳ, ບໍ່ໃຫ້ມີຍຸງລາຍ ແລະບໍ່ໃຫ້ມີໄຂ້ເລືອດອອກ. ຖ້າເປັນໄຂ້ບໍ່ໃຫ້ຊື້ຢາມາກິນເອງຄວນໄປພົບແພດໝໍດ່ວນ ພຽງເທົ່ານີ້ ທ່ານກໍ່ຈະສາມາດປອດໄພຈາກການເປັນພະຍາດໄຂ້ເລືອດອອກໄດ້ຢ່າງແນ່ນອນ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,