ອົງການແພລນ ສາກົນຊ່ວຍເຫຼືອ ສ້າງອາຄານປະສູດແມ່ແລະເດັກ ໂຮງໝໍນ້ອຍເຂດພູແຊ

ໂຄງການກໍ່ສ້າງ ອາຄານປະສູດ ແມ່-ເດັກໂຮງຫມໍນ້ອຍເຂດພູແຊ ເມືອງຮຸນ ແຂວງອຸດົມໄຊ ເຊິ່ງໄດ້ຮັບກາສະຫນັບສະຫນູນໂດຍ ອົງການແພລນສາກົນປະຈຳລາວ ໄດ້ເລີ່ມກໍ່ສ້າງມາແຕ່ເດືອນມັງກອນ ມາຮອດເດືອນກໍລະ ກົດຜ່ານມາ ການກໍ່ສ້າງແມ່ນສຳເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ ເກືອບ 300 ລ້ານກີບ ໂດຍແມ່ນບໍລິສັດສົມປະສົງກໍ່ສ້າງເຄຫາສະຖານແລະຊົນລະປະທານແຂວງອຸດົມໄຊເປັນຜູ້ຮັບເໝົາກໍ່ສ້າງ.

ລັກສະນະຂອງອາຄານດັ່ງກ່າວ ເປັນອາຄານຊັ້ນດຽວ ມີລວງຍາວທັງໝົດ 11,6 ແມັດ ແລະ ກວ້າງ 8 ແມັດ ປະກອບມີ 4 ຫ້ອງບໍລິການຄື: ຫ້ອງກ່ອນເກີດ, ຫ້ອງເກີດ,ຫ້ອງຫລັງເກີດ ແລະ ຫ້ອງ ກວດທ້ອງແມ່ມານ, ມີຫ້ອງນ້ຳ ພ້ອມທັງ ໄດ້ຕິດຕັ້ງລະບົບໄຟຟ້າຄົບຊຸດ ແລະ ເຄື່ອງເຟີນີເຈີຕ່າງໆ.

ເພື່ອເຮັດໃຫ້ໂຄງການດັ່ງກ່າວໄດ້ເປີດນຳໃຊ້ ບໍລິການພໍ່ແມ່ປະຊາຊົນ ມາໃນວັນທີ 14 ສິງຫານີ້ ກໍໄດ້ມີພິທີມອບ-ຮັບຂື້ນຢ່າງເປັນທາງການ. 

ພິທີ ໄດ້ລົງນາມເຊັນບົດບັນທຶກມອບ-ຮັບອາຄານຫລັງດັ່ງກ່າວໂດຍຜູ້ຕາງຫນ້າຈາກອົງການແພລນສາກົນປະຈຳ ສປປລາວ ມອບໃຫ້ແກ່ ພະແນກສາທາລະນະສຸກແຂວງອຸດົມໄຊ ຈາກນັ້ນກໍໄດ້ມອບຕໍ່ໃຫ້ຫ້ອງການສາທາລະ ນະສຸກເມືອງຮຸນ ແລ້ວມອບຕໍ່ໃຫ້ແກ່ອົງການປົກຄອງບ້ານ, ປະຊາຊົນ ກໍຄືໂຮງໝໍນ້ອຍເຂດດັ່ງກ່າວເປັນຜູ້ປົກປັກຮັກສາ,ຄຸ້ມຄອງ ນຳໃຊ້ເພື່ອອຳນວຍຄວາມສະດວກເຂົ້າໃນການບໍລິການວຽກງານແມ່-ເດັກ ໂດຍສະເພາະແມ່ນ ແນໃສ່ຫລີກລ່ຽງອັດຕາການຕາຍຂອງແມ່ແລະເດັກລຸດລົງເທື່ອລະກ້າວ ແລະ ຕອບສະຫນອງການບໍລິການສຸຂະພາບຕາມຄວາມຕ້ອງການຂອງພໍ່ແມ່ປະຊາຊົນໃຫ້ນັບມຶ້ດີຂຶ້ນ.

ໂດຍມີການນຳພັກລັດ ແລະພາກສ່ວນທີ່ກ່ຽວຂ້ອງແຕ່ລະຂັ້ນ ພ້ອມດ້ວຍຄະນະພັກເຂດ,ອົງການປົກບ້ານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.

ອກາດດັ່ງກ່າວ ທ່ານ ສົມພອນ ຊາວມົງວື ຮອງຫົວຫນ້າພະແນກສາທາລະນະສຸກແຂວງ ແລະ ທ່ານ ຄຳຟອງ ພັດທາມະວົງ ຮອງເລຂາພັກເມືອງ ຮຸນ ໄດ້ເນັ້ນໃຫ້ຄະນະພັກເຂດ ,ອົງການປົກຄອງແຕ່ລະບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນຈົ່ງພ້ອມກັນເອົາໃຈໃສ່ປົກປັກຮັກສາ ແລະນຳໃຊ້ອາຄານໃຫ້ມີປະສິດທິພາບ ແລະ ຍາວນານ ເພື່ອສ້າງໃຫ້ສະຖານທີ່ດັ່ງກ່າວ ກາຍເປັນບ່ອນບໍລິການໃຫ້ແກ່ພໍ່ແມ່ປະຊາຊົນມີສຸຂະພາບແຂງແຮງ.

ແຫຼ່ງຂໍ້ມູນ: ຂ່າວ ໄມພອນ Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...