ທີ່ສຳນັກງານ ນາຍົກລັດຖະມົນຕີ ໄດ້ຈັດກອງ ປະຊຸມດ່ວນເພື່ອປຶກສາຫາລື ການແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນ ດາແຂວງພາກໃຕ້ ແລະ ພາກ ກາງ, ໂດຍການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ; ມີທ່ານ ຮອງນາຍົກລັດຖະມົນຕີ, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວ ຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການ ລາຍງານກ່ຽວກັບສະພາບນໍ້າ ຖ້ວມ ເນື່ອງຈາກຝົນຕົກໜັກທີ່ ໄດ້ຮັບອິດທິພົນຂອງລົມພາຍຸ ໝູນເຂດຮ້ອນໂພດູ ແລະ ລົມພາຍຸດີເປຣຊັນ ທີ່ພັດຜ່ານເຂົ້າມາ ສປປ ລາວ ໃນຊ່ວງທ້າຍ ເດືອນສິງຫາ ຫາ ຕົ້ນເດືອນ ກັນ ຍາ 2019.
ສະພາບຜົນກະທົບ ແລະ ການຊ່ວຍເຫຼືອສຸກເສີນຢູ່ 6 ແຂວງ ທີ່ໄດ້ຮັບຜົນກະທົບ ຄື: ແຂວງຄຳມ່ວນ, ແຂວງສະ ຫວັນນະເຂດ, ແຂວງອັດຕະປື, ແຂວງສາລະວັນ, ແຂວງຈຳປາ ສັກ ແລະ ແຂວງເຊກອງ, ປັດຈຸ ບັນໄດ້ສົ່ງຜົນກະທົບໂດຍກົງຕໍ່ປະ ຊາຊົນ ໃນ 37 ເມືອງ, 788 ບ້ານ, 54.207 ຄອບຄົວ, ເສຍຊີວິດ 2 ຄົນ, ສູນຫາຍ 2 ຄົນ, ປະຊາຊົນ ຍົກຍ້າຍ 3.400 ກວ່າຄອບຄົວ, ສ້າງຄວາມເສຍຫາຍຕໍ່ຊັບສິນ ແລະ ເນື້ອທີ່ທຳມາຫາກິນຂອງ ປະຊາຊົນ, ອາຄານສະຖານທີ່, ໂຮງຮຽນ, ສຸກສາລາ, ຊົນລະປະ ທານ, ຖະໜົນຫົນທາງ ແລະ ອື່ນໆເປັນຈຳນວນຫຼວງຫຼາຍ. ສຳລັບຄວາມຕ້ອງການຮີບດ່ວນ ລວມມີເຄື່ອງອຸປະໂພກ-ບໍລິໂພກ ເປັນຕົ້ນອາຫານ, ນໍ້າດື່ມ, ເຄື່ອງ ໃຊ້ຄົວເຮືອນ, ເຄື່ອງນອນ, ເຄື່ອງ ກອງນໍ້າ, ເຮືອ ແລະ ງົບປະມານ ຮັບໃຊ້ ແລະ ອື່ນໆ.
ກອງປະຊຸມໄດ້ລົງເລິກປຶກ ສາຫາລືມາດຕະການແກ້ໄຂສຸກ ເສີນ ໂດຍສະເພາະການຊ່ວຍເຫຼືອ ປະຊາຊົນທີ່ຍັງຕິດຄ້າງຢູ່ບ່ອນ ນໍ້າຖ້ວມ ແລະ ຄວາມຮັບຜິດຊອບ ຂອງແຕ່ລະຂະແໜງການກ່ຽວ ຂ້ອງ. ຫຼັງຈາກນັ້ນ ທ່ານນາຍົກ ລັດຖະມົນຕີໄດ້ຊີ້ນຳໃຫ້ຈັດສົ່ງ ເຮືອ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ງົບປະມານຈຳນວນໜຶ່ງໃຫ້ ແກ່ບັນດາແຂວງທີ່ໄດ້ຮັບຜົນກະ ທົບຢ່າງຮີບດ່ວນ.

ພ້ອມທັງໄດ້ ຊີ້ນຳໃຫ້ບັນດາກະຊວງຮີບຮ້ອນ ຈັດຕັ້ງປະຕິບັດດັ່ງນີ້: ໃຫ້ກະຊວງ ປ້ອງກັນປະເທດສືບຕໍ່ຊີ້ນຳ, ຈັດ ຕັ້ງກຳລັງທະຫານ, ພາຫະນະ, ໜ່ວຍແພດສຸກເສີນເຂົ້າຊ່ວຍເຫຼືອ ປະຊາຊົນທີ່ກຳລັງປະສົບໄພນໍ້າ ຖ້ວມໃຫ້ທັນການ ແລະ ທົ່ວເຖິງ; ໃຫ້ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມວາງແຜນແກ້ ໄຂ ແລະ ຊ່ວຍເຫຼືອໃຫ້ດີ ແລະ ແທດຕົວຈິງ ໂດຍມີການຈັດຕັ້ງແບ່ງງານກັນລະອຽດຈະແຈ້ງ;
ໃຫ້ກະຊວງປ້ອງກັນຄວາມສະ ຫງົບ ເອົາໃຈໃສ່ຕໍ່ວຽກງານປ້ອງ ກັນຄວາມສະຫງົບໃຫ້ດີ ໂດຍສະເພາະການປົກປັກຮັກສາວັດຖຸສິ່ງ ຂອງ ຂອງປະຊາຊົນໃນພາວະ ເກີດໄພພິບັດສຸກເສີນຄືປັດຈຸບັນ ເພື່ອບໍ່ໃຫ້ມີການສວຍໂອກາດ ຂອງຄົນບໍ່ດີ; ໃຫ້ກະຊວງການ ເງິນ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມສົມ ທົບກັນ ຈັດສັນງົບປະມານເພື່ອ ແກ້ໄຂໄພພິບັດຄັ້ງນີ້ໃຫ້ໄດ້ຮັບຜົນ ເປັນຢ່າງດີ;
ໃຫ້ກະຊວງໂຍທາທິ ການ ແລະ ຂົນສົ່ງ ເອົາໃຈໃສ່ເກັບ ກຳຂໍ້ມູນ ແລະ ເລັ່ງແກ້ໄຂບັນຫາ ເສັ້ນທາງ, ຂົວ ແລະ ອື່ນໆທີ່ເປ່ເພ ເສຍຫາຍ ແລະ ບາງເສັ້ນທາງທີ່ ຖືກຕັດຂາດໃຫ້ສາມາດສັນຈອນ ໄປມາໄດ້, ພ້ອມກັນນັ້ນກໍໃຫ້ຊ່ວຍ ເຫຼືອ ແກ່ຜູ້ໂດຍສານທີ່ຍັງຄ້າງ ຢູ່ຕາມເຂດນໍ້າຖ້ວມໃຫ້ສາມາດ ໄປຮອດຈຸດໝາຍປາຍທາງ; ໃຫ້ ກະຊວງສາທາລະນະສຸກສົມທົບ ກັບກະຊວງປ້ອງກັນປະເທດຈັດ ຕັ້ງພະນັກງານແພດ-ໝໍ, ອຸປະກອນການແພດທີ່ຈຳເປັນ, ຢາປ້ອງກັນ ແລະ ປິ່ນປົວພະຍາດໄປ ຊ່ວຍເຫຼືອປະຊາຊົນຕາມຈຸດເຕົ້າ ໂຮມຕ່າງໆຂອງແຂວງທີ່ໄດ້ຮັບ ຜົນກະທົບ; ໃຫ້ກະຊວງຖະແຫຼງ ຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກຂ່າວແຈ້ງເຕືອນ, ແນະ ນຳ ແລະ ໃຫ້ຂໍ້ມູນຕ່າງໆແກ່ປະ ຊາຊົນຢ່າງເປັນປະຈຳ ແລະ ທັນການ.
ພ້ອມກັນນັ້ນກໍຕ້ອງໄດ້ເອົາ ໃຈໃສ່ແກ້ໄຂບັນຫາການອອກ ຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍ ປ້າຍສີ ແລະ ອື່ນໆຂອງສື່ສັງຄົມ ອອນລາຍຈຳນວນໜຶ່ງຢ່າງທັນ ການ; ໃຫ້ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ເອົາໃຈໃສ່ຕິດຕາມສະພາບດິນ ຟ້າອາກາດ ແລະ ອອກຂ່າວໃຫ້ ສັງຄົມຮັບຊາບຜ່ານສື່ຕ່າງໆ (ໂທລະພາບ, ວິທະຍຸ, ສື່ອອນລາຍ ແລະ ໜັງສືພິມ) ຢ່າງທັນການ ແລະ ເປັນປົກກະຕິ ເພື່ອໃຫ້ປະຊາ ຊົນມີສະຕິ ແລະ ກຽມ ພ້ອມຮັບມື.
ພ້ອມກັນນີ້, ໃຫ້ຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີອອກ ແຈ້ງການກ່ຽວກັບສະພາບດິນຟ້າ ອາກາດ ແລະ ການກະກຽມຮັບ ມື ແລະ ແກ້ໄຂຜົນກະທົບຈາກ ໄພພິບັດເພື່ອໃຫ້ຂະແໜງການ ແລະ ທ້ອງຖິ່ນຮັບຊາບ ແລະ ຈັດ ຕັ້ງປະຕິບັດ; ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເອົາໃຈໃສ່ຊີ້ນຳ ແລະ ຕິດຕາມກ່ຽວກັບການບໍລິ ຫານ ແລະ ຈັດການນໍ້າຢູ່ເຂື່ອນ ຕ່າງໆໃຫ້ຮັບປະກັນຄວາມປອດໄພ ແລະ ແກ້ໄຂຢ່າງທັນການ; ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ກະກຽມແຜນດ້ານຕ່າງໆ ເປັນ ຕົ້ນແນວພັນພືດ-ສັດ, ຝຸ່ນ-ປຸ໋ຍ, ປັດໄຈການຜະລິດ ແລະ ອື່ນໆ ເພື່ອຊ່ວຍເຫຼືອປະຊາຊົນພາຍຫຼັງ ນໍ້າບົກແຫ້ງ.
ແຫຼ່ງຂໍ້ມູນ: Lao people’s Army News