Friday, July 18, 2025
Kbank Laos โอน รับ จ่าย

ວັດທະນະທຳ ທີ່ລາວໄດ້ຮັບອິດທິພົນມາຈາກ ຈີນ

ພາບປະກອບ

ປະເທດລາວໃນສະໄຫມບູຮານນະການ ຈົນຮອດສະໄຫມປັດຈຸບັນ ມີທີ່ຕັ້ງຕິດກັບປະເທດຈີນ, ອີງຕາມປະຫວັດ ສາດຊົນຊາດລາວ ມີເຄົ້າກໍາເນີດມາຈາກພູອານໄຕ ອັນເປັນດິນແດນຂອງມົງໂກລີ ແລະ ຈີນຕິດຈອດກັນ;

ຈາກປະຫວັດສາດອັນຍາວນານມາໄດ້ຫລາຍພັນປີນັ້ນ, ເຊື້ອຊາດລາວຈຶ່ງໄດ້ເຄື່ອນຍ້າຍມາຢູ່ຫນອງແສ-ເສສວນ ກ່ອນຈະມາຕັ້ງເປັນອານາຈັກລາວລ້ານຊ້າງເມື່ອປີ 1353 ທີ່ນະຄອນຊຽງດົງ-ຊຽງທອງ ( ຫລວງພະບາງປັດຈຸ ບັນ ).

ພາບປະກອບ

ລາວໄດ້ຮັບອິດທິພົນມາຈາກວັດທະນະທໍາຈີນ ເປັນຕົ້ນແມ່ນການເຊື່ອຖືດວງວິນຍານບັນພະບູລຸດ, ວິນຍານທາໍ ມະຊາດ, ຜີຟ້າຜີແຖນ ແລະດວງວິນຍານອື່ນໆ.

ຄວາມເຊື່ອຖືນີ້ນັບວ່າເປັນຄວາມເຊື່ອ ຫລື ເປັນສາສະຫນາເກົ່າແກ່ດັ້ງເດີມຂອງລາວ ແລະໄດ້ສືບເນື່ອງມາເຖິງສູ່ມື້ນີ້ ກ່ອນຈະມີການເຊື່ອມປະສານກັບສາສະຫນາພຸດຕໍ່ມາ.

ພາບປະກອບ

ເອກະສານອ້າງອີງ: ຮຽບຮຽງໂດຍ ທີມງານອິນໄຊລາວ

ຈາກປື້ມວິຊາວັດທະນະທຳລາວ ຄະນະອັກສອນສາດ ພາກວິຊາພາສາລາວ-ສື່ສານມວນຊົນ, ຮຽບຮຽງໂດຍ: ຮສ.ສົມໄພ ວິໄລສັກ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.