6 ເດືອນ ແຂວງໄຊຍະບູລີ ມີຜູ້ເປັນໄຂ້ຍຸງລາຍ 637 ກໍລະນີ ເສຍຊີວິດ 2 ກໍລະນີ

ເລີ້ມແຕ່ເດືອນມີນາ ຫາ ເດືອນສິງຫາ 2019 ທົ່ວແຂວງໄຊຍະບູລີ ມີຜູ້ເປັນໄຂ້ຍຸງລາຍທັງໝົົດ637ກໍລະນີແລະເສຍຊີວິດ2ກໍລະນີ ຢູ່ເມືອງໄຊຍະບູລີ.

ທ່ານສົມນຶກ ພົນລັດ ຫົວໜ້າຂະແໜງໄຂ້ຍຸງ ພະແນກສາທາລະນະສຸກ ແຂວງໄຊຍະບູລີ ໄດ້ກ່າວຕໍ່ນັກຂ່າວແຂວງວ່າ:

ການພົບພໍ້ພະຍາດໄຂ້ຍຸງລາຍກໍລະນີທຳອິດ 1 ກໍລະນີ ຢູ່ບ້ານໂພນງາມ ເມືອງປາກລາຍ ໃນກາງເດືອນ ມີນາ 2019 ລວມມີ:

3 ກໍລະນີ ຈາກນັ້ນກໍ່ມີການແຜ່ລະບາດໄປຍັງ ບ້ານ ແລະ ເມືອງ ອື່ນໆແບບຕໍ່ເນື່ອງ ເປັນແຕ່ລະວັນລວມເອົາ 8 ເມືອງມີ 100 ກ່ວາບ້ານມີ 673 ກໍລະນີ, ເສຍຊີວິດ 2 ກໍລະນີ, ສ່ວນໃຫຍ່ນອນໃນກຸ່ມອາຍຸ 15-35 ປີ ໃນນີ້ເມືອງໄຊຍະບູລີມີ 46 ບ້ານ ມີ 334 ກໍລະນີ, ເມືອງພຽງມີ 29 ບ້ານ 170 ກໍລະນີ, ເມືອງປາກລາຍ ມີ 8 ບ້ານມີ 23 ກໍລະນີ, ເມືອງບໍ່ແຕນ ມີ 6 ບ້ານມີ 50 ກໍລະນີ, ເມືອງຫົງສາ ມີ 7 ບ້ານມີ 9 ກໍລະນີ, ເມືອງແກ່ນທ້າວມີ 6 ບ້ານມີ 25 ກໍລະນີ, ເມືອງຊຽງຮ່ອນມີ 1 ບ້ານມີ 1 ກໍລະນີ ແລະ ເມືອງທົ່ງມີໄຊມີ 1 ບ້ານ ມີ 1 ກໍລະນີ ແຕ່ມາເຖິງຂະນະນີ້ການແຜ່ລະບາດໄຂ້ຍຸງລາຍຢູ່ແຂວງໄຊຍະບູລີ ແມ່ນລຸດລົງຕາມລໍາດັບ ເຫຼືອພຽງແຕ່ບາງເລັກນ້ອຍຢູ່ 3 ເມືອງຄື:

ເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງແກ່ນທ້າວ, ສ່ວນເມືອງອື່ນໆ ແມ່ນຢູ່ໃນພາວະປົກກະຕິ ທັງໝົດນັ້ນຍ້ອນອົງການປົກຄອງທຸກຂັ້ນ ໄດ້ເອົາໃຈໃສ່ປຸກລະດົມທຸກພາກສ່ວນ ໃຫ້ມີສ່ວນຮ່ວມໃນການສະກັດກັ້ນການລະບາດໄຂ້ຍຸງລາຍ ບໍ່ໃຫ້ລາມກ້ວາງ ລວມທັງປຸກລະດົມການປະກອບສ່ວນດ້ານງົບປະມານວັດຖຸອຸປະກອນ ໃນການຕ້ານໄຂ້ຍຸງລາຍພ້ອມທັງນໍາພາປະຕິບັດ 5 ປ ເປັນປົກກະຕິທຸກໆອາທິດ ຄື: ປິດພາຊະນະທີ່ບັນຈຸນໍ້າໃນເຮືອນ ແລະ ນອກເຮືອນໄຫ, ອຸແອ່ງ,ຟຸຍ, ເພື່ີອບໍ່ໃຫ້ຍຸງລາຍມາໄຂ່ໃສ່.

ປ່ຽນນໍ້າ ແລະ ພັດຖູພາຊະນະ, ຖ້ວຍຮອງຕີນຕູ້, ໂຖດອກໄມ້, ປ່ອຍປາຫາງນົກຍຸງໃສ່ພາຊະນະທີ່ບັນຈຸນໍ້າ ເພື່ອໃຫ້ກິນໜອນນໍ້າຍຸງລາຍ.

ປັບປຸງອະນາໄມບໍລິເວນທີ່ຢູ່ອາໄສທັງໃນ ແລະ ນອກເຮືອນ ໃຫ້ສະອາດໃນແຕ່ລະຄອບຄົວ, ປະຕິບັດ 5ປ ໃຫ້ເປັນນິໄສ ປະຕິບັດເປັນປະຈໍາທຸກໆອາທິດ ການປ້ອງກັນໄຂ້ຍຸງລາຍນີ້ ຖ້າບຸກຄົນ, ຄອບຄົວ, ຊຸມຊົນ, ຫາກເອົາໃຈໃສ່ປະກອບສ່ວນເປັນເຈົ້າການຮັກສາ ບໍ່ໃຫ້ມີແຫຼ່ງເພາະພັນ ແລະ ບໍ່ໃຫ້ມີເງື່ອນໄຂໃນການຂະຫຍາຍພັນຂອງຍຸງລາຍ ເຮັດໃຫ້ລຸດຜ່ອນຄວາມໜາແໜ້ນຂອງພາຫະນະນໍາເຊື້ອໂອກາດທີ່ໃນການສົ່ງເຊື້ອປັດໃຈສ່ຽງໃນການລະບາດກໍ່ຈະລຸດລົງ ຫຼືສາມາດຫຼີກລ່ຽງການເກີດລະບາດໄຂ້ຍຸງລາຍໄດ້.

ຂ່າວ: ບຸນທີ MidiaLaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,