Saturday, May 9, 2026
Kbank Laos โอน รับ จ่าย
-->

ທະນາຄານຮ່ວມທຸລະກິດລາວ-ຫວຽດ ຮ່ວມໃຈຊ່ວຍເຫຼືອຜູ້ປະສົມໄພນໍ້າຖ້ວມແຂວງອັດຕະປື

ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ແຂວງອັດຕະປື.

ພິທີດັ່ງກ່າວໄດ້ຈັດຂຶ້ນທີ່ ພະແນກແຮງງານສະຫວັດດີການ-ສັງຄົມ ຕາງໜ້າມອບໂດຍ ທ່ານ ສຸລິສັກ ຈັນທະລັງສີ ຮອງຫົວໜ້າສາຂາທະນະຄານຮ່ວມທຸລະກິດລາວຫວຽດສາຂາແຂວງອັດຕະປື ກ່າວຮັບໂດຍທ່ານອຸ່ນຫຼ້າໄຊຍະສິດ ປະທານຄະນະກຳມະການປ້ອງກັນ ແລະ ຄອບຄຸມໄພພິບັດຂັ້ນແຂວງ ພ້ອມຄະນະໂດຍຊ່ອງໜ້າທັງ ສອງຝ່າຍເຂົ້າຮ່ວມ.

ເຄື່ອງທີ່ນໍາມາມອບຄັ້ງນີ້ມີ:

ເຂົ້າສານ 8 ສອບ, ນໍ້າດື່ມ 20 ແກັດ, ຫມີ່ 2 ແກັດ, ສະບູ່ 2 ແກັດ, ແຟບ 2 ແກັດ, ຢາສີພັນ 2 ແກັດ, ແປງສີແຂ້ວ 2 ແກັດ, ຊັນໄລ 2 ແກັດ, ເກີບ 2 ແກັດ ລວມມູນຄ່າ 10 ລ້ານກີບ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ