ແນະນຳຜົນງານໃໝ່ “ສືບທາວລາວມະໂຫລີ” ປະຫວັດຄວາມເປັນມາຂອງ “ດົນຕີລາວ” ແຕ່ອະດີດຮອດປັດຈຸບັນ

ທ່ານ ປັນ­ຍາ ພັນ­ທະ​ພາ­ນິດ

ສຳ­ນັກ​ພິມ ລາວ​ດວງ​ເດືອນ ຈັດ​ງານ​ແນະ­ນຳ​ປຶ້ມ​ຫົວ​ໃໝ່ ຊື່­ວ່າ: “ສືບ​ທາວ​ລາວ​ມະ­ໂຫ­ລີ” ຜົນ­ງານ​ຂອງ​ທ່ານ ປັນ­ຍາ ພັນ­ທະ​ພາ­ນິດ ນັກ​ຄົ້ນ­ຄວ້າ ນັກ​ປະ­ພັນ ນັກ​ວິ­ຈານ​ບັນ­ເທີງ ເພື່ອ​ເຜີຍ­ແຜ່​ສູ່​ສັງ­ຄົມ ກໍ​ຄື​ຜູ້​ອ່ານ ຈັດ​ຂຶ້ນ​ວັນ​ທີ 6 ກັນ­ຍາ 2019 ທີ່​ຮ້ານ​ບ່ອນ​ນີ້​ກາ­ເຟ ນະ­ຄອນ­ຫຼວງ​ວຽງ​ຈັນ.

ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສະ­ຫວັນ​ຄອນ ຣາ​ຊ​ມຸນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດທະ­ນະ­ທຳ ແລະ ທ່ອງ​ທ່ຽວ ພ້ອມ​ດ້ວຍ​ບັນ­ດາ​ຫົວ­ໜ້າ​ກົມ​ກ່ຽວ­ຂ້ອງ ນັກ​ປະ­ພັນ ນັກ​ກະ­ວີ ຕົວ​ແທນ​ຮ້ານ​ຂາຍ​ປຶ້ມ ແລະ ແຂກ​ຖືກ​ເຊີນ​ຫຼາຍ​ທ່ານ​ເຂົ້າ​ຮ່ວມ.

ໃນ​ງານ​ຄັ້ງ​ນີ້ ທ່ານ ບຸນ​ທະ​ນອງ ຊົມ​ໄຊ​ຜົນ ອຳ­ນວຍ​ການ​ສຳ­ນັກ​ພິມ​ລາວ​ດວງ​ເດືອນ ກ່າວ​ວ່າ:

ປຶ້ມ “ສືບ​ທາວ​ລາວ​ມະ­ໂຫ­ລີ” ເປັນ​ປຶ້ມ​ຫົວ​ໜຶ່ງ​ທີ່​ຄຸນ­ຄ່າ​ສູງ​ທາງ​ດ້ານ​ປະ­ຫວັດ­ສາດ ສິ­ລະ​ປະ​ມະ­ໂຫ­ລີ​ ດົນ​ຕີ ຂັບ​ລຳ​ເພງ​ລາວ ທີ່​ຜູ້​ຂຽນ​ໂດຍ ປັນ­ຍາ ພັນ­ທະ​ພາ­ນິດ ໃຊ້​ເວ­ລາ​ເກັບ​ກຳ​ຂໍ້​ມູນ ແລະ ຄົ້ນ­ຄວ້າ​ມາ​ດົນ​ນານ​ກວ່າ 10 ປີ ເຊິ່ງ​ເນື້ອ​ໃນ​ຊີ້​ໃຫ້​ເຫັນ​ປະ­ຫວັດ​ຄວາມ​ເປັນ​ມາ​ຂອງ​ຊາດ​ພັນ ແລະ ​ດົນ​ຕີມະ­ໂຫ­ລີ​ລາວ​ເຮົາ ຕັ້ງ­ແຕ່​ຍຸກ​ດຶກ​ດຳ​ບັນ ໂດຍ​ຜ່ານ​ແຕ່​ລະ​ຍຸກ​ສະ­ໄໝ​ຈົນ​ເຖິງ​ຍຸກ​ຮາ­ວີ​ຮຸກ​ຮານ​ຂອງ​ສັກ​ດີ​ນາ​ຕ່າງ​ດ້າວ ແຕ່​​ດົນ​ຕີລາວ ກໍ​ຍັງ​ຄົງ​ພະ­ລັງ​ອັນ​ເຂັ້ມແຂງ​ມາ​ເຖິງ​ການ​ປ່ຽນ­ແປງ​ຖ່າຍ ເມື່ອ​ລາວ​ຕົກ​ເປັນ​ອາ­ນາ​ນິ­ຄົມ​ຂອງ​ຈັກ­ກະ­ພັດ​ລ່າ​ເມືອງ​ຂຶ້ນ​ດ້ວຍ​ຄວາມ​ຮັກ​ຊາດ​ໃນ​ເອ­ກະ­ລາດ ສິ­ລະ​ປິນ​ລາວ​ໄດ້​ຮ່ວມ​ກັນ​ສ້າງ­ສັນ​ຜົນ­ງານ​ດ້ວຍ​ນ້ຳ­ໃຈ​ຮັກ​ຊາດ ເຮັດ​ໃຫ້​ລາວ​ມີ​ເພງ​ຊາດ​ຂອງ​ຕົນ​ຄັ້ງ​ທຳ​ອິດ ກ້າວ​ເຂົ້າ​ສູ່​ຍຸກ​ຕໍ່­ສູ້​ກູ້​ຊາດ​ດົນ​ຕຣີ ບົດ​ເພງ​ໄດ້​ຖືກ​ນຳ​ໃຊ້​ໃຫ້​ເປັນ​ອາ­ວຸດ​ແຫຼມ​ຄົມ​ທັງ​ກ່າວ​ປະ­ນາມ ທັງ​ໃຫ້​ກຳ­ລັງ​ໃຈ​ທະ­ຫານ​ປົດ​ປ່ອຍ​ຈົນ​ສາ­ມາດ​ຍາດ​ໄດ້​ເອ­ກະ­ລາດ ແລະ ຜືນ​ແຜ່ນ­ດິນ​ອັນ​ຄົບ​ຖ້ວນ​ນັ້ນ ຈຶ່ງ​ຖື​ວ່າ​ດົນ​ຕີ​ເພງ​ມີ​ພະ­ລັງ​ແຮງ​ດ້ວຍ​ຈິດ​ອາ­ລົມ​ອັນ​ເປັນ​ມໍ­ລະ­ດົກ​ຕົກ​ທອດ​ຜ່ານ​ຮຸ້ນ​ສູ່​ຮຸ່ນ ຈົນ​ມາ​ເຖິງ​ຍຸກ​ປັດ­ຈຸ­ບັນ​ນີ້​ທີ່​ຄົນ​ຮຸ່ນ​ໃໝ່​ຄວນ​ໄດ້​ສຶກ​ສາ​ຮຽນ​ຮູ້​ດ້ວຍ​ສະ­ຕິ­ຊາດ​ອັນ​ສູງ​ສົ່ງ.

ປຶ້ມ​ຫົວ​ນີ້​ໂຮມ​ໄວ້ ເຊິ່ງ​ເປັນ​ຂະ​ບວນ​ວິ­ວັດ​ຂອງ​​ດົນ​ຕີ​ຂັບ​ລຳ ແລະ ເພງ​ລາວ ກ້າວ​ເຖິງ​ທີ່​ໄປ​ທີ່​ມາ ແລະ ການ​ຂະ­ຫຍາຍ­ຕົວ ຜູ້​ອ່ານ​ຈະ​ໄດ້​ຮູ້​ເຖິງ​ຄວາມ​ເປັນ​ມາ​ຂອງ​ຊາດ​ພັນ​ລາວ ​ດົນ​ຕີ​ອັນ​ເປັນ​ຮາກ​ເຫງົ້າ​ຂອງ​ລາວ​ໂດຍ​ແທ້ ແລະ ການ​ປະ­ສົມ​ປະ­ສານ​ຂອງ​ດົນ​ຕຣີ​ຮ່ວມ​ສະ­ໄໝ ໃນ​ປຶ້ມ​ປະ­ກອບ​ມີ​ທັງ​ໝົດ 11 ບົດ​ໃຫຍ່ ແລະ ຫຼາຍໆ​ບົດ​ຍ່ອຍ ອັດ​ທ້າຍ​ດ້ວຍ​ບົດ​ວິ­ເຄາະ​ທ້າຍ​ເຫຼັ້ມ​ອີກ​ຈຳ­ນວນ​ໜຶ່ງ ກໍ​ຫວັງ​ວ່າ​ຈະ​ເປັນ​ປຶ້ມ​ຫົວ​ໜຶ່ງ ທີ່​ໃຫ້​ປະ­ໂຫຍດ​ແກ່​ນັກ​ອ່ານ ນັກ​ສຶກ​ສາ ປັນ­ຍາ​ຊົນ ລວມ​ເຖິງ​ນັກ​ສິ­ລະ​ປິນ​ໄວ້​ເປັນ​ບ່ອນ​ອີງ ເປັນ​ຖານ​ຂໍ້​ມູນ​ໃນ​ການ​ສຶກ​ສາ​ຄົ້ນ­ຄວ້າ​ເສີມ​ຂະ­ຫຍາຍ​ຕໍ່​ໄປ​ໃນ​ອະ­ນາ­ຄົດ.

ປຶ້ມ ສືບ​ທາວ​ລາວ​ມະ­ໂຫ­ລີ ປັດ­ຈຸ­ບັນ​ເລີ່ມ​ວາງ​ຈຳ­ໜ່າຍ​ແລ້ວ​ທີ່​ຮ້ານ​ຂາຍ​ປຶ້ມ​ດອກ​ເກດ ຮ້ານ​ຂາຍ​ປຶ້ມ​ດີ​ບຸກ ສົນໃຈ​ໂທ 020 97636007-020 99284384 ບໍ­ລິ­ການ​ຈັດ​ສົ່ງ​ທົ່ວ​ປະ­ເທດ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,