ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄຂສົກຮຽນໃໝ່ 2019-2020

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີ ໄຂສົກຮຽນໃໝ່ 2019-2020 ຂຶ້ນໃນຕອນເຊົ້າວັນທີ 9 ກັນຍາ 2019 ນີ້, ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ.

ມີ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະ ພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິ ຫານ, ພ້ອມດ້ວຍ ຄະນະພັກ-ຄະ ນະບັນຊາ, ພະນັກງານຄູ- ອາຈານ ແລະ ນັກສຶກສາເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານແຜນການບຳລຸງ-ກໍ່ສ້າງ ນາຍທະຫານປະຈຳສົກຮຽນ 2019-2020 ເຊິ່ງມີນັກສຶກສາ ທັງໝົດ:

732 ສະຫາຍ, ໃນນັ້ນ ນັກສຶກສາເກົ່າ 317 ສະຫາຍ ແລະ ນັກສຶກສາເຂົ້າໃໝ່ ຈຳນວນ 415 ສະຫາຍ, ໃນຈຳນວນ 18 ເປົ້າໝາຍ ຄື: ກໍ່ສ້າງຍຸດທະສາດ- ຍຸດທະບັ້ນຮົບ 1 ປີ ຊຸດທີ XVI, ກໍ່ສ້າງທິດສະດີມາກ-ເລນິນ 1 ປີ ຊຸດທີ XII, ກໍ່ສ້າງປະລິນຍາໂທ ການທະຫານ 2 ປີ ຊຸດທີ XII, ກໍ່ສ້າງປະລິນຍາໂທການເມືອງ 2 ປີ ຊຸດທີ XII, ກໍ່ສ້າງນາຍທະຫານ ເສນາກອງພັນໃຫຍ່ 1 ປີ ຊຸດທີ V, ກໍ່ສ້າງນາຍທະຫານການເມືອງ ກອງພັນໃຫຍ່ 1 ປີ ຊຸດທີ V, ກໍ່ ສ້າງນາຍທະຫານເສນາບັນຊາ ກອງພັນນ້ອຍ 1 ປີ ຊຸດທິ V, ກໍ່ສ້າງນາຍທະຫານການເມືອງ ກອງພັນນ້ອຍ 1 ປີ ຊຸດທີ V, ບຳ ລຸງທິດສະດີມາກ-ເລນິນ 5 ເດືອນ ຊຸດທີ XI, ບຳລຸງວຽກງານກວດ ກາໄລຍະສັ້ນ ຊຸດທີ XI, ກໍ່ສ້າງ ພາສາຈີນຊັ້ນສູງ 4 ປີຊຸດທີ XIX, ກໍ່ສ້າງພາສາຫວຽດນາມຊັ້ນສູງ 3 ປີ ຊຸດທີ IX, ກໍ່ສ້າງພາສາຣັດ ເຊຍຊັ້ນສູງ 3 ປີຊຸດທີ III ແລະ ບຳລຸງພາສາອັງກິດ 1 ປີ ຊຸດທີ XII.

ນອກຈາກນີ້ຍັງມີອີກ 4 ເປົ້າ ໝາຍທີ່ຈະເຂົ້າມາໃນທ້າຍພາກ ຮຽນທີ 1 ແລະ 2 ຄື:

ບຳລຸງວຽກ ງານການທະຫານທ້ອງຖິ່ນ ຊຸດທີ V, ບຳລຸງວຽກງານກໍ່ສ້າງຮາກ ຖານ ຊຸດທີ X, ບຳລຸງວຽກງານ ປ້ອງກັນພາຍໃນ ຊຸດທີ VI, ບຳ ລຸງວຽກງານ ປກຊ-ປກສ ຊຸດທີ 18.

ທັງນີ້ກໍເພື່ອເປັນການຍົກລະ ດັບຄວາມຮັບຮູ້ເຂົ້າໃຈຕໍ່ພື້ນຖານ ທິດສະດີ, ຫຼັກມູນວິທະຍາສາດ ຂອງລັດທິມາກ-ເລນິນ, ແນວ ທາງແຜນນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ, ໜ້າທີ່ການ ເມືອງຂອງກອງທັບໃນສະພາບ ແວດລ້ອມ ແລະ ຄວາມຮຽກຮ້ອງ ຕ້ອງການໃໝ່ກັບການປະກອບ ໂລກກະທັດ, ວິໄສທັດ ທີ່ຖືກຕ້ອງ ເຂົ້າໃນການຄົ້ນຄວ້າຕີລາຄາສະ ພາບການຮອບດ້ານໃນເງື່ອນໄຂ ວິທະຍາສາດ-ເທັກໂນໂລຊີ ( Technology ) ທີ່ຂະຫຍາຍຕົວແບບກ້າວກະໂດດ, ປັບປຸງ ແບບແຜນການນຳພາ-ບັນຊາ, ການເຄື່ອນໄຫວດຳລົງຊີວິດ,ເຝິກ ຝົນຫຼໍ່ຫຼອມຄຸນສົມບັດສິນທຳ ປະຕິວັດ, ສະຕິຕື່ນຕົວປະຕິວັດ, ສະຕິຕໍ່ລະບຽບວິໄນ, ຂໍ້ກຳນົດ, ກົດໝາຍໃຫ້ສູງຂຶ້ນ, ເພື່ອເປັນພື້ນ ຖານບ່ອນອີງ ໃນເວລາສຳເລັດການສຶກສາກັບຄືນກົມກອງໃຫ້ຮູ້ຈັກຈັດຕັ້ງຜັນຂະຫຍາຍ ແລະ ຫັນເປັນແຜນການອັນລະອຽດ ສອດຄ່ອງກັບສະພາບຈຸດພິເສດຂອງເງື່ອນໄຂຕົວຈິງຂອງກົມ ກອງທ້ອງຖິ່ນຢ່າງມີປະສິດທິ ຜົນ.

ໃນໂອກາດເຂົ້າຮ່ວມພິທີ ສະ ຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາ ຕ້ອງ ເປັນເຈົ້າການປັບປຸງວິທະຍາ ຄານ, ປັບປຸງໂຄງການຫຼັກສູດ ເພື່ອພັດທະນາຊັບພະຍາກອນ ມະນຸດໃຫ້ມີຄຸນນະພາບ, ສືບຕໍ່ປັບ ປຸງແບບແຜນວິທີເຮັດວຽກຂອງ ພະນັກງານແຕ່ລະຂັ້ນໃຫ້ຖືກ ຕ້ອງ, ສຸມໃສ່ວຽກງານແກ້ໄຂຊີ ວິດການເປັນຢູ່ຂອງກົມກອງ, ເດັດດ່ຽວສະກັດກັ້ນທຸກປະກົດ ການຫຍໍ້ທໍ້ໃນໝູ່ຄະນະ ແລະ ກົມກອງໃຫ້ມີຄວາມປອດໄສເຂັ້ມ ແຂງໜັກແໜ້ນ, ສ້າງນາຍທະ ຫານ ໃຫ້ຮູ້ນຳໃຊ້ບົດຮຽນທີ່ຮຽນ ມາເຂົ້າໃນພາກປະຕິບັດຕົວຈິງ, ນຳພາສືກສາອົບຮົມເປັນເຈົ້າ ການກໍ່ສ້າງໂຄງການ ການຮຽນ-ການສອນ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີໃນໝູ່ຄະນະ ແລະ ພະນັກງານນັກຮົບທົ່ວວິທະຍາ ຄານ, ສຶກສາອົບຮົມການເມືອງ ນຳພາແນວຄິດ, ອົບຮົມລະບຽບ ກົດໝາຍຂອງລັດ, ຂໍ້ກຳນົດກົດ ລະບຽບຂອງກອງທັບ ແລະ ຂອງ ວິທະຍາຄານໃຫ້ດີ, ເອົາໃຈໃສ່ ປະຕິບັດແນວທາງການຕ່າງປະ ເທດຂອງພັກ, ຮັກສາແໜ້ນການ ພົວພັນຮ່ວມມືກັບສາກົນບົນພື້ນ ຖານສັນຍາ, ອະນຸສັນຍາ ພິເສດ ແມ່ນກັບເພື່ອນມີດຍຸດທະສາດ.

ສຳລັບພາກສ່ວນອົງການ, ວິຊາ ການ, ຄູ-ອາຈານ ໃຫ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນ, ຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງສອນ ຕາມໂຄງການອົບຮົມ ແລະ ຕາ ຕະລາງແຜນການໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສຸມທຸກຄວາມ ພະຍາຍາມຖ່າຍທອດຄວາມຮູ້-ຄວາມສາມາດທາງດ້ານທີດສະ ດີ ແລະ ພຶດຕິກຳຂອງຕົນທີ່ມີໃຫ້ ບັນດານັກຮຽນ, ນັກສຶກສາຢ່າງ ເປັນລະບົບຄົບຊຸດ, ອອກແຮງ ແຂ່ງຂັນກັນເຝິກຝົນຄຸນສົມບັດ, ຈັນຍາທຳໃຫ້ກາຍເປັນຄູປະຕິ ວັດສອນດີ-ສອນເກັ່ງ ແລະ ມີ ລະບຽບວິໄນເຂັ້ມງວດ.

ໂດຍ: ດາວວິນ ໂສພາພອນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...